ການ​ເຈລະຈາ ໜີ້ສິນ ຂອງກຣິສ ກັບ ອີຢູ ຍັງດຳເນີນ ຕໍ່ໄປຢູ່

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ຕໍ່ສື່ມວນຊົນ ຢູ່ທີ່ກອງປະຊຸມສຸດຍອດ EU ໃນນະຄອນ Brussels ເມື່ອວັນຈັນ ທີ 22 ມິຖຸນາ 2015.

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ​ໄດ້​ເລີ້ມ​
ການ​ເຈລະຈາ​ຮອບສຳຄັນ ​ໃນວັນ​ພະຫັດມື້​ນີ້ ກັບ​ບັນດາ​ຜູ້​
ໃຫ້​ກູ້​ຢືມເງິນ ທີ່ນະຄອນ Brussels ​ໃນ​ຄວາມ​ຫວັງ​ເພື່ອ​ທີ່
​ຈະ​ບັນລຸ​ຂໍ້ຕົກລົງກ່ຽວ ກັບການຊ່ວຍກອບກູ້ເສດຖະກິດ
ສຳລັບໃຫ້ ​Athens ​ລອດພົ້ນ​ຈາກ​ການ​ຜິດສັນຍາ​ການ​
ຊຳລະ​ໜີ້ ​ໃນ​ອາທິດ​ໜ້າ​ນີ້.

ການ​ເ​ຈລະ​ຈາ​ຮອບ​ວັນ​ພຸດ​ວານ​ນີ້ ກັບ ບັນດາລັດຖະມົນຕີ
ເຂດປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ທີ່​ໄດ້ສິ້ນສຸດ​ລົງ ດ້ວຍບໍ່​ມີການ​
ຕົກລົງ​ໃດໆ​ ໃນ​ຕອນ​ເຊົ້າ ຂອງວັນ​ພະຫັດມື້​ນີ້.

ກຣິສ​ຕ້ອງ​ໄດ້​ຈ່າຍ​ຄ່າງວດ​ເກືອບ 2 ຕື້​ໂດ​ລາ ໃນການ​ກູ້​ຢືມ ຕໍ່ອົງການ​ກອງ​ທຶນ​ສາກົນ ຫຼື
IMF ພາຍ​ໃນ​ວັນ​ອັງຄານ​ໜ້າ​. ເພື່ອຈະສາມາດຈ່າຍ ເງິນ​ໄດ້ ກຣິສແມ່ນຕ້ອງການ​ເງິນ 8
ຕື້​ໂດ​ລາ ຈາກກອງທຶນຊ່ວຍກອບ ກູ້ເສດຖະກິດ ຂອງ​ສະຫະພາບ​ຢູ​ໂຣບ ຫຼື EU.

​ເຖິງ​ແມ່ນ​ວ່າ ກຣິສ ​ໄດ້​ຕົກລົງ ຈະ​ປະຕິ​ຮູບ ລະບົບ​ເບ້ຍບຳນານ​ຂອງ​ຕົນ ແລະ ຂຶ້ນ​ອັດຕາ​
ພາສີ​ການ​ຂາຍສິນຄ້າ​ ໃນ​ບາງ​ສ່ວນແລ້ວກໍ​ຕາມ ​ແຕ່ EU ​ກໍ​ຍັງ​ຮຽກຮ້ອງ​ໃຫ້ກຣິສ ປ່ຽນ​
ແປງ​ໂຄງ​ສ້າງ​ ​ໜີ້ສິນຂອງຕົນ​ຄືນ​ໃໝ່.

ລັດຖະບານ ນິຍົມຊ້າຍ​ ​ຂອງທ່ານ Tpsipras ​ໄດ້​ກ່າວ​ວ່າ ກຣິສ ​ໄດ້​ປະສົບ​ກັບ​ບັນຫາ​
ພຽງພໍ​ ຈາກການ​ຕັດ​ງົບປະມານ​ ​ແລະ ການຂຶ້ນພາສີ ທີ່​ໄດ້​ເຮັດໃຫ້ມາດຕະຖານ​ການຄອງ
ຊີບ​ຂອງ​ພວກ​ເຂົາ​ເຈົ້າຕ່ຳລົງ.

ການ​ຜິດ​ຕໍ່​ສັນຍາ ອາດ​ບັງຄັບ​ໃຫ້ກຣິສ ຕ້ອງໄດ້ອອກ​ຈາກ​ການ​ເປັນ​ສະມາຊິກ ​ເຂດປະ​ເທດ​ ທີ່​ໃຊ້ເງິນ​ຢູ​ໂຣ ​ແລະສົ່ງ​ຜົນ​ກະທົບ​ຕໍ່​ຕະຫຼາດ ຮຸ້ນ​ຂອງ​ຢູ​ໂຣບ.

Your browser doesn’t support HTML5

Greek Debt Deal May Be Short-term Fix for Long-term Problem