ຜູ້​ເຊື່ອ​ໃຈ ທ່ານນາງ Clinton ຈະໃຫ້ການ ຕໍ່ກຳມະການ ສະພາຕ່ຳ ເລື້ອງ emails ສ່ວນຕົວ

ທ່ານ Sidney Blumenthal ອະດີດທີ່ປຶກສາທຳນຽບຂາວ ກຳລັງໃຫ້ການ ໃນລະຫວ່າງການບັນທຶກວີດີໂອ ຕໍ່ການໄຕ່ສວນ ປະທານາທິບໍດີ Clinton ໃນສະພາສູງ.

ຜູ້ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ມາ​ແຕ່​ດົນ​ນານ​ຄົນ​ນຶ່ງ​ ຂອງທ່ານນາງ Hillary
Clinton ອະດີດລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ຈະ​ໃຫ້ການ
​ຕໍ່ ຄະນະກຳມະການພິ​ເສດ​ ຂອງ​ລັດຖະສະພາ ທີ່​ທຳ​ການ​ສືບ
ສວນ​ສອບ​ສວນ ​ເຫດການໂຈມ​ຕີກົງສຸນສະຫະລັດ ​ໃນ​ເມືອງ
Benghazi ປະ​ເທດ​ລີ​ເບຍ ​ເມື່ອ​ປີ 2012.

ທ່ານ Sidney Blumenthal ຈະໃຫ້​ການແບບປິດລັບ ຕໍ່​ຄະນະ
​ກຳມະການພິເສດ​ຂອງສະພາ​ຕ່ຳ ສືບສວນ​ເລື້ອງ Benghazi ​
ກ່ຽວ​ກັບ ຂໍ້ຄວາມ​ຕ່າງໆ​ຢູ່ໃນ emails ທີ່​ຜູ້ກ່ຽວ​ໄດ້​ສົ່ງ​ເຖິງ ທ່ານ​
ນາງ Clinton ​ລາຍງານສະຖານະ​ການ​ ໃນ​ປະ​ເທດ​ລີ​ເບຍ ຫຼັງ
ຈາກ​ການ​ໂຄ່ນ​ລົ້ມຈອມ​ຜະ​ເດັດ​ການ Moammar Gadhafi ທີ່​
ປົກຄອງ​ມາ​ເປັນ​ເວລາ​ດົນ​ນານ ​ເມື່ອ​ປີ 2011 ນັ້ນ. ທ່ານ Blumenthal ​ມີຄວາມໃກ້ຊິດ​ກັບ​ທ່ານ​ນາງ Clinton ​ແລະ ອະດີດປະທານາທິບໍດີ Bill Clinton ​ສາມີຂອງ​ທ່ານ​ນາງອີກດ້ວຍ ​ທີ່ທ່ານ Blumenthal ​ເຄີຍຮັບໃຊ້ເປັນ​ທີ່​ປຶກສາ​ໃຫ້​ທ່ານ Clinton ​ໃນ​ລະຫວ່າງລັດຖະບານ​ຂອງ​ທ່ານນັ້ນ. ທ່ານ Blumenthal ​ໄດ້​ສົ່ງ​ອີແມລ​ຫຼາຍຄັ້ງ ​ໄປ​ຫາ​ອີ​ແມລ​ສ່ວນ​ຕົວຂອງ​ທ່ານ​ນາງ Clinton ທີ່​ໄດ້​ນຳ​ໃຊ້​ໃນ​ລະຫວ່າງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ ຢູ່​ນັ້ນ ​ເຊິ່ງ​ເປັນ​ຂັ້ນຕອນ​ທີ່​ນຳ​ໄປ​ສູ່​ ການ​ຕຳ​ນິຕິ​ຕຽນ​ຢ່າງ​ກວ້າງຂວາງ ​ແລະ ຖືກກ່າວ​ຫາ​ວ່າ ທ່ານ​ນາງ ​ປົກ​ປິດ​ຂໍ້​ມູນ​ນັ້ນ​ເອງ.

ທ່ານນາງ Hillary Clinton ຜູ້ສະໝັກເຂົ້າແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ກ່າວຖະແຫລງຕໍ່ຜູ້ຊົມ ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ໃນງານລ້ຽງອາຫານຄ່ຳ ເນື່ອງໃນວັນທຸງຊາດ ທີ່ເມືອງ Manchester ລັດ New Hampshire, ວັນທີ 15 ມີຖຸນາ 2015

ທ່ານ Blumenthal ​ໄດ້​ສົ່ງມອບ​ອີ​ແມລ​ດັ່ງກ່າວ​ໃຫ້​ແກ່ຄະນະ​ກຳມະ​ການ ​ເມື່ອ​ອາທິດ
​ແລ້ວ​ນີ້ ​ໃນ​ການ​ຕອບ​ສະໜອງ ​ຕໍ່ຄຳສັ່ງຂອງສານ​. ອີ​ແມລຈຳພວກນີ້ ບໍ່ໍ​ລວມຢູ່​ໃນ​ຈຳນວນ​
ອີ​ແມລຫຼາຍຮ້ອຍ​ສະບັບ​ທີ່​ກ່ຽວ​ພັນ​ກັບ​ການ​ໂຈມ​ຕີ​ ຢູ່ເມືອງ Benghazi ທີ່​ກະຊວງ​ການ​
ຕ່າງປະ​ເທດ ​ໄດ້​ສົ່ງ​ມອບ​ໃຫ້​ຄະນະ​ກຳມະການສະພາ​ຕ່ຳ ​ເມື່ອ​ຕົ້ນ​ປີ​ນີ້.

ການ ​ໂຈມ​ຕີ​ກົງສຸນ​ສະຫະລັດໃນເມືອງ Benghazi ໄດ້ເຮັດ​ໃຫ້​ຊາວ​ອາ​ເມ​ຣິກັນ​ສີ່​ຄົນ
​ເສຍ​ຊີວິດ ລວມທັງ ​ເອກ​ອັກຄະລັດຖະທູດ ປະຈຳ​ລີ​ເບຍ ທ່ານ Christopher Stevens.

ທ່ານ​ນາງ Clinton ເຊິ່ງເປັນຜູ້​ມີຄະແນນນຳໜ້າ ໃນການທີ່ຈະຖືກແຕ່ງຕັ້ງ​ ໃຫ້​ເປັນ​ຜູ້ຕາງໜ້າພັກ​ເດ​ໂມ​ແຄຣັດ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ສະຫະລັດ ປີ 2016 ​ໄດ້​ຍອມຮັບ​ວ່າ ​ໄດ້​ນຳ​ໃຊ້​ຜູ້​ໃຫ້​ບໍລິການ​ດ້ານ​ອີ​ແມລ​ ທີ່​ເປັນ​ເອກະ​ຊົນ ​ແລະ ​ໃຊ້ທີ່ຢູ່​ອີ​ແມລ​ສ່ວນ​ຕົວ ​ໃນ​ລະຫວ່າງ​ປະຕິບັດ​ໜ້າ​ທີ່​ ເປັນ​ລັດຖະມົນຕີ​ຕ່າງປະ​ເທດ ແຕ່ປີ 2009 ຫາ 2013.