ການບໍລິການດ້ານສາທາລະນະສຸກໃນລາວ ບໍ່ສາມາດຕອບສະໜອງປະຊາຊົນໃນເຂດຊົນນະບົດໄດ້ຢ່າງທົ່ວເຖິງ ເພາະຍັງຕ້ອງປະເຊີນກັບບັນຫາການຂາດແຄນຢ່າງຮຸນແຮງທັງໃນດ້ານບຸກຄະລາກອນ ແລະງົບ ປະມານ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
Your browser doesn’t support HTML5
ທ່ານນາງຈັນຖະໜອມ ມະນີທິບ, ຫົວໜ້າຫ້ອງວ່າການກະຊວງສາທາລະນະສຸກ ຖະແຫລງວ່າ ການຂະຫຍາຍການບໍລິການສາທາລະນະສຸກໃຫ້ແກ່ປະຊາຊົນລາວ ໃນປັດຈຸບັນຍັງປະເຊີນກັບຄວາມຊັກຊ້າຫຼາຍ ໂດຍເປັນຜົນກະທົບຈາກການຂາດແຄນງົບປະມານທີ່ສົມທົບດ້ວຍການລະບາດຂອງໄວຣັສ COVID-19 ນັ້ນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ສ່ວນໃຫຍ່ບໍ່ເປັນໄປຕາມແຜນການທີ່ວາງໄວ້ ທັງຍັງມີໂຮງໝໍຫຼາຍແຫ່ງ ຢູ່ໃນເຂດຊົນນະບົດທີ່ຈະຕ້ອງການການສ້ອມແປງຢ່າງຮີບດ່ວນ ແລະຂາດແຄນບຸກຄະລາກອນສາ ທາລະນະສຸກ ຢ່າງຮຸນແຮງອີກດ້ວຍເຊັ່ນກັນ ດັ່ງທີ່ທ່ານນາງ ຈັນຖະໜອມໄດ້ຢືນຢັນວ່າ:
“ພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະອຸປະກອນການແພດຢູ່ໃນຫລາຍທ້ອງຖິ່ນແມ່ນເກົ່າແກ່ເປ່ເພ ແລະບໍ່ໄດ້ມາດຕະຖານ ເຮັດໃຫ້ການບໍລິການສຸຂະພາບບໍ່ໄດ້ດີເທົ່າທີ່ຄວນ. ສະຖານທີ່ສາທາລະນະສຸກຫຼາຍແຫ່ງມີຄວາມຈຳກັດດ້ານບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ແລະຊໍານານງານ ແລະການກວດບົ່ງມະຕິແລະປິ່ນປົວພະຍາດ. ພະນັກງານບາງຄົນຍັງຂາດຈັນຍາບັນ ແລະ ທ່າທີຮັບໃຊ້ຢ່າຖືກຕ້ອງເຮັດໃຫ້ມີສຽງຈົ່ມວ່າຂອງສັງຄົມ."
ທ່ານແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ຍອມຮັບວ່າວຽກງານບໍລິການ ດ້ານສາທາລະນະສຸກໃນແຂວງຫຼວງນໍ້າທາໃນປັດຈຸບັນ ຍັງຕ້ອງປະເຊີນກັບຂໍ້ຈຳກັດໃນຫຼາຍດ້ານ ໂດຍ ມີສາເຫດສຳຄັນມາຈາກການຂາດແຄນທາງດ້ານງົບປະມານຢ່າງໜັກ ແລະເມື່ອປະກອບກັບພື້ນທີ່ 85 ເປີເຊັນ ໃນແຂວງຫຼວງນໍ້າທາກໍເປັນເຂດຊົນນະບົດຫ່າງໄກສອກຫຼີກ ທີີ່ມີຂໍ້ຈຳກັດໃນດ້ານການເດີນ ທາງລວມເຖິງປະຊາຊົນສ່ວນໃຫຍ່ກໍບໍ່ມີຄວາມຮູ້ ແລະຄວາມເຂົ້າໃຈໃນຫລັກການດ້ານສາທາລະນະ ສຸກດ້ວຍແລ້ວ ຈຶ່ງເປັນການຍາກຢ່າງຍິ່ງທີ່ທາງການແຂວງຫຼວງນໍ້າທາ ຈະສາມາດໃຫ້ບໍລິການດ້ານ ສາທາລະນະສຸກແກ່ປະຊາຊົນໄດ້ຢ່າງທົ່ວເຖິງ.
ປັດຈຸບັນໃນທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງສຸກສາລາຢູ່ເຂດຊົນນະບົດ 1,020 ແຫ່ງ. ສ່ວນເຂດນະຄອນຫຼວງວຽງຈັນມີໂຮງໝໍລັດ 4 ແຫ່ງ ຄືໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິລາດ ແລະໂຮງໝໍ 103. ນອກຈາກນີ້ ກໍມີຄລິນິກເອກກະຊົນ 1,050 ແຫ່ງ, ໂຮງໝໍ ເອກະ ຊົນ 27 ແຫ່ງ, ໃນນີ້ 18 ແຫ່ງແມ່ນ ຢູ່ໃນເຂດນະຄອນຫຼວງວຽງຈັນກັບ 9 ແຫ່ງຢູ່ໃນເຂດຕ່າງແຂວງ ຈຶ່ງ ເຫັນໄດ້ວ່າ ຍັງມີການ ແຕກໂຕນກັນໃນດ້ານສາທາລະນະສຸກລະຫວ່າງເຂດຕົວເມືອງກັບເຂດຊົນນະບົດ ທັງຍັງ ຖືເປັນສາເສດສຳຄັນທີ່ເຮັດໃຫ້ເດັກອາຍຸຕໍ່າກວ່າ 5 ປີ ໃນລາວມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນໍ້າໜັກຕໍ່າກວ່າເກນ ມີເຖິງ 27 ເປີເຊັນ, ເດັກນ້ອຍອາຍຸຕໍ່າກວ່າ 1 ປີ ເສຍຊີວິດ 45/1,000 ຄົນ, ການເສຍຊີວິດຂອງແມ່ຂະນະຖືພາກໍສູງເຖິງ197/1 ແສນຄົນ ແລະມີພຽງ 54 ເປີເຊັນ ທີ່ເກີດລູກໂດຍມີໝໍໃຫ້ການຊ່ວຍເຫຼືອ.
ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງແມ່ແລະເດັກໃນລາວຍັງບໍ່ສາມາດບັນລຸເປົ້າໝາຍໃນ 4 ດ້ານກໍຄື ການເກີດລູກໂດຍມີໝໍໃຫ້ການຊ່ວເຫຼືອການສັກຢາວັກຊີນກັນພະຍາດສຳລັບ ເດັກອາຍຸຕ່ຳກວ່າ 5 ປີ ການຫລຸດການເສຍຊີວິດຂອງເດັກທີ່ອາຍຸຕໍ່າກວ່າ 1 ປີ ແລະຕ່ຳກວ່າ 5 ປີ.
ນອກຈາກນັ້ນ ການລະບາດພະຍາດໄວຣັສໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ ຕໍ່າກວ່າແຜນການທີ່ວາງໄວ້ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ລັດຖະບານລາວ ຂາດແຄນງົບປະມານ ສຳລັບນໍາໃຊ້ເຂົ້າໃນໂຄງການພັດທະນາ ເພື່ອລົບລ້າງບັນຫາຍາກຈົນ ໃນເຂດຊົນນະບົດ ທັງຍັງປາກົດມີ ປະຊາຊົນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ໂດຍໃນປີ 2020 ຫາ 2021 ລັດຖະບານລາວ ສາມາດສະໜັບ ສະໜູນງົບປະມານໃຫ້ແກ່ ກອງທຶນ ລົບລ້າງຄວາມທຸກຍາກແຫ່ງຊາດລາວໄດ້ພຽງ 120 ຕຶ້ກີບ ຊຶ່ງພຽງ ພໍສຳລັບ ການຈັດຕັ້ງ ປະຕິບັດໂຄງການພັດທະນາຊົນນະບົດ ເພືຶ່ອລົບລ້າງຄວາມຍາກຈົນ ໃນ 144 ຈຸດສຸມ ເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມ ທີ່ບໍ່ສາມາດ ຈັດຕັ້ງປະຕິບັດໂຄງການໄດ້ໃນປີ2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໃນປີ 2022 ທີ່ຍັງຄົງຈະມີ ຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶຶ່ງເຮັດໃຫ້ບັນຫາຍາກຈົນໃນລາວ ຕົກຢູ່ໃນສະພາບ ການທີ່ຮຸນ ແຮງກວ່າໃນປີ 2019 ຊຶ່ງຜົນຈາກສຳຫຼວດພົບວ່າ ຍັງມີປະຊາຊົນລາວຍາກຈົນເກີນກວ່າ 18 ເປີເຊັນ ຂອງຈຳນວນປະຊາກອນທັງໝົດໃນປັດຈຸບັນ.