ບັນດານັກວິທະຍາສາດ ເຕືອນວ່າ ຄວາມຫາຍຍະນະ ຂອງ ຢາຕ້ານເຊື້ອ ແມ່ນໃກ້ເຂົ້າມາແລ້ວ

Your browser doesn’t support HTML5

ບັນດານັກວິທະຍາສາດພວມເຕືອນເຖິງອັນທີ່ເອີ້ນວ່າ ຄວາມ ຫາຍຍະນະ ຂອງຢາຕ້ານເຊື້ອ ແມ່ນໃກ້ເຂົ້າມາ ອີກບາດກ້າວ ໜຶ່ງ ຫຼັງຈາກທີ່ໄດ້ກວດພົບວ່າ ມີເຊື້ອພະຍາດຢູ່ໃນປະເທດຈີນ ທີ່ໄດ້ຕ້ານທານຕໍ່ຢາຕ້ານເຊື້ອ ທຸກຊະນິດທີ່ມີຢູ່​ໃນ​ປັດຈຸບັນ​ນີ້. ບົດລາຍງານທີ່ພິມ​ເຜີຍ​ແຜ່ ​ໂດຍວາລະສານການແພດ The Lancet ໄດ້ກະຕຸ້ນໃຫ້ບັນດາເຈົ້າໜ້າທີ່ຂອງຈີນ ພິຈາລະນາ ຫ້າມການນຳໃຊ້ ຢາຕ້ານເຊື້ອບາງສ່ວນ ກັບສັດຕ່າງໆ. ຜູ້ສື່ ຂ່າວຂອງວີໂອເອ Henry Ridgwell ມີລາຍງານ ກ່ຽວກັບ ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ