ລາຍງານນ່ຶ່ງລະບຸວ່າ ຄວາມຮຸນແຮງຍັງມີຢູ່ ໃນສູນ​ກາງຫຼັກ ໃນຄອງໂກ

Your browser doesn’t support HTML5

ລາຍ​ງານ​ຈາກ​ເມືອງ Kinshasa ກ່າວ​ວ່າ 3 ພັກ​ຝ່າຍ​ຄ້ານ ​ໃນ​ສາທາລະນະ​ລັດ ຄອງ​ໂກ ​ໄດ້ຈູດ​ໄຟ​ເຜົາສູນ​ກາງ​ໃນ​ຊ່ວງ​ຂ້າມ​ຄືນ ນຶ່ງ​ມື້​ ຫຼັງ​ຈາກການ​ປະ​ທ້ວງ​ຕໍ່ຕ້ານ ປະທານາທິບໍດີ Joseph Kabila ​ເກີດຄວາມ​ຮຸນ​ແຮງ​ແລະ​ໄດ້​ມີ​ຫຼາຍ​ສິບ​ຄົນ ​ເສ​ຍ ຊີວິດ.

ມີ​ພຽງ​ນຶ່ງ​ຄົນ ທີ່​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ໄຟ​ໄໝ້ ​ໃນສູນ​ກາງຫຼັກ​ຂອງ​ພັກ​ຝ່າຍ​ຄ້ານ AFP ​ລາຍ​ງານ​ວ່າ ​ໃນ​ຂະນະ​ທີ່​ບໍ່​ທີ​ຜູ້​ໃດ ​ໄດ້​ຮັບ​ບາດ​ເຈັບ ​ໃນສູນ​ກາງ​ຂອງ​ກອງ​ກຳລັງ​ແນວ​ໂຮມ ​ແລະ​ປອງ​ດອງຊາດ ຫຼື FONUS ຫຼື ພັກການ​ເຄື່ອນ​ໄຫວ Progressive (MLP) ​ໃນສູນ​ກາງ ທີ່​ເມືອງ Kinshasa.

ຕຳຫຼວດ ສາທາລະນະ ຄອງໂກ ກວດຂັນລາດຕະເວນ ໃນຂະນະທີ່ ພວກປະທ້ວງຮຽກຮ້ອງໃຫ້ ປ. Joseph Kabila ລົງຈາກຕຳແໜ່ງ ທີ່ Kinshasa ເມືອງຫຼວງຂອງຄອງໂກ, 19 ກັນຍາ, 2016.

​ ​ໄຟ​ໄໝ້​ທີ່​ວ່າ​ນີ້ ​ໄດ້​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ທີ່​ຕຳຫຼວດ​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 17 ຄົນ ​ເສຍ​ຊີວິດ ​ໃນ​ການ​ປະ​ທ້ວງ​ທີ່​ຮຽກຮ້ອງ​ໃຫ້ທ່ານ Kabila ລົງ​ຈາກ​ຕຳ​ແໜ່​ງ.

ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ຕາຍ​ຄັ້ງ​ນີ້ ​ແມ່ນ​ຮວມທັງ ຕຳຫຼວດ 3 ຄົນ ​ແລະ ພົນລະ​ເຮືອນ 14 ຄົນ. ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້ ​ໄດ້​ເລີ້ມ​ຂຶ້ນ​ໃນເຊົ້າວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ຕຳຫຼວດ ກີດ​ກັນ​ພວກ​ປະ​ທ້ວງ ຈາກ​ການ​ໂຮມ​ຕົວ​ກັນ ​ໃນ​ນະຄອນຫຼວງ Kinshasa.

ພວກ​ທີ່​ເຫັນ​ເຫດການ​ ກ່າວ​ວ່າ ພວກ​ປະ​ທ້ວງ​ໄດ້​ແກ່ວ​ງກ້ອນ​ຫີນ ​ແລະ​ຈູດ​ໄຟ​ເຜົາ​ໃສ່​ຢາງ​ລົດ​ແລະ​ລົດ ​ໃນ​ຂະນະ​ທີ່​ພວກ​ຕຳຫຼວດ​ໄດ້​ໃຊ້​ແກ໊ສນ້ຳຕາ ​ແລະ​ຍິງ​ປືນ​ລູກ​ແທ້ ​ໃສ່​ພວກ​ປະ​ທ້ວງ.

ພວກສະໜັບສະໜຸນພັກຝ່າຍຄ້າຍ ພາກັນຮ້ອງໂຮ ໃຫ້ ປ. Joseph Kabila ລາອອກຈາກຕຳແໜ່ງ ໃນນະຄອນຫຼວງ Kinshasa, 19 ກັນຍາ, 2016.

ໃນ​ກາງ​ວັນ​ຂອງ​ມື້​ວັນ​ຈັນ​ວານ​ນີ້ ​ຕຳຫຼວດ​ຈາລະ​ຈົນແລະ​ພວກ​ທະຫານ ​ແມ່ນ​ໄດ້​ລາດຕະ​ເວນ ​ໃນ​ທ້ອງ​ຖະໜົນ ທີ່​ນຳ​ໄປ​ສູ່​ການ​ເຕົ້າ​ໂຮມ​ກັນ​ ທີ່​ໃກ້ໆ​ກັບ​ຕຶກ​ສະພາ. VOA ​ໄດ້​ເຫັນ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ຢຸດ ຢ່າງ​ນ້ອຍ 6 ຄົນ ທີ່​ເບິ່ງ​ຄື​ວ່າ ​ເປັນ​ຊາວ​ຕ່າງ​ຊາດ ​ແລະ​ຈັບ​ພວກ​ເຂົາ​ເຈົ້າ​ເຂົ້າ​ຂຶ້ນ​ລົດໄປ.

ຜູ້ນຳ​ຝ່າຍ​ຄ້ານ ​ໄດ້​ບອກ​ກັບ VOA ທາງ​ໂທລະສັບວ່າ ທ່ານແລະ​ຄົນ​ອື່ນໆ ​ໄດ້​ຕິດ​ຄ້າງ​ຢູ່​ທີ່​ຫ້ອງການ​ຂອງ​ສູນ​ກາງ​ພັກແລະ​ບໍ່​ສາມາດ​ໜີອອກມາ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ