ແນວໂຮມ ກ່າວວ່າ ກຸ່ມລັດອິສລາມ ພວມຢູ່ໃນ ເສັ້ນທາງ ການເສຍໄຊ ທີ່ຕ່າວປິ້ນ ບໍ່ໄດ້

ໜ່ວຍຮັກສາຄວາມປອດໄພ ແລະພວກພົນລະເຮືອນ ສະຫລອງໂດຍການຖືທຸງຊາດ ຢູ່ເມືອງ Basra, 340 ໄມ ທາງພາກຕາເວັນອອກສຽງໃຕ້ ຂອງນະຄອນ Baghdad.

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ພາຄີ​ໃນ​ທົ່ວ​ໂລກ ທີ່ກຳລັງ​ຕໍ່​ສູ້ ​ຕ້ານ​ກຸ່ມ​ລັດ​ອິສ ລາມ ຫຼື
IS ​ໄດ້​ສ້າງ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນໃນ​ລະຫວ່າງ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ​ໂດຍ​ສະ​ເພາະ
ນັບ​ແຕ່​ການ​ປົດ​ປ່ອບ​ເມືອງ Mosul ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໄດ້​ກ່າວ​ໃນ​ວັນ​ພະຫັດ​
ວານ​ນີ້ ​ແຕ່​ເຂົາ​ເຈົ້າ​ກຳລັງ​ວາງ​ແຜນ​ ​ຫາ​ທາງສ້າງສະຖຽນ​ລະ​ພາບ ​ແລະ​ບູລະນະ​ສ້າງ
ສາ​ເມືອງ​ດັ່ງກ່າວຄື​ນ​ໃໝ່ ​ເວລາ​ໃດ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ດັ່ງກ່າວ ໄດ້​ປະລາ​ໄຊເປັນ​ທີ່​
ຮຽບຮ້ອຍໄປແລ້ວ ​ໃນ​ອີຣັກ ​ແລະ​ຊີ​ເຣຍ​.

ທ່ານ Brett McGurk ທູດພິເສດສະຫະລັດ ຕ້ານແນວໂຮມ ລັດອິສລາມ ຢ້ຽຢາມເມືອງ Tabqa ປະເທດ Syria.

ທ່ານ Brett McGurk ທູດ​ພິ​ເສດ​ສະຫະລັດປະຈຳ​ກຸ່ມ​ແນວ​ໂຮມ​ຕ້ານ​ພວກຫົວ ຮຸນ​
ແຮງລັດ​ອິສລາມ ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ສູ້​ລົບ​ຈະ​ດຳ​ເນີນ​ຕໍ່​ໄປ​ອີກ​ດົນ ​ຢູ່​
ອ້ອມ​ແອ້ມ​ເມື​ອງ Raqqa ​ແລະ​ເຂດ​ອື່ນໆ ບ່ອນ​ທີ່​ກຳລັງຂອງ​ກຸ່ມ IS ຍັງ​ເຄື່ອນ​ໄຫວ​ຢູ່​
ນັ້ນ. ​ເຖິງ​ຢ່າ​ງ​ໃດ​ກໍ​ດີ​ທ່ານ​ໄດ້​ກ່າວ​ເພີ້ິມວ່າກຸ່ມຫົວ​ຮຸນ​ແຮງ​ຈັດ​ນີ້ ກຳລັງ​ຢູ່​ໃນ “​ເສັ້ນທາງ
ທີ່ຕ່າວ​ປີ້ນ​ບໍ່​ໄດ້ ໄປສູ່​ການ​ປະລາ​ໄຊ.”

Your browser doesn’t support HTML5

Anti-Islamic State Coalition Intensifies Pressure on Extremists, Looks to Future

​ໃນ​ເວລາ​ດຽວ​ກັນ ທ່ານ​ໄດ້​ກ່າວ​ເພີ່ມ​ອີກ​ວ່າ ສະຫະລັດ ​ແລະ​ບັນດາພາຄີ​ໃນ 72 ປະ​ເທດ
​ໃນ​ແນວໂຮມຕໍ່ຕ້ານ​ລັດ​ອິສລາມ ກຳລັງ​ເຄື່ອນໄຫວ​ໄປ​ໜ້າ​ດ້ວຍ “​ແຜນ ກາ​ນ​ເພື່ອ​ສ້າງ
​ສະຖຽນ​ລະ​ພາບ.”

ທ່ານ McGurk ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ອື່ນໆ ​ທີ່ພົວພັນໃນ​ກອງ​ປະຊຸມ​ແນວ​
ໂຮມ​ເປັນ​ເວລາ​ສາມ​ວັນ ກ່າວ​ວ່າ ການ​ສູ້​ລົບ​ໃນ​ອີຣັກ ​ແລະ​ຊີ​ເຣຍບໍ່​ໄດ້ຮັບ​ຜົນ​ກະທົບ​
ຈາກ​ວິການ​ ທາງ​ການ​ທູດ ທີ່​ໄດ້ແບ່ງ​ແຍກ​ປະ​ເທດ​ຕ່າງໆ​ຢູ່ໃນບັນດາ​ປະ​ເທດ​ອາຣັບ
ນັບ​ແຕ່​ຕົ້ນເດືອນ​ມິຖຸນາຜ່ານ​ມາ ​ເວລາ​ຊາ​ອຸ​ດີ ອາ​ຣາ​ເບຍ ​ແລະ​ບັນດາ​ປະ​ເທດ​ອື່ນໆ​
ຕັດ​ຄວາມສຳພັນດ້ານການ​ທູດ ​ແລະ​ການຄ້າ​ກັບກາ​ຕ້າ.

ການໂຈມຕີໃສ່ເປົ້າໝາຍລັດອິສລາມ ຢູ່ຊານເມືອງເກົ່າ ຫລັງຈາກໄດ້ໄຊຊະນະເມືອງ Mosul ທັງໝົດ.

ຊາ​ອຸ​ດີ ສະຫະ​ລັດ ອາຣັບ ​ເອ​ເມີ​ເຣັສ ບາ​ເຣນ ​ແລະ​ອີ​ຈິບ ປະກາດ​ວ່າ ກາ​ຕ້າ ​ໄດ້​ໃຫ້​ທືນ​ແກ່​ພວກຫົວ​ຮຸນ​ແຮງ. ​ເຂົາ​ເຈົ້າ​ຕ້ອງການ​ຢາກ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ໃນສະຫະລັດ ອີ​ເມີ​ເຣັສ ຫລຸດ​ລະດັບ​ຄວາມ​ສຳພັນ​ລົງກັບ​ອີຣ່ານ ທີ່​ເປັນ​ສັດ​ຕູທີ່​ສຳ​ຄັນ​ກັບ ຊາ​ອຸ​ດີ ອາ​ເຣ​ເບຍ ​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ ກາ​ຕ້າ​ໄດ້​ປະ​ຕິ​ເສດ​ ຕໍ່​ການ​ຮຽກຮ້ອງ​ຂອງບັນດາປະ​ເທດ​ເພື່​ອນບ້ານ​ຂອງ​ຕົນ ແລະ​ປະຕິ​ເສດວ່າບໍ່​ໄດ້​ໃຫ້ການ​ສະ​ໜູນ​ສະ​ໜູນ ຕໍ່ກໍ່ການ​ຮ້າຍໃດໆ.

ບັນດາ​ປະ​ເທດ​ອາຣັບທັງ​ໝົດຮວມທັງ​ກາ​ຕ້າ ​ເປັນ​ສະມາຊິກ​ແນວ​ໂຮມຂອງ​ໂລກ​ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ ທີ່​ຍັງຮູ້​ກັນ​ອີກ​ວ່າ Daesh ​ໃນ​ພາສາ​ອາຣັບນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ