ພັກຕໍ່ຕ້ານການປະຢັດມັດທະຍັດ ດ້ານເສດຖະກິດ ຊະນະການເລືອກຕັ້ງ ທີ່ກຣິສ

ທ່ານ Alexis Tsipras, ຜູ້ນຳພັກຝ່າຍຄ້ານ Syriza ກ່າວຕໍ່ ບັນດາຜູ້ສະໜັບສະໜຸນທ່ານ ນອກສຳນັກງານໃຫຍ່ຂອງມະ ຫາວິທະຍາໄລ Athens ໃນແລງວັນອາທິດ ວັນທີ 25, ມັງກອນ 2015.

ພັກ​ຫົວ​ນິຍົມ​ຊ້າຍ​ຈັດ ​ແລະ ຜູ້ນຳ​ຂອງ​ພັກ​ ໄວ 40 ປີ ​ຜູ້ນຳ​ທີ່
​ຕໍ່ຕ້ານ​ຂໍ້​ຈຳກັດ​ເກີນ​ໄປ ໄດ້​ກວດ​ເອົາ​ອຳນາດ ​ຢູ່​ທີ່ Greece
ຊຶ່ງ​ໄດ້​ນຳ​ໜ້າ​ພັກ​ປະຊາທິປະ​ໄຕ​ໃໝ່ ທີ່​ເປັນ​ພັກ​ອະນຸລັກ​ນິ
ຍົມນຳພາ​ໂດຍ​ທ່ານAntonis Samarasທີ່​ຈະ​ພົ້ນ​ຈາກ​ຕຳ
​ແໜ່​ງ​ນາຍົກລັດຖະມົນຕີ​ໄປ​ນັ້ນ.

ຜົນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ​ເຮັດ​ໃຫ້ທ່ານ Alexis
Tsipras ປະທານ​ພັກ Syriza ຜູ້​ທີ່​ຈະ​ໄດ້​ເປັນ​ນາຍົກລັດຖະ
ມົນຕີ ທີ່​ໜຸ່ມ​ນ້ອຍ​ທີ່​ສຸດ​ຂອງ​ປະ​ເທດ ​ໃນຮອບ 150 ຜ່ານ​ມາ.
​ທ່ານ​ໄດ້​ປະຕິຍານ​ວ່າ ຈະ​ຍຸດ​ຕິນະ​ໂຍບາຍຄວາມ​ເຂັ້ມງວດ
​ດ້ານ​ການ​ເງິນຕ່າງໆ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຜົນ​ຂອງ​ການ​ເລືອກ
ຕັ້ງ ​ເປັນ​ທີ່​ແນ່ນອນ​ວ່າ​ຈະ​ເຮັດ​ໃຫ້ Greece ມີ​ຂໍ້​ຂັດ​ແຍ້​ງກັບ​ສະຫະພາບ​ຢູ​ໂຣບ ​ແລະ ບັນດາ​ເຈົ້າໜີ້​ສາກົນ.

ພັກ Syriza ຊະ​ນະ​ ການ​ເລືອກ​ຕັ້ງ ຢູ່ ກ​ຣີ​ສ

ພັກ​ Syriza ຂາດ​ພຽງ​ແຕ່​ສອງ​ທີ່​ນັ່ງໃນ​ສະພາ ຂອງ​ຈຳນວນ 151 ທີ່​ນັ່ງ ທີ່​ຕ້ອງການ​ເພື່ອ​ທີ່​ຈະ​ປົກຄອງ​ດ້ວຍ​ຕົນ​ເອງ​ ໂດຍ​ບໍ່​ຕ້ອງ​ໄດ້ຈັດຕັ້ງລັດຖະບານປະສົມ​ຂຶ້ນ.

ທ່ານ Tsipras ​ໄດ້​ຮັບ​ການ​ສະໜັບສະໜຸນ​ແລ້ວຈາກ​ພັກ Independent ນິຍົມ​ຂວາ​ຂອງ​ກຣິສ ຊຶ່ງ​ເປັນ​ການ​ອະນຸມັດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃຫ້​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ໄດ້​ຢ່າງ​ໄວ .ຫຼັງຈາກ​ປະກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃຫ້​ຊາບ​ໃນ​ວັນ​ຈັນ​ມື້​ນີ້ ຜູ້​ທີ່​ຈະ​ຂຶ້ນ ມາ​ເປັນນາຍົກລັດຖະມົນຕີ ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ທ່ານPanos Kammenos ຜູ້ນຳ​ພັກIndependent ຂອງ​ກຣິສ. ພັກ​ນິຍົມ​ຂວາ​ບໍ່​ມີ​ຫຽງຖືກ​ກັນ​ກັບ​ພັກ Syriza ​ແຕ່​ທັງ​ສອງ​ພັກ​ຄັດຄ້ານ​ຕໍ່​ການ​ຊ່ອຍ​ກູ້​ເສດຖະກິດ​ຂອງ​ນາໆ​ຊາດ​ຕໍ່​ປະ​ເທດທີ່​ເລີ້ມ​ຕົ້ນ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ປີຜ່ານມາ​ນີ້.

ທ່ານ Tsipras ​ໄດ້​ຮັບ​ການ​ສະໜັບສະໜຸນ​ແລ້ວຈາກ​ພັກ Independent ນິຍົມ​ຂວາ​ຂອງ​ກຣິສ ຊຶ່ງ​ເປັນ​ການ​ອະນຸມັດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃຫ້​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ໄດ້​ຢ່າງ​ໄວ.ຫຼັງຈາກ​ປະກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃຫ້​ຊາບ​ໃນ​ວັນ​ຈັນ​ມື້​ນີ້ ຜູ້​ທີ່​ຈະ​ຂຶ້ນ ມາ​ເປັນນາຍົກລັດຖະມົນຕີ ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ທ່ານ Panos Kamme-
nos ຜູ້ນຳ​ພັກIndependent ຂອງ​ກຣິສ. ພັກ​ນິຍົມ​ຂວາ​ບໍ່​ມີ​ຫຍັງຖືກ​ກັນ​ກັບ​ພັກ Syriza ​ແຕ່​ທັງ​ສອງ​ພັກ​ຄັດຄ້ານ​ຕໍ່​ການ​ຊ່ອຍ​ກູ້​ເສດຖະກິດ​ຂອງ​ນາໆ​ຊາດ​ຕໍ່​ປະ​ເທດ ທີ່​ເລີ້ມ​ຕົ້ນ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ປີຜ່ານມາ​ນີ້.

Your browser doesn’t support HTML5

greeceelection26january15