ຜູ້ພິພາກສາ ສານສູງສຸດ ສຫລ ທ່ານ Antonin Scalia ໄດ້ເຖິງແກ່ ອະສັນຍາກຳແລ້ວ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ Antonin Scalia
ທີ່ໄດ້ຮັບໃຊ້ໜ້າທີ່ ໃນສານສູງສຸດ ໄລຍະຍາວນານທີ່ສຸດ
ໄດ້ເຖິງແກ່ອະສັນຍາກຳແລ້ວ.

ທ່ານ Scalia ໄດ້ເສຍຊີວິດ ດ້ວຍສາເຫດທຳມະຊາດ ໃນຂະນະ
ທີ່ນອນຫລັບ ຢູ່ທີ່ສະຖານພັກຜ່ອນ ຣີສອດ Cibolo Creek
Ranch ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ.

ທ່ານ Scalia ນິຍົມແນວທາງເດີມ ມີອາຍຸຄົບ 79 ປີ. ທ່ານ
ໄດ້ຖືກແຕ່ງຕັ້ງ ໃຫ້ປະຈຳການໃນສານສູງສຸດ ໂດຍປະທານາ
ທິບໍດີ Ronald Reagan ໃນປີ 1986.

ປະທານສານສູງສຸດ ທ່ານ John Roberts ຜູ້ທີ່ໄດ້ຢັ້ງຢືນການເສຍຊີວິດຂອງທ່ານ
Scalia ນັ້ນ ໄດ້ເອີ້ນທ່ານ Scalia ວ່າ ເປັນ “ບຸກຄົນ ແລະ ນັກນິຕິສາດ ທີ່ດີເລີດ ຊຶ່ງ
ບັນດາເພື່ອນຮ່ວມງານຂອງທ່ານ ໄດ້ນິຍົມຊົມເຊີຍ ແລະ ເຫັນວ່າ ທ່ານເປັນຄົນດີ.”

ເຊີນຊົມ ຖະແຫລງການ ຂອງທ່ານໂອບາມາ ກ່ຽວກັບ ການເສຍຊີວິດ ຂອງທ່ານ Scalia

Your browser doesn’t support HTML5

President Obama's Statement on the Death of Supreme Court Justice Antonin Scalia

ແຟ້ມພາບ ເມື່ອວັນທີ 17 ມິຖຸນາ 1986, ປະທານາທິບໍດີ Ronald Reagan ປະກາດການສະເໜີຊື່ ທ່ານ Antonin Scalia (ຊ້າຍ) ຂຶ້ນສູ່ ສານສູງສຸດ ໂດຍມີທ່ານ William Rehnquist ຢູ່ເບື້ອງຂວາ.