​ມີການປິດ ການສື່ສານອີກຄັ້ງນຶ່ງ ໃນ​ທົ່ວເຂດກາຊາ ຍ້ອນ​ຂາດ​ເຊື້ອ​ໄຟ

  • ວີໂອເອ

ການບໍລິການດ້ານການແພດ ໃຊ້ໄຟສາຍຈາກໂທລະສັບ ເພື່ອຊ່ວຍຊາວປາແລັສໄຕນ໌ ທີ່ໄດ້ຮັບບາດເຈັບໃນການໂຈມຕີຂອງອິສຣາແອລ ຢູ່ໂຮງໝໍຂອງອິນໂດເນເຊຍ ຫຼັງຈາກໂຮງໝໍ ຊີຟາ ປິດການບໍລິຫານ ທ່າມກາງການໂຈມຕີຂອງອິສຣາແອລ ຢູ່ເຂດກາຊາ ວັນທີ 16 ພະຈິກ 2023.

ເຂດກາຊາ ໄດ້ຮັບຜົນກະທົບຈາກເຫດການປິດການສື່ສານອີກຄັ້ງນຶ່ງ ໃນວັນພະຫັດວານນີ້ ເນື່ອງຈາກການບໍລິການອິນເຕີເນັດ ແລະ ໂທລະສັບ ຢຸດ​ເຊົາ ຍ້ອນຂາດນໍ້າມັນເຊື້ອໄຟ, ບໍລິສັດໂທລະຄົມມະນາຄົມຫຼັກ ສອງແຫ່ງ ໃນເຂດດັ່ງກ່າວ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ.

"ພວກເຮົາເສຍໃຈທີ່ຈະຕ້ອງປະກາດວ່າ ການບໍລິການໂທລະຄົມທັງຫມົດໃນ ເຂດກາຊາ ໄດ້ຢຸດໃຫ້ບໍລິການແລ້ວ ເນື່ອງຈາກແຫຼ່ງພະລັງງານທັງຫມົດທີ່ສະໜັບສະໜູນເຄືອຂ່າຍໄດ້ຫມົດລົງ, ແລະນໍ້າມັນເຊື້ອໄຟ ບໍ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າມາ," ບໍລິສັດໂທລະຄົມປາແລັສໄຕນ໌ ຈໍວັລ (Jawwal) ແລະ ພັລເທລ (Paltel) ໄດ້ປະກາດໃນຖະແຫຼງການທີ່ເອົາລົງໃນສື່ສັງຄົມ X ໃນວັນພະຫັດວານນີ້.

ບັນດາ​ກຸ່​ມປົກ​ປ້ອງສິດທິ​ມະນຸດ​ ໄດ້​ເຕືອນ​ໃນ​ຕົ້ນ​ອາທິດ​ນີ້ ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ຈະ​ເກີດ​ການ​ປິດ​ການ​ສື່ສານອື່ນໆ ​ໃນ​ເຂດ ກາຊາ ທີ່ກຳລັງຈະເກີດຂຶ້ນ.

"ການປິດລະບົບໂດຍເຈດຕະນາ ຫຼືການຈໍາກັດການເຂົ້າເຖິງອິນເຕີເນັດ ແມ່ນເປັນການລະເມີດສິດຫຼາຍຢ່າງ ແລະສາມາດເປັນອັນຕະລາຍເຖິງແກ່ຊີວິດໄດ້ໃນລະຫວ່າງເກີດວິກິດການ," ທ່ານນາງ ເດໂບຣາ ບຣາວ (Deborah Brown), ນັກຄົ້ນຄວ້າເຕັກໂນໂລຈີອາວຸໂສຂອງ Human Rights Watch ກ່າວໃນຖະແຫຼງການ ໃນວັນພຸດທີ່ຜ່ານມາ.

ທ່ານນາງ ບຣາວ ກ່າວຕື່ມວ່າ "ການປິດການຕິດຕໍ່ສື່ສານແບບແກ່ຍາວ ແລະທັງໝົດ, ເຊັ່ນດຽວກັນກັບສິ່ງທີ່ເກີດຂຶ້ນຢູ່ໃນເຂດກາຊາ, ສາມາດປົກປິດຄວາມໂຫດຮ້າຍ ແລະເຮັດໃຫ້ເກີດການບໍ່ຕ້ອງໄດ້ຮັບໂທດ ໃນຂະນະດຽວກັນ ກໍ່ບ່ອນທຳລາຍຄວາມພະຍາຍາມດ້ານມະນຸດສະທຳ ແລະເຮັດໃຫ້ມີຄວາມສ່ຽງຕໍ່ຊີວິດ."

ການປິດການຕິດຕໍ່ສື່ສານຄັ້ງຫຼ້າສຸດທີ່ເກີດຂຶ້ນ ບໍ່ດົນຫຼັງຈາກອິສຣາແອລ ໄດ້ຮຽກຮ້ອງໃຫ້ຊາວປາແລັສໄຕນ໌ ອອກຈາກ 4 ເມືອງໃນພາກໃຕ້ຂອງເຂດກາຊາ ໃນວັນພະຫັດວານນີ້, ເປັນການສົ່ງສັນຍານວ່າ ການບຸກໂຈມຕີຂອງອິສຣາແອລ ອາດຈະຫັນໄປຫາເຂດທີ່ອິສຣາແອລ ເຄີຍເວົ້າກ່ອນໜ້ານີ້ວ່າ ຊາວປາແລັສໄຕນ໌ຈະປອດໄພຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ