ພວກເຈົ້າໜ້າທີ່ອະວຸໂສຂອງລັດຖະບານປະທານາບໍດີ ດໍໂນລ ທຣໍາຕ່າງກໍໄດ້ພາກັນ
ປະຕິເສດວ່າ ຕົນບໍ່ແມ່ນຜູ້ຂຽນ ບົດຄວາມເຫັນ ທີ່ຂໍສະຫງວນຊື່ ລົງໃນ ໜັງສືພິມນິວ
ຢອກໄທມສ໌ (New York Times) ທີ່ຕ້ອງຕິປະທານາທິບໍດີໃນການເປັນຜູ້ນຳ ແບບ
ໃຫ້ຄວາມສຳຄັນແຕ່ “ເລື້ອງເລັກໆນ້ອຍຫຼາຍເກີນໄປ ແລະບໍ່ມີປະສິດທິຜົນ.”
ລັດຖະມົນຕີການຕ່າງປະເທດໄມຄ໌ ພອມພຽວ ໃນການກ່າວຄຳປາໄສລະຫວ່າງການ
ຢ້ຽມຢາມ ປະເທດອິນເດຍນັ້ນ ເອີ້ນບົດຄວາມເຫັນນີ້ວ່າ “ໜ້າເສົ້າໃຈ” ໂດຍເວົ້າວ່າ
ທ່ານພົບເຫັນວ່າ “ຄວາມພະຍາຍາມ ຂອງສື່ມວນຊົນ ກ່ຽວກັບເລື້ອງນີ້ ເພື່ອບ່ອນທຳ
ລາຍຄວາມລັດຖະບານຊຸດນີ້ແມ່ນເປັນເລື້ອງທີ່ລົບກວນຈິດໃຈ ຢ່າງບໍ່ໜ້າເຊື່ອ.
Your browser doesn’t support HTML5
ຫ້ອງການຂອງຮອງປະທານາທິບໍດີໄມຄ໌ ແພັນສ໌ ກ່າວວ່າ “ຕົນແມ່ນຢູ່ສູງກວ່າການກະ
ທຳແບບສະໝັກຫລິ້ນດັ່ງກ່າວ.”
The Vice President puts his name on his Op-Eds. The @nytimes should be ashamed and so should the person who wrote the false, illogical, and gutless op-ed. Our office is above such amateur acts.
— Jarrod Agen (@VPComDir) September 6, 2018
ທ່ານແດນ ໂຄທ໌ສ ຜູ້ອຳນວຍການອົງການສືບລັບແຫ່ງຊາດ ໄດ້ອອກຖະແຫຼງການສະ
ບັບນຶ່ງ ກ່າວວ່າ “ການຄາດເດົາທີ່ວ່າ ບົດຄວາມເຫັນໃນໜ້າໜັງສືພິມນິວຢອກໄທມສ໌
ແມ່ນຂຽນຂຶ້ນໂດຍຂ້າພະເຈົ້າຫຼືຜູ້ຮອງຂອງຂ້າພະເຈົ້າ ແມ່ນຈະແຈ້ງ ບໍ່ຖືກຕ້ອງ. ພວກ
ເຮົາບໍ່ໄດ້ເຮັດ.”
ສ່ວນບຸກຄົນອື່ນໆທີ່ໄດ້ປະຕິເສດແມ່ນຮວມທັງລັດຖະມົນຕີກະຊວງປ້ອງກັນປະເທດ
ທ່ານເຈມສ໌ ແມັດຕິສ ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາ
ຊາດ ທ່ານນາງນິກກີ້ ເຮລີ ລັດຖະມົນຕີກະຊວງການເງິນ ທ່ານສຕີຟ ມນຸກຊິນ ລັດຖະ
ມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານນາງເຄີສເຈັນ ນຽລເຊັນ ລັດຖະມົນ
ຕີກະຊວງແຮງງານ ທ່ານອາເລັກ ອາຄັອສຕາ ແລະ ລັດຖະມົນຕີກະຊວງພະລັງງານ
ທ່ານຣິກ ແພຣີ.
ໜັງສືພິມນິວຢອກໄທມສ໌ກ່າວວ່າ ຜູ້ຂຽນແມ່ນເຈົ້າໜ້າທີ່ອະວຸໂສຂອງລັດຖະບານ ຊຶ່ງ
ວຽກການຂອງຜູ້ກ່ຽວ ອາດຈະຕົກຢູ່ໃນອັນຕະລາຍ ຖ້າຫາກມີການເປີດເຜີຍຊື່ຂອງຜູ້
ກ່ຽວ ໃຫ້ສາທາລະນະຊົນຮູ້.
ຜູ້ຂຽນ ທີ່ຂໍສະຫງວນຊື່ ຍັງໄດ້ກ່າວຢ້ຳວ່າ ຄວາມປະສົງຂອງປະທານາທິບໍດີ ໃນການ
ຢາກຈະເຮັດສິ່ງໃດສິ່ງນຶ່ງ ທີ່ຮ້າຍແຮງນັ້ນ ມັກຈະຖືກພົບເຫັນໂດຍຜູ້ຊ່ວຍຂອງທ່ານ.
Does the so-called “Senior Administration Official” really exist, or is it just the Failing New York Times with another phony source? If the GUTLESS anonymous person does indeed exist, the Times must, for National Security purposes, turn him/her over to government at once!
— Donald J. Trump (@realDonaldTrump) September 5, 2018
ຜູ້ຂຽນບົດຄວາມເຫັນນີ້ກ່າວຕື່ມວ່າ “ມັນອາດຈະເປັນສະຖານະການທີ່ບໍ່ຄ່ອຍດີປານ
ໃດໃນຍຸກສະໄໝທີ່ວຸ້ນວາຍນີ້” ແຕ່ຢາກໃຫ້ຊາວອາເມຣິກັນ ຮູ້ວ່າ “ຍັງມີຜູ້ໃຫຍ່ຢູ່ໃນ
ຫ້ອງນຳຢູ່.”
ປະທານາທິບໍດີທຣຳ ໄດ້ຕອບໂຕ້ຕໍ່ບົດຄວາມເຫັນດັ່ງກ່າວ ດ້ວຍການໃຫ້ຄວາມເຫັນ
ຈຳນວນນຶ່ງ ຫລັງຈາກທີ່ບົດຄວາມເຫັນນີ້ໄດ້ມີການພິມເຜີຍແຜ່ໃນມື້ວັນພຸດຮວມທັງ
ໄດ້ຂຽນຂໍ້ຄວາມ ລົງໃນທວີດເຕີ້ ຮຽກຮ້ອງໃຫ້ໜັງສືພິມສະບັບນີ້ ລະບຸແຫຼ່ງຂ່າວເພື່ອ
ນຳໂຕມາລົງໂທດ.
I’m draining the Swamp, and the Swamp is trying to fight back. Don’t worry, we will win!
— Donald J. Trump (@realDonaldTrump) September 6, 2018
"ສິ່ງທີ່ເອີ້ນວ່າ 'ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ' ນັ້ນ ມີຕົວຕົນຈິງຫລືບໍ່ ຫລືວ່າມັນ
ເປັນພຽງເລື້ອງທີ່ໜັງສືພິມນິວຢອກໄທມສ໌ ທີ່ຫລົ້ມແຫຼວໃຊ້ເປັນແຫລ່ງຂ່າວ ທີ່ເສກ
ສັນປັ້ນແຕ່ງຂຶ້ນມາ ອີກອັນນຶ່ງເທົ່ານັ້ນ?" ນັ້ນຄືຄໍາເວົ້າ ຂອງທ່ານ ທຣຳທີ່ຂຽນຢູ່ໃນ
ທວີດເຕີ້. ທ່ານຂຽນເພີ້ມອີກວ່າ "ຖ້າຫາກຄົນທີ່ບໍ່ປະສົງອອກຊື່ທີ່ຂີ້ຂາດຕາຂາວນັ້ນ
ມີຈິງແທ້ ໜັງສືພິມນິວຢອກໄທມສ໌ ຈະຕ້ອງສົ່ງໂຕຜູ້ກ່ຽວໃຫ້ລັດຖະບານດຽວນີ້ໂລດ
ເພື່ອຈຸດປະສົງໃນການຮັກສາຄວາມໝັ້ນຄົງແຫ່ງຊາດ!"
ຄໍາຮຽກຮ້ອງດັ່ງກ່າວ ມີຂຶ້ນໃນເວລາບໍ່ດົນພໍເທົ່າໃດ ພາຍຫລັງທີ່ທ່ານທຣໍາ ໄດ້ຂຽນ
ຂໍ້ຄວາມທີ່ໃຊ້ຄໍາເວົ້າ ແບບດຽວກັນນີ້ ຢູ່ໃນທວີດເຕີວ່າ "TREASON?" ຊື່ງແປວ່າ
ຂາຍຊາດແມ່ນບໍ່?