ເທີກີຢຶດຖື ທ່າທີອັນແຂງແກ່ນ ຕໍ່ເລື້ອງການ ກັກຂັງ ຄຸນພໍ່ ອາເມຣິກາ

​ຄຸນ​ພໍ່ ​ໂປ​ແຕສຕັງຊາວ​ອາ​ເມຣິກັນ ທ່ານ​​ແອນ​ດຣູ ບຣັນ​ສັນ ຈາກລັດ ຄາໂຣລາຍນາ ເໜືອ ຢູ່ບ້ານພັກຂອງທ່ານ ໃນວັນທີ 25 ກໍລະກົດ, 2018.

ອັງກາຣາ ປະກາດ​ທີ່​ຈະ​ຕອບ​ໂຕ້​ຕ້ານ​ວໍຊິ​ງຕັນຄືນ ຂອງ​ການ​ລົງ​ໂທດ​ແກ່​ຍຸ​ຕິ
​ທຳ ເທີ​ກີ​ແລະ​ບັນດາ​ກະຊວງ​ພາຍ​ໃນ ​ໃນ​ການ​ພົວພັນ​ກັບ​ການ​ກັກ​ຂັງ​ຄຸນ​ພໍ່
​ໂປ​ແຕສຕັງຊາວ​ອາ​ເມຣິກັນ ທ່ານແອນ​ດຣູ ບຣັນ​ສັນ.

ທ່ານ Berat Albayrak ລັດຖະມົນຕີກະຊວງການເງິນຂອງເທີກີ

ຮອງ​ປະທານາທິບໍດີ​ເທີ​ກີ ທ່ານ​ຟູ​ອາ​ຕ ອົກ​ເຕ ​ໄດ້​ຂົ່ມຂູ່​ທີ່​ຈະ​ຕອບ​ໂຕ້​ຢູ່​ໃນ​ການ​ສົ່ງ​ຂໍ້
ຄວາມ​ທາງ​ທວິດ​ເຕີ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ພວກ​ເຮົາຈະ​ບໍ່​ລັ່ງ​ເລ​ໃຈ​ແມ່ນແຕ່​ວິນາ​ທີ
ດຽວ ທີ່​ຈະ​ເຮັດ​ອັນ​ທີ່​ບັນດາ​ປະ​ເທດ​ຍິ່ງ​ໃຫຍ່ຕ້ອງ​ເຮັດ ພາຍ​ໃຕ້​ການ​ນຳພາ​ຂອງ​ປະ
ທານາທິບໍດີ​ຂອງ​ພວກ​ເຮົາ.

ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ Abdulhamit Gul (ຊ້າຍ) ແລະລັດຖະມົນຕີ ກະຊວງພາຍໃນ, ທ່ານ Suleyman Soylu ພາກັນນໍາຫລັງ ປະທານາທິບໍດີ Tayyip Erdogan ໄປເຂົ້າຮ່ວມກອງປະຊຸມ ໃນວັນທີ 2, 2018

ເຖິງ​ຢ່າງ​ໃດ​ກໍ​ດີ ຢູ່​ໃນ​ບົດ​ຖະ​ແຫຼ​ງການ ທ່ານ​ເບີຣັຕ ອາລ​ເບ​ຣັກ ລັດຖມົນຕີ​ເສດຖະ
ກິດ​ທີ່​ມີ​ອຳນາດ ​ໄດ້​ເນັ້ນ​ໜັກການ​ປະ​ເຊີນໜ້າ​ໜ້ອຍ​ກວ່າ.

ທ່ານ​ອາລ​ເບຣັກ ກ່າວ​ວ່າ “ບຸລິ​ມະ​ສິດ​ຂອງ​ພວກ​ເຮົາ​ກໍ​ຄື​ການຄໍ້າປະກັນວ່າ ການ​ດຳ
​ເນີນ​ດັ່ງກ່າວ​ນີ້​ເປັນ​ທີ່​ຕົກລົງ​ກັນ​ໄດ້​ຜ່ານ​ທາງ​ການ​ທູດ ​ແລະ​ຄວາມ​ພະຍາ​ຍາມ​ສ້າ​ງສັນ
ທີ່​ສະໝໍ່າ​ສະ​ເໝີ​ກັບ​ຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ​ພັນທະ​ມິດ ທີ່​ແບ່ງປັນ​ເບື້ອງ
​ຫຼັງ​ປະຫວັດສາດ​ທີ່​ເຂັ້ມ​ແຂງ.

ລັດຖະມົນຕີ​ຍຸ​ຕິ​ທໍາ ທ່ານ​ອັບ​ດູ​ນຮາ​ມິ​ຕ ກູລ ​ແລະ​ລັດຖະມົນຕີ​ພາຍ​ໃນ ທ່ານ​ຊູ​ເລ​ມານ
ຊອຍ​ລູ ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ການ​ເງິນ ​ແລະ​ມາດ​ຕະການ​ໆ​ທູດ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ອັນ
​ທີ່​ວໍ​ຊິງ​ຕັນ​ຮ້ອງ​ບົດບາດ​ເຂົາເຈົ້າ​ຢູ່​ໃນການ​ກັກ​ຂັງ​ບໍ່​ເປັນທີ່ທ່ຽງ​ທຳ​ແກ່ຄຸນ​ພໍ່​ບຣັນສັນ.

Your browser doesn’t support HTML5

US-Turkey Relations Further Sour Over Detention of American Pastor

ຄຸນ​ພໍ່​ອາ​ເມຣິກັນ​ກຳລັງ​ຢູ່​ໃນ​ການ​ດຳ​ເນີນ​ຄະ​ດີກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ ​ແລະ​ກ່າວ
​ຫາ​ສືບ​ລັບ​ທີ່​ເຊື່ອມ​ຕໍ່ໄປ​ຫາ​ບັນດາ​ຜູ້​ຕິດຕາມ​ຂອງນັກ​ສາສໜາ​ເທີ​ກີ ທ່ານ​ເຟັດ​ຮູ​ລາ
ກູ​ເລີ​ນ ທີ່ຢູ່​ໃນ​ສະຫະລັດ ຜູ້ທີ່​ໄດ້​ຖືກ​ຖີ້ມ​ໂທດໃສ່ໂດຍ​ອັງກາຣາ ​ໃນ​ຄວາມ​ລົ້ມ​ແຫລ​ວ
ຂອງການ​ເຮັດ​ລັດຖະປະຫານ ​ແລະ​ຜູ້​ທີ່​ເທີ​ກີ​ກຳລັງ​ຊອກ​ຫາ​ການ​ສົ່ງ​ໂຕ​ກັບ​ຄືນ.

ປພທານາທິບໍດີ Tayyip Erdogan ກ່າວຄໍາປາໄສໃນວັນທີ 15 ກໍລະກົດ ທີ່ນະຄອນອັງຄາຣາ, 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ