ນັກວິເຄາະ ວ່າ ສາຍສຳພັນ ດ້ານການທູດ ທີ່ ຊຸດໂຊມລົງ ລະຫວ່າງ ໂຕກຽວ ແລະ ໂຊລ ອາດຈະບໍ່ ຍືດເຍື້ອ ຖ້າແກ້ໄຂບັນຫາ ໃນທັນທີ

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ, ຊ້າຍ, ຈັບມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ກ່ອນການເຂົ້າປະຊຸມ ຢູ່ທີ່ທຳນຽບ ຂອງນາຍົກ ອາເບະ ໃນນະຄອນຫຼວງ ໂຕກຽວ, ວັນທີ 9 ພຶດສະພາ 2018.

ຄວາມ​ສຳ​ພັນ​ລະ​ຫວ່າງ​ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ຍັງ​ສືບ​ຕໍ່​ຊຸດ​ໂຊມ​ລົງ ໃນ​ຂະ​ນະ​ທີ່​ບັນ​ຫາ​
ຂັດ​ແຍ້ງໃໝ່ ທາງ​ດ້ານ​ການ​ທູດ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ໃນ​ສາຍ​ພົວ​ພັນ ລະ​ຫວ່າງ​
ໂຊ​ລ ແລະ​ໂຕ​ກຽວ ຄືນ​ອີກ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ວິ​ເຄາະ ​ກ່າວ​ຕໍ່​ອີ​ໂອ​ເອ​ວ່າ ວິ​ກິດ​ການ​ທີ່​ກຳ​ລັງ​ປະ​ເຊີນໜ້າ
ກັບ​ປະ​ເທດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ທັງ​ສອງແມ່ນ​ເລີ້ມ​ມາ​ຈາກ​ບັນຫາ​ຕ່າງໆ ​ທີ່​ແກ່
​ຍາວມາໂດຍ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ຊຶ່ງ​ໃນ​ທີ່​ສຸດ ​ອາດ​ຈະສົ່ງຜົນ​ກະ​ທົບ ​ໃຫ້ປະ​ເທດ​ທັງ​
ສອງ ​ປະ​ຕິ​ບັດ​ຕໍ່​ກັນ​ແບບ​ໃດ ກ່ຽວ​ກັບ​ເລື້ອງ​ຄວາມ​ໝັ້ນຄົງ ​ໃນພູ​ມີ​ພາກ.

ພວກຜູ້ເຄາະຮ້າຍ ຈາກການຖືກບັງຄັບໃຫ້ອອກແຮງງານ ແລະ ຄອບຄົວຂອງພວກເຂົາເຈົ້າ ໄດ້ເດີນທາງຮອດສານສູງສຸດ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 29 ພະຈິກ 2018.

ທ່ານ​ຄີ​ໂຮ ຢັງ (Keeho Yang) ສາ​ສະ​ດາ​ຈານ ດ້ານ​ການ​ສຶກ​ສາ​ກ່ຽວ​ກັບ​ປະເທດ​ຍີ່​ປຸ່ນ
ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຊັງ​ກອງ​ໂຮ ໄດ້​ຕິດ​ຕາມ​ເບິ່ງ​ທ່າ​ອຽງ​ ຂອງຄວາມ ຊຸດ​ໂຊມ​ລົງ​ໃນ​
ສາຍ​ພົວ​ພັນ ລະ​ຫວ່າງ​ ປະ​ເທດ​ທັງ​ສອງ ຢ້ອນ​ຄືນ​ໄປ​ເມື່ອ​ປີ 2012 ເວ​ລາ​ ປະ​ທາ​ນາ​-
ທິບໍ​ດີ ລີ ​ມີ​ຢຸງ ບັກ ໄປ​ຢ້ຽມ​ຢາມ​ ເກາະດັອກ​ໂດ (Dok-do) ຊຶ່ງ​ເປັນ​ເກາະ​ຫີນ​ນ້ອຍໆ
ທີ່​ອ້າງ​ກຳ​ມະ​ສິດ​ໂດຍ​ຍີ່​ປຸ່ນ ແລະ​ເອີ້ນ​ເກາະ​ດັ່ງ​ກ່າວນີ້ ວ່າ ຕາ​ເກ​ຊິ​ມະ (Takeshima.)

​ນັບ​ຕັ້ງ​ແຕ່ນັ້ນ​ມາ ທ່ານ​ກ່າວ​ວ່າ “ກໍ​ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ​ຫຼາຍ ໃນ​ຄວາມ​ສຳ​ພັນ​
ລະ​ຫວ່າງ ​ປະ​ເທດ​ທັງ​ສອງ. ມັນ​ຮ້າຍ​ແຮງ​ຫຼາຍ.”

ໃນພາບນີ້ ທີ່ນຳມາຈາກ ວີດີໂອ ໃນວັນທີ 28 ທັນວາ 2018 ໂດຍ ກຳລັງປ້ອງກັນຕົວຂອງຍີ່ປຸ່ນ, ສະແດງໃຫ້ເຫັນ ກຳປັ່ນລົບ ຂອງເກົາຫຼີໃຕ້ ແມ່ນເຫັນໄດ້ວ່າ ກຳລັງແນເຣດ້າ ລະບົບຄວບຄຸມການຍິງ ໃສ່ກຳປັ່ນລົບ ຂອງຍີ່ປຸ່ນ ເມື່ອວັນທີ 21 ທັນວາ 2018, ຢູ່ໃນເຂດນ່ານນ້ຳໃນພາກເໜືອຂອງຍີ່ປຸ່ນ ທີ່ກຳລັງມີການຂັດແຍ້ງກັນຢູ່ນັ້ນ.

ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານ​ຂອງ​ປະ​ເທດ​ທັງ​ສອງ​ແມ່ນ​ຕອບ​ໂຕ້​ກັນ​ໄປ​ມາ ບໍ່​ວ່າ​ຈະເປັນ​
ເລື້ອງກຳ​ປັ່ນ​ລົບ​ ຂອງ​ເກົາ​ຫຼີ​ໃຕ້ ແນ​ເຣ​ດ້າ​ຄວບ​ຄຸມ​ການ​ຍິງ​ໃສ່​ເຮືອ​ບິນ​ລົບ ​ກຳ​ລັງ​
ປ້ອງ​ກັນ​ຕົວ​ຂອງ​ຍີ່​ປຸ່ນ ໃນ​ເດືອນ​ແລ້ວນີ້ ແລະ​ເກົາ​ຫຼີ​ໃຕ້ ຈະຍຶດ​ຊັບ​ສິນ​ຂອ​ງ​ບໍ​ລິ​ສັດ
ຍີ​ປຸ່ນ ຫຼັງ​ຈາກ​ການ​ຕັດ​ສິນ​ຂອງ​ສານ ທີ່​ບັງ​ຄັບ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ ຈ່າຍ​ເງິນຊົດ​ເຊີຍ
​ໃຫ້​ແກ່​ພວກ​ທີ່​ຖືກ​ບັງ​ຄັບ​ໃຊ້​ແຮງ​ງານ ໃນ​ສະ​ໄໝ​ສົງ​ຄາມ​ໂລກ ​ຄັ້ງ​ທີ 2.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ