ບໍລິສັດ Amazon ຈະຊື້ເອົາ ໜັງສືພິມ Washington Post (ວີດິໂອ)

  • Mil Arcega

Your browser doesn’t support HTML5

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້

ທ່ານ Jeff Bezos ຜູ້ກໍ່ຕັ້ງເຄືອຂ່າຍຊື້ຂາຍທາງອິນເທີເນັດຍັກ
ໃຫຍ່ Amazon ຈະຊື້ເອົາໜັງສືພິມຊັ້ນ​ນໍາສະບັບນຶ່ງຂອງສະຫະ
ລັດ ກໍຄືໜັງສື ພິມ Washington Post ທີ່ໄດ້ປະກາດເມື່ອວັນ
ຈັນອາທິດຜ່ານມານີ້ວ່າ ທ່ານ Bezos ຈະຊື້ໜັງສືພິມສະບັບດັ່ງ
ກ່າວ ແລະພ້ອມກັບສາຂາສິ່ງພິມ ອື່ນໆໃນເຄືອຂອງຕົນ ໃນລາ
ຄາ 250 ລ້ານໂດລ່າ. ຂ່າວນີ້ແມ່ນໄດ້ສ້າງ ຄວາມປະຫຼາດໃຈ
ຢ່າງໃຫຍ່​ໃຫ້ແກ່ຫຼາຍໆຄົນ ​ໃນວົງການອຸດສາຫະກໍາການ ຂ່າວ. ແຕ່ດັ່ງທີ່ຜູ້ສື່ຂ່າວວີໂອເອ Mil Arcega ລາຍງານມານັ້ນ ພວກ
ນັກ ວິເຄາະບາງຄົນເວົ້າວ່າ ການຕົກລົງຊື້ຂາຍກັນທີ່ວ່ານີ້ ອາດ
ເປັນຜົນດີສໍາລັບ ໜັງສືພິມ Washington Post ທີ່ກໍາລັງລົ້ມ ລຸກຄຸກຄານຢູ່ໃນຂະນະນີ້ກໍໄດ້. ທອງປານ ມີເລຶ່ອງນີ້ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ

Your browser doesn’t support HTML5

ຟັງລາຍງານ ກ່ຽວກັບໜັງສືພິມ Washington Post


ໜັງສືພິມ Washington Post ທີ່​ມີ​ຊື່​ສຽງ​ໃນ​ຖານະ​ເປັນ​ໜັງສືພິມ ທີ່​ນໍາສະ​ເໜີຂ່າວໃຫຍ່
ສໍາຄັນໆ ຫຼາຍໆເລຶ່ອງກ່ອນໝູ່ນັ້ນ ​ແມ່ນເປັນ​ໄອ​ຄອນ​ຫຼື​ແບບຢ່າງຂອງຂ່າວສານການພິມ
ມາ​ເປັນ​ເວລາຫຼາຍທົດສະວັດ. ແຕ່ຫຼັງຈາກ​ທີ່ໄດ້ປະເຊີນກັບຍອດ​ຂາຍ​ແລະການສັ່ງຈອງ
ທີ່​ຫຼຸດນ້ອຍ​ລົງ ພ້ອມ​ກັບລາຍໄດ້ທີ່ຕົກຕໍ່າລົງຢ່າງຫຼວງຫຼາຍນັ້ນ ທ່ານ Donald Graham ປະທານ ໜັງສືພິມ Washington Post ບອກພວກພະນັກງານ ວ່າ ໜັງສືພິມສະບັບນີ້ ຈະມີໂອກາດທີ່ດີຂຶ້ນກວ່າເກົ່າ ກັບເຈົ້າຂອງຜູ້ໃໝ່.

ທ່ານ ແກຣມ ເວົ້າວ່າ: “ພວກເຮົາຮູ້ດີວ່າ ເຮົາສາມາດຮັກສາໜັງສືພິມນີ້ໃຫ້ຢູ່
ລອດໄດ້ ພວກເຮົາຮູ້ວ່າມັນຈະຢູ່ລອດໄດ້ ແຕ່ຄວາມປາດຖະໜາຂອງພວກ
ເຮົາ ສໍາລັບໜັງສືພິມນີ້ ແມ່ນສູງກວ່ານັ້ນ
ຢູ່ຕະຫຼອດມາ.”

ພວກໜັງສືພິມທັງຫຼາຍ ​ແມ່ນໄດ້ສູນເສຍຄົນອ່ານ ແລະລາຍ​ໄດ້​ຈາກການໂຄສະນາ
ໄປຕາມໆ​ກັນ ຍ້ອນຄູ່ແຂ່ງທາງອິນເທີເນັດ.

​ແມ່ຍິງ​ຄົນ​ນີ້​ເວົ້າ​ວ່າ “ຂ້ອຍເຄີຍຈອງໜັງສືພິມອ່ານມາກ່ອນ ແຕ່ດຽວນີ້ຂ້ອຍບໍ່ໄດ້ ຈອງຫຍັງອີກແລ້ວ ຂ້ອຍຊອກອ່ານທຸກຢ່າງ ຈາກອິນເທີເນັດ.”

Jeff Bezos ຜູ້ບຸກເບີກອິນເທີເນັດ ແລະຜູ້ກໍ່ຕັ້ງບໍລິສັດ Amazon ຊຶ່ງເປັນ​ເສດຖີອັນດັບ
ທີ 11 ຂອງໂລກ ​ໄດ້ສະເໜີຊື້ເອົາໜັງສືພິມ Washington Post ​ໃນມູນຄ່າ 250 ລ້ານ
ໂດລ່າ ຊຶ່ງບາງຄົນກໍ​ເວົ້າວ່າ ເປັນການເຄື່ອນໄຫວທີ່ສະຫຼາດຂອງທ່ານ Bezos ແລະ
ເໜາະສົມທັນ​ເວລາ ສໍາລັບໜັງສືພິມ Washington Post.

Paul Levinson ຜູ້ຂຽນ​ປື້​ມແລະເປັນອາຈານສອນວິຊາການສຶກສາສື່ມວນຊົນ ເວົ້າວ່າ ມັນເຖິງເວລາແລ້ວ ທີ່ໜັງສືພິມນີ້ຈະກ້າວເຂົ້າສູ່ຍຸກ digital ຊຶ່ງທ່ານເວົ້າຕໍ່ວີໂອເອ ຜ່ານ skype ໃນຕອນນຶ່ງວ່າ:

“ຍ້ອນວ່າ ອະນາຄົດຂອງໜັງສືພິມທັງຫຼາຍນັ້ນ ແມ່ນຢູ່ອິນເທີເນັດ. ແຕ່ນີ້ກໍບໍ່
ໄດ້ໝາຍຄວາມວ່າ ໜັງສືພິມທີ່​ພິມ​ອອກ​ມາ ຈະໝົດໄປ​ ແລະ​ບໍ່​ມີ​ອີກ​ເລີຍ. ທີ່ຈິງແລ້ວ ໂອກາດດີທີ່ສຸດທີ່ໜັງສືພິມທັງຫຼາຍ ຈະສືບຕໍ່ດໍາລົງ​ຄົງ​ຢູ່​ຕໍ່ໄປໄດ້ນັ້ນ
ກໍ​ແມ່ນຕ້ອງ​ມີໜ້າທາງອິນເທີເນັດທີ່ຄຶກຄັກ ຫ້າວຫັນ ແລະເຕີບໂຕຂຶ້ນໄປ​
ເລື້ອຍໆ ແລະສິ່ງນັ້ນຫຼ່ະ ທີ່ບໍລິສັດ Amazon ສາມາດເຮັດ​ໃຫ້ໜັງສືພິມ Washingto Post ​ໄດ້.”


ລຸນຫຼັງ​ເວລາຫຼາຍສິບປີ ທີ່​ໜັງສືພິມ​ສະບັບ​ນີ້​ ໄດ້ເປັນສົມ​ບັດຂອງຄອບຄົວ Graham ທ່ານ Bezos ໄດ້ຮັບປະກັນແກ່ຄອບຄົວ ແລະບັນດາພະນັກງານໜັງສືພິມ ວ່າ ພາລະ
ກິດແລະບົດບາດຂອງໜັງສືພິມ Washington Post ຈະບໍ່ມີຫຍັງປ່ຽນແປງ ພ້ອມກັບ
ໃຫ້ຄໍາໝັ້ນສັນຍາວ່າ ຈະປ່ອຍໃຫ້ ວຽກ​ງານການບໍລິຫານທັງໝົດ ເປັນຂອງຄະນະຜູ້
ຈັດການໜັງສືພິມຕໍ່ໄປ.

Chris Tolles ຫົວໜ້າບໍລິຫານ ບໍລິສັດ Topix ຊຶ່ງເປັນໜ່ວຍງານວົງການຂ່າວ ທາງ ອິນເທີເນັດ ທີ່ໄປເຖິງຜູ້ຊົມໃຊ້ອິນເທີເນັດຫຼາຍລ້ານຄົນນັ້ນ ເວົ້າວ່າ ໜັງສືພິມ ວໍຊິງຕັນ ໂພສ ເປັນກະບອກສຽງທີ່ສໍາຄັນຢ່າງນຶ່ງໃນວົງການທຸລະກິດການຂ່າວ ແລະການເມືອງ ສະຫະລັດ. ທ່ານເວົ້າຕໍ່ ວີໂອເອ ຜ່ານ Skype ວ່າ:

“ຂ້າພເຈົ້າຄິດວ່າ Washington Post ນີ້ ເປັນນຶ່ງໃນສາມ ຫຼືສີ່ ໜັງສືພິມ
ຍັກໃຫຍ່
ອັນດັບສູງສຸດໃນສະຫະລັດ ແລະໂດຍສະເພາະບົດບັນນາທິການ
ຂອງໜັງສືພິມນີ້ ​ແມ່ນມີນໍ້າໜັກຫຼາຍສົມ
ຄວນ ເພາະມີບັນດາປະທານາທິບໍດີ
ສະຫະລັດ ສະມາຊິກສະພາຄອງ
ແກຣສ ແລະຄອບຄົວຂອງພວກເຂົາເຈົ້າ ອ່ານມາຕະຫຼອດ.”

ໜັງສືພິມວໍຊິງຕັນ ໂພສ ໄດ້ສ້າງຊື່ສຽງອັນເຂັ້ມແຂງ​ໃຫ້ຕົວເອງ ​ໂດຍ​ການ​ເປັນ​ໜັງສືພິມ​ທີ່​ສະ​ເນີຂ່າວໃຫຍ່ໆທີ່ພົ້ນເດັ່ນ ກ່ອນໝູ່ ຫຼາຍໆ​ເລື້ອງ ເຊັ່ນຂ່າວນອງນັນ​ເລື້ອງ Water-
gate ຂ່າວເອກກະສານຕ່າງໆ​ຂອງທໍານຽບຫ້າແຈ ແລະລ່າສຸດ​ເມື່ອບໍ່ດົນຜ່ານມານີ້ ກໍແມ່ນເປີດເຜີຍຂ່າວ ກ່ຽວກັບໂຄງການສືບລັບຕ່າງໆ ຂອງອົງການຄວາມໝັ້ນຄົງແຫ່ງ
ຊາດສະຫະລັດ ຫຼື NSA ນັ້ນ.

ເບິ່ງວີດີໂອ ກ່ຽວກັບທ່ານ Jeff Bezos ຫົວໜ້າບໍລິສັດ Amazon ທີ່ຈະຊື້ເອົາ ໜັງສືພິມ Washington Post:

Your browser doesn’t support HTML5

Media Experts Ponder Future of Newspapers After Washington Post Sale