ເກົາຫຼີເໜືອ ອາດຈະພັດທະນາເຮືອດຳນ້ຳຊະນິດໃໝ່ໃນໄວໆນີ້ ທີ່ຈະລວມເຂົ້າໃນການ ພັດທະນາລູກສອນໄຟຂີປະນາວຸດທີ່ກຳລັງດຳເນີນຢູ່ ແລະ ຂະຫຍາຍຄວາມສາມາດຂອງ ກອງທັບ ໃນການໂຈມຕີດ້ວຍອາວຸດນິວເຄລຍຈາກທະເລ.
ການທົດລອງຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ທີ່ໄດ້ຮັບຄວາມສຳເລັດເມື່ອບໍ່ ດົນມານີ້ຂອງ ພຽງຢາງ ເຊິ່ງໄດ້ບິນໄປໄກເຖິງ 500 ກິໂລແມັດ ກ່ອນທີ່ຈະຕົກລົງໃສ່ທະເລ ໃນເຂດຄວບຄຸມການປ້ອງກັນທາງອາກາດຂອງ ຍີ່ປຸ່ນ.
ມັນໄດ້ສ້າງຄວາມເປັນຫ່ວງເພີ່ມຂຶ້ນວ່າ ເກົາຫຼີເໜືອ ແມ່ນກຳລັງພັດທະນາເຮືອດຳນ້ຳຊະ ນິດໃໝ່ທີ່ສາມາດຍິງລູກສອນໄຟຂີປະນາວຸດຫຼາຍລູກໄດ້.
ຮູບການທົດລອງຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ເປີດເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ. 24 ເມສາ, 2016.
ທ່ານ Park Hwee-rhak ອາຈານສອນລັດຖະສາດທີ່ມະຫາວິທະ ຍາໄລ Kookmin ໄດ້ ກ່າວວ່າ “ເລື່ອງທີ່ ເກົາຫຼີເໜືອ ກຳລັງສ້າງລູກສອນໄຟ SLBM ນັ້ນໝາຍຄວາມວ່າ ພວກເຂົາກຳລັງສ້າງເຮືອດຳນ້ຳທີ່ມັນສາມາດຍິງລູກສອນໄຟ SLBM ແລະ ຂ້າພະເຈົ້າ ຄິດວ່າ ພວກເຂົາສາມາດສ້າງເຮືອດຳນ້ຳ ໃຫ້ເປັນເຮືອດຳນ້ຳທີ່ຂັບເຄື່ອນດ້ວຍພະລັງ ງານນິວເຄລຍ.”
ການພັດທະນາເຮືອດຳນ້ຳພະລັງງານນິວເຄລຍ ຈະເຮັດໃຫ້ມັນສາມາດຢູ່ໃຕ້ນ້ຳໄດ້ເປັນ ເວລາດົນນານ, ແລະ ເດີນທາງໃນໄລຍະທີ່ໄກກວ່າໃນລະດັບຄວາມໄວທີ່ສູງກວ່າ ໃນຂະ ນະທີ່ມັນຍັງຄົງບໍ່ສາມາດຖືກຈັບການເຄື່ອນໄຫວໄດ້.
ທ່ານ Moon Keun-sik ນັກວິເຄາະດ້ານປ້ອງກັນປະເທດທີ່ສະພາປ້ອງກັນປະເທດເກົາຫຼີ ໄດ້ກ່າວວ່າ ທ່ານຄາດວ່າ ເກົາຫຼີເໜືອຈະສ້າງເຮືອດຳນ້ຳ ຂະໜາດ 3,000 ໂຕນພ້ອມ ດ້ວຍທໍ່ຍິງລູກສອນໄຟ SLBM 3 ທໍ່.