ເກົາຫລີເໜືອໄດ້ປະກາດໃນອາທິດແລ້ວນີ້ວ່າ ຕົນຈະບໍ່ດຳເນີນການປົດອາວຸດນີວເຄລຍ
ເວັ້ນເສຍແຕ່ວ່າ ສະຫະລັດລົບລ້າງໃນສິ່ງທີ່ປະເທດນັ້ນເອີ້ນວ່າ" ໄພຂົ່ມຂູ່ຈາກອາວຸດນີວ
ເຄລຍ" ສາກ່ອນ.
ທ່ານຢອງວຸກ ຣີຢູ (Yongwook Ryu) ຈາກສະຖາບັນ ການສຶກສາກ່ຽວກັບເກົາຫລີເໜືອ
ແມ່ນບໍ່ປະຫລາດໃຈແຕ່ຢ່າງໃດເລີຍຕໍ່ຄຳປະກາດເຊັ່ນນັ້ນຂອງເກົາຫລີເໜືອ.
ທ່ານ ຢອງວຸກ ຣີຢູ (Yongwook Ryu) ເວົ້າວ່າ "ເກືອບວ່າໝົດທຸກຄົນ ມີຄວາມສົງ
ໄສວ່າເກົາຫລີເໜືອ ແລະສະຫະລັດ ລວມທັງເກົາຫລີໃຕ້ນຳວ່າ ມີຄວາມເຂົ້າໃຈຕ່າງ
ກັນ ກ່ຽວກັບການປົດອາວຸດນີວເຄລຍ."
ທ່ານເວົ້າອີກວ່າ "ພວກນັກວິເຄາະ ແລະຜູ້ຊ່ຽວຊານ ຮູ້ແລ້ວວ່າ ໂດຍການປົດອາວຸດນີວເຄລຍ, ເກົາຫລີເໜືອໝາຍຄວາມວ່າເປັນການຍົກຍ້າຍກຳລັງທະຫານຂອງສະຫະລັດອອກຈາກແຫລມເກົາຫລີ ພ້ອມທັງການລົບລ້າງໄພຂົ່ມຂູ່ຈາກ ອາວຸດນີວເຄລຍຂອງສະຫະລັດ.”
ແຕ່ເຖິງຢ່າງໃດກໍຕາມ, ທ່ານ ຊອງ ວູນ ເຈິນ (Seong Whun Cheon) ຈາກສະຖາບັນອາຊານ (Asan) ຍິ່ງເວົ້າແຮງໄປກວ່ານັ້ນວ່າ "ເກົາຫລີເໜືອ ໄດ້ຫລອກໃຊ້ ຄຳວ່າ ການປົດອາວຸດນີວເຄລຍຂອງເກົາຫລີໃຕ້ ແລະສະຫະລັດ."
ທ່ານເຈິນເວົ້າວ່າ "ຄຳວ່າການປົດອາວຸດນີວເຄລຍໄດ້ສ້າງຂຶ້ນມາໂດຍວໍຊິງຕັນ," ໂດຍໝາຍເຖິງຂັ້ນຕອນທີ່ວ່າ "ເກົາຫລີໃຕ້ ແລະເກົາຫລີເໜືອຍົກເລີກທ່າທີທາງດ້ານນີວເຄລຍທຸກຮູບແບບ ຊຶ່ງລວມທັງການກັ່ນທາດຢູເຣນຽມ ແລະທຳການຫັນສະຖານທີ່ຕ່າງທີ່ສາມາດໃຊ້ເພື່ອຈຸດປະສົງທາງການທະຫານນັ້ນ."
ທ່ານເຈິນເວົ້າອີກວ່າ ນັ້ນຄືເປົ້າໝາຍສູງສຸດຂອງການປະກາດຮ່ວມກັນ ລະຫວ່າງເກົາຫລີເໜືອ ແລະເກົາຫລີໃຕ້ໃນປີ 1991 ແຕ່ວ່າ ພຽງຢາງບໍ່ໄດ້ໃຫ້ຄວາມສົນໃຈຕໍ່ຄຳຖະແຫລງດັ່ງກ່າວ ແລະສືບຕໍ່ພັດທະນາໂຄງການຂອງຕົນ ທັງໝົດເລີຍ ໃນຂະນະທີ່ບອກໂຊລແລະວໍຊິງຕັນວ່າ ພວກຕົນກຳລັງລົບລ້າງມັນຢູ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ