ບັນດານັກວິເຄາະ ເປັນຫ່ວງນຳ ການປະຕິຮູບ ທີ່ຊັກຊ້າລົງ ໃນມຽນມາ

ຊາວມຽນມາສອງຄົນ ກຳລັງຖ່າຍຮູບເອົາຕົນເອງ ໃນວັນສຸດທີ່ຮັກ ໃກ້ໆກັບວັດ Shwedagon ໃນນະຄອນຢ້າງກຸ້ງ ວັນທີ 14 ກຸມພາ 2014.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ມີ​ຄວາມ​ຢ້ານ​ກົວກັນວ່າ ​ໂຄງການ​
ປະຕິ​ຮູບ​ດ້ານ​ການ​ເມືອງ​ແລະ​ເສດຖະກິດຂອງ​ມຽນມາກຳລັງ​
ຕົກຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ​ແລະ​ຈະ​ບໍ່ມີ​ຄວາມ​ກ້າວໜ້າ​ຕື່ມ
​ອີກ ກ່ອນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທີ່​ກຳນົດຈະ​ມີ​ຂຶ້ນໃນ​ປີ
2015 ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານ​ມາ​
ຈາກ​ບາງກອກວ່າ​ ຄວາມ​ເປັນ​ຫ່ວງ​ດັ່ງກ່າວ​ຂອງ​ພວກ​ກຸ່ມ​ສິດ
ທິ ​ກຳລັງ​ເພີ່ມ​ທະ​ວີຂຶ້ນ ​ໃນ​ຂະນະ​ທີ່​ປະຊາ​ຄົມ​ທຸລະ​ກິດຕ່າງ
ປະ​ເທດ ​ຍັງມີ​ຄວາມ​ຕື່ນ​ເຕັ້ນຢູ່ ​ກ່ຽວ​ກັບ​ຄວາມສາມາດບົ່ມ​
ຊ້ອນ​ດ້ານ​ເສດຖະກິດ​ໄລຍະ​ຍາວ​ຂອງ​ມຽນມ້າ​ນັ້ນ. ​ສິງ​ມີ
​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບ ການປະຕິຮູບໃນມຽນມາ



ທະນາຄານ​ພັດທະນາ​ເອ​ເຊຍ ​ຫຼື ADB ກ່າວ​ວ່າ ມຽນມາ​ສາມາດ​ກາຍ​ເປັນ​ປະ​ເທດ
ທີ່​ມີ​ລາຍ​ຮັບ​ພໍ​ປານ​ກາງ​ ພາຍ​ໃນ​ປີ 2030 ຖ້າ​ຫາກ​ວ່າ ມຽນມາ​ສາມາດ​ຮັກສາ​ການ
ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດຂອງ​ຕົນ ​ໃຫ້​ຢູ່​ໃນ​ອັດຕາ​ສູງ​ກວ່າ 6 ​ເປີ​ເຊັນ​ຕໍ່​ປີ ໄດ້​.

ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ ​ທີ່​ໄດ້ເລີ້ມ​ຂຶ້ນ​ໃນ​ປີ 2011 ​ໄດ້​ພາ​ໃຫ້
ປະ​ເທດ​ຕາ​ເວັນ​ຕົກສ່ວນ​ຫຼາຍ ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ ທີ່​ໄດ້​ນຳໃຊ້ມາ
​ເປັນ​ເວລາ​ດົນ​ນານ ຕໍ່ອຳນາດ​ປົກຄອງ​ທະຫານ​ໃນ​ມຽນມາ​ ທີ່​ແຕ່​ກ່ອນ​ເອີ້ນ​ວ່າພະມ້ານັ້ນ.

ທ່ານ John Hancock ທະນາຍຄວາມ​ຊາວອອສ​ເຕຣ​ເລຍ ​ແລະ​ທີ່​ປຶກສາ​ກ່ຽວ​ກັບ​
ມຽນມາ ກ່າວ​ວ່າ ພວກ​ນັກ​ລົງທຶນ​ຕ່າງປະ​ເທດ​ພາກັນ​ຮັບ​ຮູ້ໃນຄວາມ​ສາມາດ​ບົ່ມ​ຊ້ອນ
​ຂອງ​ມຽນມາ.

ທ່ານ Hancock ​ເວົ້າວ່າ “​ສິ່ງ​ທີ່ໄດ້ເກີດ​ຂຶ້ນ​ໃນ​ມຽນມາ ​ໃນ​ໄລ​ຍະ 5, 6, 7
ປີ ທີ່ຜ່ານມາ​ນີ້ ​ແມ່ນ​ເປັນ​ສິ່ງ​ທີ່​ພົ້ນ​ເດ່​ນ​ແທ້ໆ. ການ​ເປີດກ້ວາງ​ປະ​ເທດ ​
ດຳເນີນ​ໄປໄດ້​ດີຫຼາຍ​. ຄວາມ​ເຕັມ​ໃຈທີ່​ຈະ​ທຳ​ການ​ປ່ຽນ​ແປງ ການເຕັມ​
ໃຈ​ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້ານັ້ນ ແມ່ນ​ໜ້າ​ມະຫັດ ສະຈັນພໍ​ສົມຄວນ. ມີ​
ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍທີ່​ສຸດ​ຢູ່​ໃນ​ມຽນມາ ​ເວລາ​ນີ້. ທຸກໆ​ຄົນ​ຢາກ​
ໄປ​ທີ່​ນັ້ນທຸກໆ​ຄົນ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເອົາ​ເງິນ​ຂອງ​ຕົນ ​ໄປທຸ້ມ​ເທ​ລົງ
ຢູ່​ຫັ້ນ ​ເພື່ອ​ສະໜັບສະໜຸນ​ຜົນ​ປະໂຫຍ​ດ​ຂອງ​ຕົນ ​ໃຫ້​ກ້າວໜ້າ​ໄປ​ໄວ​.”


​ທ່ານ Hancock ກ່າວ​ຕໍ່​ໄປວ່າ ​ແຕ່​ກໍ​ຍັງ​ມີການ​ທ້າ​ທາຍ​ດ້ານ​ເສດຖະກິດ​ຫຼາຍໆຢ່າງຢູ່ ອັນຮວມທັງ​ການ​ປະຕິ​ຮູບ​ທີ່​ດິນ ການ​ໃຊ້​ຈ່າຍ​ໃນ​ດ້ານ​ໂຄງ​ລ່າງ​ພື້ນຖານ ​ແລະ​ການ​ສຶກ
ສາ ຕະຫຼອດ​ທັງ​ການສ້າງສາ​ ລະບົບ​ລັດຖະກອນ​ຂອງ​ປະ​ເທດ ​ຄືນ​ໃໝ່.

ມຽນມາ ຍັງ​ເປັນ​ນຶ່ງ​ ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​.
ຫຼາຍກ່ວາ 1 ສ່ວນ 4 ຂອງພົນ​ລະເມື​ອງທັງ​ໝົດ ຈໍ ານວນ 61 ລ້ານ​ຄົນ​ຂອງ​ມຽນມານັ້ນ
ຍັງ​ດຳລົງ​ຊີວິດ​ຢູ່​ໃນ​ລະດັບ​ຕຳ່ກວ່າ ລະດັບ​ຄວາມທຸກ​ຍາກ​ແຫ່ງ​ຊາດ. ພວກຄົນ​ທຸກ​ຍາກ
​ສ່ວນ​ຫຼາຍ​ ອາ​ໄສຢູ່​ໃນ​ເຂດ​ຊົນນະບົດ ​ແລະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ ການ​ບໍ່​ມີ​ການລົງ
ທະບຽນທີ່​ດິນ​ ​ແລະ​ເອກ​ະສານ​ຖື​ຄອງ​ກຳມະສິດ​ທີ່​ດິນຢ່າງ​ພຽງພໍ ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​
ຫຼາຍ​ລ້ານ​ຄົນ​ບໍ່ມີ​ຄວາມ​ໝັ້ນຄົງ ຕົກ​ຢູ່​ໃນ​ສະພາບ​ຖືກ​ເອົາ​ປຽບ​ໄດ້​ງ່າຍ.

ທ່ານ Aung Zaw ບັນນາທິການ​ໜັງສືພິມ Irrawaddy ກ່າວ​ວ່າ ຫຼາຍ​ຄົນ​ໃນ​ມຽນມາ
​ພາກັນ​ຢ້ານວ່າ ຈະ​ມີ​ການ​ຖອຍຫຼັງ​ໃນ​ຈັງ​ວະ​ຂອງ​ການ​ປະຕິ​ຮູບ.

ທ່ານ Aung Zaw ​ເວົ້າວ່າ “ເປັນ​ເວລາ 3 ປີ​ປາຍ​ຜ່ານ​ມາ​ແລ້ວ. ບັດ​ນີ້ ປະຊາ
ຊົນ​ໃນ​ມຽນມາ ພາກັນ​ເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ເຫັນ​ການ​ຖອຍຫຼັງ​ໃນ​ທຸກໆ​ດ້ານ
ໂດຍ​ສະ​ເພາະກັບ “ໂອກາດ​ຄຳ”. ປະຊາຊົນ​ໃນ​ໂລກ​ພາກັນ​ເຂົ້າ​ໄປ​ໃນ​
ມຽນມາ ​ແລະ​ພາກັນກ່າວ​ຍ້ອງຍໍອຳ ນາດ​ປົກຄອງ​ທີ່​ໄດ້​ທຳ​ການ​ປ່ຽນ​ແປງ​
ຕ່າງໆ​. ​ແຕ່ພວກ​ເຂົາ​ເຈົ້າ​ພຽງ​ແຕ່ຖືກ​ຫຼອກໂດຍ​ຂັ້ນ​ຕອນ​ການປະຕິ​ຮູບເທົ່າ​
ນັ້ນ. ຖ້າ​ພວກ​ເຮົາ​ມາ​ເບິ່ງ​ສະພາບ​ການ​ໃນ​ປັດຈຸບັນ​ນີ້ ມັນວຸ້ນ​ວາຍ​ຫຍຸ້ງ
ຍາ​ກຫຼາຍ​ ​ເພາະວ່າບັນຫາການ​ຍຶດ​ເອົາ​ທີ່​ດິນ ຍັງ​ເປັນ​ເລື້ອງ​ທີ່​ແກ້​ໄຂ​ບໍ່​ໄດ້ ​
ແລະເປັນເລື້ອງ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ​ເວລາ​ນີ້.”


ທ່ານ Aung Zaw ກ່າວ​ຕື່ມ​ວ່າ ​ໃນ​ຂົງ​ເຂດ​ຊາຍ​ແດນ​ຕ່າງໆ ມີຫຼັກ​ຖານ​ຊີ້ໄປໃສ່​ກອງທັບ
ທີ່ “ຍຶດ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ໄປໝົດ​” ​ຊຶ່ງໄດ້ບີ​ບ​ບັງຄັບ​ໃຫ້​ພວກ​ຊາວບ້ານ​ຕ້ອງ​ຍ້າຍໜີ​
ໄປ​ຢູ່​ບ່ອນ​ອື່ນ ​ເພື່ອ​ຫຼີກ​ທາງໃຫ້​ແກ່ ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ.

ທ່ານ Zaw ກ່າວ​ຕື່ມ​ວ່າ ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ ​ເຊັ່ນ​ເຂດ Dawei ທາງ
ພາກ​ໃຕ້​ຂອງ​ມຽນມາ ​ໄດ້​ດຶງ​ດູດ​ເອົາ​ນັກລົງທຶນຈາກ​ຕ່າງປະ​ເທດ ​ແຕ່​ໄດ້​ສ້າງ​ຄວາມເສຍ
​ຫາຍ​ທາງ​ດ້ານ​ສັງຄົມ​ແລະ​ສິ່ງ​ແວດ​ລ້ອມ​ຢ່າງ​ຫຼວງ​ຫຼາຍ ເປັນ​ຕົ້ນ​ວ່າ ປະຊາຊົນຖືກ​ບັງຄັບ​ໃຫ້ຍ້າຍ​ໜີ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄປ ​ໂດຍ​ທີ່​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ຢ່າງ​ພຽງພໍ​.

ລັດຖະບານ​ອອສ​ເຕຣ​ເລຍ​ໄດ້​ເຕືອນ​ບັນດານັກ​ລົງທຶນ​ວ່າ ພວກ​ບຸກຄົນ​ແລະບໍລິສັດ​ຕ່າງໆ
​ ທີ່​ມີ​ສາຍ​ພົວພັນ​ໃກ້ຊິດ​ກັບ​ພວກ​ທະຫານ​ມຽນມາ ສືບຕໍ່​ໃຊ້​ອິດ​ທິພົນ​ຢູ່ໃນ​ຫຼາຍພາກສ່ວນ​
ຂອງ​ເສດຖະກິດ ຮວມທັງພາກສ່ວນ​ນ້ຳມັນ ​ແກ​ສທຳ​ມະ​ຊາດ ​ແລະ​ໄມ້​ທ່ອນ.

ທ່ານ Sean Turnell ນັກກເສດຖະສາດ ປະຈຳ​ມະຫາວິທະຍາ​ໄລ Macquarie​ໃນ
​ນະຄອນ​ຊິດ​ນີ ກ່າວ​ວ່າ ການ​ປະຕິ​ຮູບ​ໄດ້​ຊັກ​ຊ້າ​ລົງ ໃນ​ພາກສ່ວນ​ການ​ກະ​ເສດບ່ອນ​ທີ່
65 ​ເປີ​ເຊັນ​ຂອງ​ພົນລະ​ເມືອງ​ມຽນມາ​ ທຳມາ​ຫາ​ລ້ຽງຊີບ​ນັ້ນ.

ທ່ານ Turnell ​ເວົ້າວ່າ “ອັນ​ທີ່​ຂ້າພະ​ເຈົ້າຕົກ​ໃຈນໍາ​ແທ້ໆ​ນັ້ນ ກໍ​ແມ່ນການ​ຂາດ​
ຄວາມ​ຄືບ​ໜ້າ​ທາງ​ດ້ານ​ການ​ກະ​ເສດ. ​ແມ່ນ​ສິ່ງ​ໃດ​ ທີ່ຈະສ້າງ​ຄວາມ​ແຕກ​
ຕ່າງອັນ​ໃຫຍ່ຫຼວງ​ທີ່​ສຸດ​ຕໍ່​ຊີວິດຂອງ​ປະຊາຊົນ​? ມັນ​ແມ່ນ​ເລື້ອງ​ການ​ປະຕິ​
ຮູບ​ກະສິກຳ. ​ໃນ​ດ້ານ​ນຶ່ງ​ກໍ​ແມ່ນ​ເລື້ອງ​ທີ່​ດິນ ​ແລະ​ການ​ສ້າງ​ຄວາມ​ໝັ້ນຄົງ​
ເລື້ອງ​ທີ່​ດິນ​ໃຫ້​ປະຊາຊົນໃນ​ແບບ​ໃດ​ແບບ​ນຶ່ງ ແຕ່​ວ່າໃນ​ດ້ານນີ້​ດ້ານ​ດຽວ​
ເທົ່າ​ນັ້ນ ພວກ​ເຮົາ​ກໍ​ຍັງເຫັນ​ການ​ຖອຍຫຼັງ ແທນທີ່ຈະໄດ້ເຫັນຄວາມກ້າວໜ້າ.”


ທ່ານ Turnell ກ່າວຕໍ່​ໄປ​ວ່າ ຖ້າ​ບໍ່​ສິດ​ເປັນ​ເຈົ້າ​ຂອງ​ທີ່​ດິນ ພວກ​ກະສິກອນ​ກໍມີ​ທາງ
​ເຂົ້າ​ຫາ​ສິນເຊື່ອ​ໄດ້​ໜ້ອຍ ຊຶ່ງ​ຈະ​ພາ​ໃຫ້​ອັດຕາ​ການ​ເປັນ​ໜີ້​ສິນຂອງ​ເຂົາ​ເຈົ້າ ສູງຂຶ້ນ.
ນອກ​ນັ້ນ​ແລ້ວ ການ​ປະຕິ​ຮູບກໍຍັງ​ປະ​ເຊີນ​ກັບ​ການ​ຕໍ່ຕ້ານ​ຈາກ​ພວກຫົວ​ນິຍົມ​ແນວ
ທາງ​ເດີມ ​ໃນ​ວົງ​ການລັດຖະບານນໍາ.

ບັນດາ​ນັກວິ​ເຄາະ​ພາກັນ​ກ່າວ​ວ່າ ລູກ​ກະ​ແຈ​ໄປ​ສູ່​ການ​ແກ້​ໄຂ​ບັນຫາ ​ແມ່ນ​ຂຶ້ນ​ຢູ່​ກັບ
ຜົນ​ຂອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ​ໃນ​ປີ 2015 ​ແຕ່ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ທີ່​ມີຜົນ​ປະ​
ໂຫຍ​ດ ທີ່​ຢ້ານ​ກົວ​ວ່າ​ຈະ​ມີການ​ປ່ຽນ​ແປງຕື່ມ​ອີກ​ນັ້ນ ກຳລັງ​ບ່ອນ​ທຳລາຍ​ການ​ປະຕິ​
ຮູບ​ຕ່າງໆ​ໂດຍ​ທຳ​ການຍຸຍົງ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ກັນ​ໃນລະຫວ່າງ​ຊົນ​ກຸ່ມ​ນ້ອຍ
​ແລະ​ກຸ່ມ​ສາສະໜາ​ຕ່າງໆ.