ອົງການນິລະໂທດກຳສາກົນ ກ່າວວ່າ ຄວາມຢ້ານກົວ ດ້ານການເມືອງ ແລະຄວາມກຽດຊັງ ກຳລັງເຮັດໃຫ້ກາຍເປັນຂອງທຳມະດາ ໂດຍຜູ້ນຳ ຈຳນວນນຶ່ງ

Your browser doesn’t support HTML5

ອົງການນິລະໂທດກຳສາກົນ ກ່າວວ່າ ຄວາມຢ້ານກົວ ດ້ານການເມືອງ ແລະຄວາມກຽດຊັງ ໄດ້ ເຮັດກາຍ ເປັນຂອງທຳມະດາ ໂດຍຜູ້ນຳຈຳນວນນຶ່ງ

ລາຍ​ງານ​ປະຈຳ​ປີ​ຂອງອົງການນິລະ​ໂທ​ດກຳ​ສາກົນ ໄດ້ບັນທຶກ​ການ​ລະ​ເມີດ​ສິດທິ​ມະ
ນຸດ ຢູ່ໃນເກືອບ 160 ປະ​ເທດ ​ແລະ​ກ່າວ​ວ່າ ​ໃນປີ 2017 ​ທີ່ຜ່າ​ນມານີ້ ພວກຜູ້ນຳ​ບາງ
ຄົນ ​ທີ່ມີ​ອິດ​ທິພົນ​ສູງ​ສຸດ​ໃນ​ໂລກ ໄດ້​ເຮັດ​ໃຫ້ການ​ເມືອງ​ຂອງຄວາມ​ກຽດ​ຊັງ ​ແລະຄວາມ
ຢ້ານ​ກົວ ກາຍ​ເປັນ​ເລື່ອງ​ທຳ​ມະ​ດາໄປ. ນັກ​ຂ່າວ​ວີ​ໂອ​ເອ ມາຣີອາມາ ດີ​ອາລ​ໂລ ມີ​ລາຍ
ງານ ​ຊຶ່ງ ກິ່ງ​ສະ​ວັນ ຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານປະຈຳປີ ຂອງອົງການນິລະໂທດກຳສາກົນ

ບໍ່​ວ່າຈະເປັນການ​ຮຽກ​ຮ້ອງເອົາຄວາມ​ສົນ​ໃຈ ກ່ຽວກັບການຫາຍສາບສູນ ຂອງຜູ້ຄົນຈໍາ
ນວນ​ນຶ່ງ ພາຍ​ໃຕ້​ສະພາບການທີ່ໜ້າສົງ​ໄສຢ່າງ​ຢູ່​ເມັກ​ຊິ​ໂກ ຫລື ການ​ປະ​ທ້ວງເພື່ອຮຽກ
ຮ້ອງ​ໃຫ້​ປ່ອຍ​ໂຕ ​ພວກ​ນັກ​ໂທດຈິດ​ສຳນຶກຢູ່ໃນ​ທົ່ວ​ໂລ​ກ ອົງການ​ນິລະ​ໂທດ​ກຳ​ສາກົນ​
ໄດ້​ເປັນ​ແຊມ​ປ້ຽນກ່ຽວກັບເລື້ອງສິດທິ​ມະນຸດມາ​ໄດ້​ເກືອບ​ຫົກ​ທົດ​ສະ​ວັດ​ແລ້ວ.

​ໃນ​ລາຍ​ງານປະຈຳ​ປີສະບັບໃໝ່ ​ທີ່​ຫາ​ກໍ່ພິມເຜີຍ​ແຜ່ນັ້ນ ອົງການນິລະໂທດກຳສາກົນ
​ໄດ້ອ້າງ​ວ່າ ການ​ກະທຳ​ໂດ​ຍພວກ​ຜູ້ນຳ​ໃນ​ອີ​ຈິບ ຟິລິບ​ປີນ ​ເວ​ເນ​ຊູ​ເອລາ ຈີນ ຣັດ​ເຊຍ
​ແລະ​ສະຫະລັດ ​ໄດ້ບ່ອນ​ທຳລາຍຕໍ່​ສິດທິ​ຂອງ​ຫລາຍ​ລ້ານ​ຄົນ.

ທ່ານ​ນາງ​ມາກ​ກາ​ເຣັດ ຫ້ວງ (Margaret Huang) ຫົວໜ້າ​ບໍລິຫານ ອົງການ​ນິລະໂທດ
​ກຳ​ສາກົນ ​ເວົ້າວ່າ “​ພວກ​ຜູ້ນຳ​ເຫລົ່າ​ນີ້​ໄດ້​ລະ​ເມີດ​ກົດ​ໝາຍ​ດ້ານ​ສິດທິ​ມະນຸດ ຫຼືບໍ່ກໍ​
ຮຽກຮ້ອງໃຫ້​ຄົນ​ອື່ນໆ​ລະ​ເມິ​ດກົດໝາຍ​ສິດທິມະນຸດຢ່າງ​ເປີດແປນ. ​ໃນ​ກໍລະນີ​ຂອງ​
ຟິລິບປີນປະທາ​ນາ​ທິບໍດີ ​ໂຣດຣິກ​ໂກ ດູ​ເຕີ​ເຕ (Rodrigo Duterte) ຂອງ​ຟິລິບ​ປີນ
ຄວາມ​ຈິງ​ແລ້ວ​ທ່ານ​ໄດ້ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ອອກ​ໄປຊອກຫາ ​ແລະ​ຂ້າ​ພວກ​ທີ່​ສົງ
​ໄສວ່າ​ເປັນ​ພວກຄ້າຢາ​ເສບ​ຕິດ.”

ລາຍງານດັ່ງ​ກ່າວຍັງໄດ້ຕຳໜິ ປະທານາທິບໍດີ ດໍໂນລ ທຣໍາ ຂອງ​ສະຫະລັດ ກ່ຽວກັບ
ນະໂຍບາຍຄົນເຂົ້າເມືອງຂອງ​ທ່າ​ນ ​ແລະໄດ້ກ່າວຫາທ່ານວ່າ​ບ່ອນທຳ ລາຍສິດເສລີ
ພາບດ້ານຂ່າວສານແລະມີປະຫວັດທີ່ບໍ່ດີ​ໃນ​ດ້ານ​ສິດທິຂອງພວກ ແມ່ຍິງ. ວິໂອເອ ໄດ້
ຕິດ​ຕໍ່​ໄປຫາທຳນຽບຂາວ ແລະກະຊວງຕ່າງປະເທດ ເພື່ອ ຂໍຄຳ​ເຫັນກ່ຽວກັບ​ເລື່ອງນີ້ ແຕ່ກໍບໍ່ໄດ້ຮັບຄຳຕອບ​ເລີຍ.

ທ່ານນາງຫ້ວງກ່າວ​ເພິ້ມອີກວ່າ “ໂຕຢ່າງທີ່​ຂີ້ຮ້າຍ​ທີ່ສຸດອັນ​ນຶ່ງກໍຄືທ່ານຮັບຮອງເອົາ
ກົດໃນ​ການ​ປິດ​ບໍ່​ໃຫ້​ມີ​ປາກ​ສຽງ​ໃນ​ລະດັບໂລກ….ສະ​ນັ້ນອົງການຕ່າງໆທີ່​ເຄີຍ​ໄດ້​
ໃຫ້​ຄຳ​ປຶກສາ ຄຳແນະນຳ ແລະ​ໃຫ້ຂໍ້ມູນກ່ຽວກັບການ​ເຮັດແທ້ງ​ເອົາລູກ ອອກ ແລະ
ການ​ບໍລິການ​ດ້ານ​ການ​ແພດ​ໃນ​ການ​ສືບ​ພັນ​ອື່ນໆຕ້ອງໄດ້ເລືອກເອົາ ລະຫວ່າງ
ການໃຫ້ຄຳແນະນຳ​ໃນການເຮັດແທ້ງເອົາລູກອອກແກ່ພວກຄົນປ່ວຍ ຂອງເຂົາເຈົ້າ

ຫຼື​ໄດ້ຮັບເງິນຊ່ອຍເຫຼືອຈາກລັດຖະບານສະຫະລັດ.”

ເປັນທີ່​ຮູ້ກັນ​ຢ່າງເປັນທາງ​ການ​ວ່າ​ນະ​ໂຍບາຍຂອງເມືອງ​ເມັກຊິ​ໂກຊີ້​ຕີ້ (Mexico City)
ຊຶ່ງ​ໄດ້​ຫ້າມບໍ່ໃຫ້ນຳໃຊ້ທຶນສະຫະລັດ ​ຊ່ວຍເຫຼືອ​ບັນດາ​ອົງການ​ສາກົນ ທີ່​ສະໜອງການ
ໃຫ້ຄຳແນະນຳໃນການເຮັດແທ້ງເອົາລູກ​ອອກ ຊຶ່ງບາງ​ຄັ້ງກໍ​ໄດ້​ຮັບ​ການອະນຸມັດແລະ
ບາງ​ຄັ້ງກໍບໍ່ໄດ້​ຮັບ ​ມາ​ແຕ່​ປີ 1984. ພາຍ​ໃຕ້​ປະທານາທິບໍດີ ​ທຣໍາ ນະ​ໂຍບາຍຫ້າມ​ໃຫ້
​ທຶນ​ດັ່ງກ່າວ​ໄດ້​ຂະຫຍາຍກວ້າງວົງອອກ​ໄປເພື່ອກວມ​ເອົາ​ທຸກ​ການ​ໃຫ້​ທຶນ ​ອີງ​ຕາມ​ການ
ຂໍ້​ກ່າວ​ອ້າງທີ່​ວ່າ ຕົນມີ​ຈຸດປະສົງ​ໃຫ້ການ​ປົກ​ປ້ອງ​ແກ່​ເດັກທາລົກທີ່​ຍັງບໍ່ທັນ​ເກີດມາ​
ເບິ່ງ​ໂລກ.

ກຸ່ມສະໜັບສະ​ໜູນ​ສິດທິຂອງ​ພວກ​ແມ່ຍິງ ເວົ້າວ່າ ການຫ້າມບໍ່ໃຫ້ທຶນດັ່ງກ່າວໄດ້ສ້າງ​ຄວາມເສຍຫາຍຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ແ​ກ່ອົງການ​ຈັດ​ຕັ້ງ​ຕ່າງໆ ທີ່ຄື
ກັນກັບຂອງພວກເຂົາເຈົ້າ.

ທ່ານຈອນ ລອຕສເປັສ ຜູ້ອຳນວຍການອົງການທີ່ເປັນຄູ່ຮ່ວມ ແລະຊັບພະຍາກອນໃນ
ການເຄື່ອນໄຫວ ມາຣີສໂຕບສ໌ສາກົນ ກ່າວວ່າ “​ເພາະສະ​ນັ້ນ ໃນສະຖານທີ່ຕ່າງໆທີ່
ໄດ້ມີການຈັດຕັ້ງແລ້ວຄື ມາດາກາສກາ ອູການດາ ຊິມບັບເວ ທີ່ພວກເຮົາເຫັນໂຄງ
ການຕ່າງໆ ໂດຍສະເພາະ ຮັບໃຊ້ພວກແມ່ຍິງ ທີ່ຕົກຢູ່ໃນ ອັນຕະລາຍ ເຊັ່ນວ່າບັນ
ດາໂຄງການເວົາເຈີ ທີ່ພວກເຮົານຳໃຊ້ ເພື່ອຊ່ວຍພາກ ເອກກະຊົນ ໃຫ້ບໍລິການ
ພວກແມ່ຍິງເຂົ້າເຖິງການຄຸມກຳເນີດ ຊຶ່ງໄດ້ຢຸດເຊົາມາ ແລ້ວນັ້ນ ສາມາດເຂົ້າໄປ
ຫາພວກແມ່ຍິງໄດ້.”

ແຕ່​ລາຍ​ງານຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ປະຈຳ​ເດືອນ​ນີ້​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງອົງການທີ່ເປັນ​ຄູ່​ຮ່ວມງານກ່ຽວກັບ​ສຸຂະ​ພາບຢູ່​ໃນຕ່າງປະ​ເທດ ​ໄດ້​ຮັບ​ເອົາ​ຂໍ້ກຳ
ນົດຂອງນະ​ໂຍບາຍ ​ແລະ​ກໍໄດ້​ຮັບ​ທຶນຄືນໃໝ່.

ລາຍງານຍັງໄດ້ກ່າວເຖິງສິດເສລີພາບ​ໃ​ນການປາກເວົ້າ ທີ່ໄດ້ຮັບຜົນກະທົບໃນ ປີ
2017 ແລະ ໄດ້ຊີ້ໃສ່ຈີນ ອີຈິບແລະເທີກີ ເປັນປະເທດທີ່ລ່ວງລະເມີດຮ້າຍແຮງທີ່ສຸດ.
ວີໂອເອ ໄດ້ຕິດຕໍ່​ໄປຫາບັນດາສະຖານທູດຂອງປະເທດເຫລົ່ານີ້ ຢູ່ ໃນສະຫະລັດ
ແຕ່ເຂົາເຈົ້າ ຍັງບໍ່ທັນໄດ້ໃຫ້ຄຳຕອບ.

ທ່ານນາງຫ້ວງກ່າວວ່າ “ເທີກີໄດ້ຈັບຫລາຍກວ່າ 50,000 ຄົນເຂົ້າຄຸກໃນໄລຍະສອງ
ປີທີີ່ຜ່ານມາ ຮວມທັງປະທານ ແລະຜູ້ອຳນວຍການ ອົງການນິລະໂທດກຳ ສາກົນປະ
ຈຳເທີກີ ໂດຍລັດຖະບານ ທີ່ນຳພາໂດຍ ຜູ້ຊຶ່ງໃນຄັ້ງນຶ່ງເຄີຍເປັນນັກ ໂທດແຫ່ງ​ຈິດ
ສຳນຶກ ທີ່ໄດ້ຮັບການອະໄພຍະໂທດນັ້ນ ແລະບັດນີ້ຜູ້ກ່ຽວໄດ້ປ່ຽນແປງ ແລະຈັບພວກ
ຜູ້ນຳສິດທິມະນຸດ ອັນເປັັນພາກສ່ວນຂອງຄວາມພະຍາຍາມ ທີ່ຈະຈັບກຸມບຸກຄົນໃດ
ກໍຕາມທີ່ຕ້ອງຕິລັດຖະບານ ຊຶ່ງຄືກັນກັບສະຖານນະການ ທີ່ພວກເຮົາພົບເຫັນຢູ່ໃນ
ອີຈິບ ແລະຈີນ.”


ລາຍງານໄດ້ໃຫ້ຂໍ້ສັງເກດ ກ່ຽວກັບຮ່ອງຮອຍຂອງຄວາມກ້າວໜ້າໃນການເດີນ ຂະບວນ
ຂອງພວກແມ່ຍິງແລະ #ຂະບວນການຂ້ອຍຄືກັນ. ນອກນັ້ນຍັງມີການ ຕົບມືໃຫ້ແກ່ໄຕ້ຫວັນ ຕໍ່ການຕັດສິນໃຈ ອະນຸຍາດໃຫ້ຮັກຮ່ວມເພດ ແຕ່ງງານກັນໄດ້.