ອົງການນິລະໂທດກຳ ກ່າວວ່າ ບໍລິສັດຜະລິດຢາ ບໍ່ໄດ້ສະໜອງຢາວັກຊີນ ກັນໂຄວິດ ພຽງພໍ ແກ່ບັນດາປະເທດທຸກຍາກ

ພວກຜູ້ຊາຍເຜົ່າ ມາອາໄຊ (Maasai) ລຽນແຖວເພື່ອສັກຢາວັກຊີນກັນໄວຣັສໂຄໂຣນາຂອງ AstraZeneca ໂດຍທີ່ແມ່ຍິງຄົນນຶ່ງໄດ້ຮັບການສັກຢາວັກຊີນ ຢູ່ທີ່ຄລີນິກ ແຫ່ງນຶ່ງໃນເມືອງ ຄີມານາ (Kimana) ທາງພາກໃຕ້ຂອງເຄັນຢາ, ວັນທີ 28 ສິງຫາ 2021.

ອົງການນິລະໂທດກຳສາກົນ ຫຼື Amnesty International ກ່າວຫາບັນດາບໍລິສັດຜະລິດຢາ ທີ່ນຳໜ້າຂອງໂລກໃນການສ້າງ “ວິກິດການດ້ານສິດທິມະນຸດທີ່ບໍ່ເຄີຍມີມາກ່ອນ” ໂດຍບໍ່ສະໜອງຢາວັກຊີນກັນໂຄວິດ-19 ພຽງພໍແກ່ປະເທດທີ່ທຸກຍາກທັງຫຼາຍຂອງໂລກ.

ໃນບົດລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ວັນພຸດວານນີ້ ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ກ່າວວ່າ ບໍລິສັດອາສຕຣາເຊເນກາ, ຈອນສັນແລະຈອນສັນ, ໂມເດີນາ, ໂນວາແວັກສ໌ ແລະບໍລິສັດຄູ່ຮ່ວມງານ ຟາຍເຊີຣແລະບາຍໂອເອັນເທັກ “ບໍ່ສາມາດທີ່ຈະປະຕິບັດຕາມຄວາມຮັບຜິດຊອບ ດ້ານສິດທິມະນຸດຂອງເຂົາເຈົ້າ” ໂດຍການປະຕິເສດທີ່ຈະເຂົ້າຮ່ວມໃນໂຄງການລິເລີ້ມແບ່ງປັນຢາວັກຊີນແລະແບ່ງປັນເທັກໂນໂລຈີຢາວັກຊີນໃນທົ່ວໂລກ ຊຶ່ງຕົນສາມາດສະຫຼະສິດດ້ານສິດທິຊັບສິນທາງປັນຍາຂອງພວກເຂົາ.

ອົງການນິລະໂທດກຳ ກ່າວວ່າ ພຽງແຕ່ “ໜ້ອຍດຽວ” 0.3 ເປີເຊັນຂອງຢາວັກຊີນກັນໂຄວິດ 5 ພັນ 76 ຮ້ອຍລ້ານໂດສ ໄດ້ຖືກແຈກຢາຍໄປໃຫ້ພວກປະເທດທີ່ມີລາຍໄດ້ຕ່ຳໃນທົ່ວໂລກ ໃນຂະນະດຽວກັນ 79 ເປີເຊັນໄດ້ສົ່ງໄປໃຫ້ພວກປະເທດທີ່ມີລາຍໄດ້ຂັ້ນກາງຂຶ້ນໄປແລະຂັ້ນສູງ. ອົງການນີ້ກ່າວວ່າ ຄວາມບໍ່ສະເໝີພາບເປັນ “ແຮງກົດດັນເຮັດໃຫ້ລະບົບສາທາລະນະສຸກທັງຫຼາຍ ອ່ອນແອລົງສູ່ຂັ້ນລົ້ມແຫຼວແລະເຮັດໃຫ້ມີການເສຍຊີວິດຫຼາຍໝື່ນຄົນໃນແຕ່ລະອາທິດຊຶ່ງການຕາຍນີ້ອາດຈະສາມາດຫຼີກເວັ້ນໄດ້” ໂດຍສະເພາະໃນບາງເຂດຂອງອາເມຣິກາລາຕິນ, ອາຟຣິກາ ແລະເອເຊຍ.

ອົງການດັ່ງກ່າວ ກ່າວວ່າ ບໍລິສັດຟາຍເຊີ, ບາຍໂອເອັນເທັກ ແລະໂມເດີນາ ພຽງລຳພັງແມ່ນຄາດວ່າ ຈະສ້າງລາຍໄດ້ເຖິງ 130 ຕື້ໂດລາລວມທັງໝົດພາຍໃນທ້າຍປີ 2022.

“ຜົນກໍາໄລບໍ່ຄວນມາກ່ອນຊີວິດຄົນຢ່າງເດັດຂາດ” ນັ້ນແມ່ນຄໍາເວົ້າຂອງທ່ານນາງ ແອັກເນັສ ຄາລລາມາດ (Agnes Callamard) ເລຂາທິການໃຫຍ່ຂອງອົງການິລະໂທດກຳສາກົນ.

ອົງການນິລະໂທດກຳ ຮຽກຮ້ອງຕໍ່ລັດຖະບານທັງຫຼາຍແລະບັນດາບໍລິສັດຜະລິດຢາໃຫ້ນຳສົ່ງຢາວັກຊີນກັນໂຄວິດ-19 2 ຕື້ໂດສໄປໃຫ້ພວກປະເທດທີ່ມີລາຍໄດ້ຕ່ຳຫາປານກາງໃນທັນທີເພື່ອປະຕິບັດຕາມເປົ້າໝາຍຂອງອົງການສະຫະປະຊາຊາດ ໃນການສັກຢາວັກຊີນກັນໂຄວິດ-19 ແກ່ປະຊາກອນຂອງປະເທດເຫຼົ່ານັ້ນ ໃຫ້ໄດ້ເຖິງ 40 ເປີເຊັນພາຍໃນທ້າຍປີນີ້.

ບົດລາຍງານນີ້ ໄດ້ນຳອອກເຜີຍແຜ່ກ່ອນໜ້າກອງປະຊຸມສຸດຍອດທາງອອນໄລຂອງທ່ານໂຈ ໄບເດັນ ປະທານາທິບໍດີສະຫະລັດ ທີ່ໄດ້ຈັດຂຶ້ນຮ່ວມກັບກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ໃນອາທິດນີ້. ທ່ານໄບເດັນ ຄາດວ່າ ຈະປະກາດເປົ້າໝາຍ ການສັກຢາວັກຊີນໃນທົ່ວໂລກ ໃຫ້ໄດ້ 70 ເປີເຊັນ ພ້ອມກັນນັ້ນ ຈະຊື້ຢາວັກຊີນຂອງຟາຍເຊີ ສອງເຂັມຕື່ມອີກ 500 ລ້ານໂດສ ໂດຍຈະນຳເອົາການບໍລິຈາກລວມທັງໝົດຂອງສະຫະລັດ ຫຼາຍກວ່າ 1 ພັນ 1 ຮ້ອຍລ້ານໂດສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ