ຕຳຫຼວດໄທ ເຕືອນອົງການ ນິລະໂທດກຳ ກ່ຽວກັບ ລາຍງານການທໍລະມານ

ນາຍົກລັດຖະມົນຕີໄທ ທ່ານ ປຣະຢຸດ ຈັນໂອຊາ ເດີນທາງມາເຖິງ ກອງປະຊຸມ ຄະນະລັດຖະມົນຕີປະຈຳສັບປະດາ ທີ່ຫ້ອງການ ລັດຖະບານໃນ ບາງກອກ, ໄທ. 27 ກັນຍາ, 2016.

ຕຳຫຼວດທີ່​ນະຄອນຫຼວງຂອງ ໄທ ໄດ້ຂົ່ມຂູ່ ທີ່ຈະຈັບກຸມນັກຄົ້ນຄວ້າສິດທິມະນຸດຈາກອົງ ການນິລະໂທດກຳສາກົນ ໃນວັນພຸດວານນີ້ ກ່ຽວກັບເຫດການໜຶ່ງທີ່ ທີ່​ພົວພັນກັບບົດ ລາຍງານໃໝ່ທີ່ໃຫ້ຂໍ້ມູນຕໍ່​ການກ່າວ​ຫາ ກ່ຽວກັບ "ການທໍລະມານ ແລະ ການປະຕິບັດ​ທີ່​ບໍ່​ຖືກຕ້ອງ​ອື່ນໆ” ໂດຍພວກທະຫານ ແລະ ຕຳຫຼວດ.

ທ່ານ Minar Pimple ຜູ້ອຳນວຍການອາວຸໂສ ກ່ຽວກັບການປະຕິບັດການທົ່ວໂລກຂອງ ອົງການ ນິລະໂທດກຳສາກົນ ໄດ້ກ່າວໃນຖະແຫຼງ ການສະບັບໜຶ່ງ ທີ່ອຳນາດການປົກ ຄອງ “ໄດ້ເຕືອນວ່າ ຖ້າຕົວແທນຂອງອົງການນິລະໂທດກຳສາກົນ ເວົ້າກ່ຽວກັບເຫດ ການດັ່ງກ່າວ​ແລ້ວ ພວກເຂົາເຈົ້າອາດຖືກຈັບກຸມ ແລະ ຖືກດຳເນີນຄະດີພາຍໃຕ້ກົດ ໝາຍແຮງງານຂອງ ໄທ.”

ແນວໃດກໍຕາມ ໂຄສົກຄົນໜຶ່ງຂອງກຸ່ມໄດ້ດຳເນີນຕໍ່ ດ້ວຍການສະເໜີຂ່າວສັ້ນຢ່າງກະ ທັນຫັນ, ໂດຍໃຫ້ລາຍລະອຽດ ຢູ່​ໃນ​ລາຍ​ງານຂໍ້ກ່າວຫາ 74 ກໍລະນີ ກ່ຽວກັບ ທະຫານ ແລະ ຕຳຫຼວດ ໄທ ໃນການໃຊ້ກຳລັງທຸບຕີ, ການເຮັດໃຫ້ຫາຍໃຈບໍ່ອອກດ້ວຍການໃຊ້ຖົງ ຢາງ, ການເອົາຫົວຈຸ່ມນ້ຳ ແລະ ວິທີຂອງການປະຈານ. ກຸ່ມດັ່ງກ່າວໄດ້ກ່າວວ່າ ການທໍ ລະມານຍັງຄົງ “ມີຢູ່ໂດຍທົ່ວໄປ” ​ເຖິງແມ່ນໄດ້ມີການຮຽກຮ້ອງໃຫ້ລັດຖະບານທະຫານ ທີ່ກຳລັງປົກຄອງປະເທດ ຢຸດການກະທຳທີ່ບໍ່ຖືກຕ້ອງນັ້ນ.

ນັບຕັ້ງແຕ່ການຍຶດອຳນາດ ໃນການກໍ່ລັດຖະປະຫານທີ່​ບໍ່ມີ​ການນອງເລືອດໃນປີ 2014, ລັດຖະບານທີ່ໄດ້ຮັບການໜູນຫຼັງ ໂດຍທະຫານຂອງ ໄທ ໄດ້ຕົກຢູ່ພາຍໃຕ້ການກ່າວວິ ຈານໂດຍນານາຊາດ ​ໃນ​ການຈຳກັດ​ຮັດ​ແຄບ​ຢ່າງ​ຮ້າຍ​ແຮງ ກ່ຽວກັບ ເສລິພາບໃນການ ປາກເວົ້າ, ການເຕົ້າໂຮມການເມືອງ ແລະ ການເລື່ອນເວລາໃນການກັບຄືນ​ໄປ​ສູ່ການປົກ ຄອງ​ແບບປະຊາທິປະໄຕ. ລັດຖະບານໄດ້ໂຕ້ຖຽງວ່າ ການປົກຄອງປະເທດໂດຍທະຫານ ແມ່ນມີຄວາມຈຳເປັນ ເພື່ອຮັບປະກັນຄວາມໝັ້ນຄົງຂອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ