ຜູ້ຍິງເກົາຫລີເໜືອ ພາກັນນຸ່ງເຄຶ່ອງພື້ນເມຶອງ ຖ່າຍຮູບ ເປັນທີ່ ລະລຶກ ຢູ່ຕໍ່ໜ້າອະນຸສາວາຣີ ອະດີດຜູ້ນຳ Kim Il Sung ແລະ Kim Jong Il
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ໄດ້ໄປຢ້ຽມຢາມ
ສຸສານພໍ່ປູ່ ຄືທ່ານ Kim II Sung ໃນວັນອັງຄານມື້ນີ້ ຊຶ່ງ
ເປັນວັນຄ້າຍວັນເກີດ ຄົບຮອບ 102 ປີຂອງມື້ລາງຜູ້ກໍ່ຕັ້ງ
ປະເທດ.
ວັນຄົບຮອບດັ່ງກ່າວ ທີ່ເອີ້ນກັນວ່າ ວັນແຫ່ງພະອາທິດ ຫລື
Day of the Sun ເປັນວັນບຸນທີ່ສຳຄັນຂອງ ຊາວເກົາຫລີ
ເໜືອ. ຫລາຍໆຄົນພາກັນໄປເຕົ້າໂຮມ ຢູ່ຕໍ່ໜ້າຮູບແຕ້ມ ຫລື
ຮູບປັ້ນຂອງຜູ້ນຳທ່ານນີ້ ເພື່ອປະຕິຍານຄວາມຈົງຮັກພັກດີ
ແລະສະແດງຄວາມເຄົາລົບ.
ໂທລະພາບລັດ ໄດ້ຖ່າຍທອດພາບໃຫ້ເຫັນ ທ່ານ Kim Jong Un ທີ່ຕິດຕາມໂດຍບັນ
ດານາຍທະຫານຂັ້ນສູງ ຢູ່ທີ່ພະລາດຊະວັງ Kumsusan ຂອງນະ ຄອນຫລວງ ພຽງ
ຢາງ ບ່ອນທີ່ສົບຂອງພໍ່ປູ່ຂອງທ່ານ ໄດ້ຖືກເກັບຮັກສາໄວ້ເພື່ອວາງສະແດງ ໃຫ້ຜູ້ຄົນ
ໄດ້ເບິ່ງ.
ສົບຂອງພໍ່ຂອງທ່ານ Kim ກໍຄື ທ່ານ Kim Jong II ທີ່ທ່ານຄິມສືບທອດອຳນາດຕໍ່ນັ້ນ
ກໍໄດ້ຖືກດອຍໄວ້ທີ່ພະລາດຊະວັງແຫ່ງນີ້ເຊັ່ນກັນ. ບັນດາຜູ້ນຳ ຕະກຸນ Kim ສາມຊົ່ວ
ຄົນ ແມ່ນມີສະຖານະພາບເກືອບວ່າ ຄືກັນກັບເປັນພະເຈົ້າ ຢູ່ໃນເກົາຫລີເໜືອ.