ໃນການປ່ຽນ ການພົວພັນກັບອາຟຣິກາ ຄືນໃໝ່ນັ້ນ ຝຣັ່ງພົບຄວາມຫຍຸ້ງຍາກ ໃນການ ແຍກຕົວອອກຈາກອະດີດກັບທະວີບນັ້ນ

ປະທານາທິບໍດີ ເອມມານູແອລ ມາກຣົງ ຂອງຝຣັ່ງຍົກໂປ້ໃຫ້ ພາຍຫລັງສິ້ນສຸດການຢ້ຽມຢາມມູນນິທິ Nelson Mandela ໃນນະຄອນຫລວງ Johannesburg ຂອງອາຟຣິກາໃຕ້ໃນວັນທີ 29 ພຶດສະພາ, 2021

ພາຍຫລັງໄດ້ຮ່າງໄລຍະໃໝ່ຂອງການພົວພັນລະຫວ່າງຝຣັ່ງກັບອາຟຣິກາແລ້ວ, ໂດຍການຮຽກຮ້ອງໃຫ້ມີການສະໜັບສະໜູນດ້ານເສດຖະກິດຢ່າງໃຫຍ່ຫຼວງ ແກ່ ທະວີບອາຟຣິກກາ ແລະການຢ້ຽມຢາມປະເທດຣວັນດາ ແລະອາຟຣິກາໃຕ້ ໃນອາທິດແລ້ວນີ້ແລ້ວ ປະທານາທິບໍດີ ເອມມານູແອລ ມາກຣົງ (Emmanuel Macron) ກໍໄດ້ກັບມາປະເທດເພື່ອປະເຊີນໜ້າກັບບັນຫາທີ່ຄຸ້ນເຄີຍແລະ ເປັນ ສ້ຽນໜາມ ຢູ່ໃນອະດີດອານານິຄົມຂອງຝຣັ່ງທັງຫລາຍ, ໂດຍໄດ້ເນັ້ນຢໍ້າເຖິງຄວາມທ້າທາຍ ຂອງການແຍກຕົວອອກຈາກອະດີດ.

ຢູ່ທາງໜ້າ ແລະໃຈກາງແມ່ນມາລີ, ທີ່ຖືກປະທະໂດຍການກໍ່ລັດຖະປະຫານຄັ້ງທີ 5 ແລ້ວ ນັບຕັ້ງແຕ່ໄດ້ຮັບເອກະລາດຈາກປາຣີ ໃນປີ 1960 ເປັນຕົ້ນມາ - ແລະເປັນຄັ້ງທີສອງໃນເວລາບໍ່ຮອດນຶ່ງປີ. ຢູ່ທາງທິດຕາເວັນອອກນັ້ນ, ປະເທດ ຊາດ (Chad) ຍັງບໍ່ສະຫງົບ ຍ້ອນການປ່ຽນແປງທາງດ້ານການເມືອງທີ່ມີການຖົກຖຽງກັນ, ທີ່ມີຂຶ້ນຫລັງການເສຍຊີວິດໃນເດືອນເມສາຂອງຜູ້ນຳທີ່ກໍາຕໍາແໜ່ງ ມາດົນນານ, ທ່ານ ອິດຣິສ ເດບີ (Idriss Deby). ທັງສອງປະເທດ ແມ່ນພັນ ທະມິດທີ່ສຳຄັນໃນການປະຕິບັດງານຕ້ານການກໍ່ການຮ້າຍຂອງຝຣັ່ງ ໃນເຂດແບ່ງກາງ ລະຫວ່າງເຂດທະເລຊາຍຊາຮາຣາ ກັບເຂດທີ່ບໍ່ແມ່ນທະເລຊາຍ ຫລື ຊາແຮລ (Sahel).

ໄປທາງໃຕ້ໆນັ້ນ, ປາຣີຢ້ານການມີອິດທິພົນທີ່ນັບມື້ນັບເພີ່ມຂຶ້ນ ຂອງຣັດເຊຍຢູ່ໃນສາທາລະນະລັດອາຟຣິກາກາງ - ຊຶ່ງຢູ່ໃນບັນດາອຳນາດຂອງຕ່າງປະເທດທີ່ ໃໝ່ກວ່າເກົ່າ - ລວມທັງບົດບາດທີ່ຖືກກ່າວຫາຂອງມົສກູໃນການກະຕຸ້ນໃຫ້ມີຄວາມຮູ້ສຶກຕ້ານກັບຝຣັ່ງ.

ນັກວິເຄາະບາງຄົນເວົ້າວ່າ, ຖ້າເອົາມາລວມເຂົ້າກັນແລ້ວສະພາບການປ່ຽນໄປເຫຼົ່ານີ້, ບວກກັບອະດີດທີ່ຕົກຄ້າງຂອງຝຣັ່ງໃນອາຟຣິກາ - ແລະໃນບາງກໍລະ ນີ, ການກະທຳຂອງມາກຣົງເອງ - ມັນອາດຈະເຮັດໃຫ້ເປັນການຍາກຂຶ້ນທີ່ຈະປະຕິບັດຕາມຄຳໝັ້ນສັນຍາຂອງທ່ານ ວ່າຈະເຮັດໃຫ້ມີການປ່ຽນແປງ.

ທ່ານ ອັງຕວນ ກລາສເຊີ (Antoine Glaser) ຜູ້ຊ່ຽວຊານດ້ານອາຟຣິກາກ່າວ ຕໍ່ສະຖານີໂທລະພາບ TV5 Monde ຂອງຝຣັ່ງວ່າ "ທ່ານເອມມານູແອລ ມາ-ກຣົງ ແມ່ນຖືກຕິດຢູ່ກັບສະພາບທີ່ຂັດແຍ້ງກັນ."

“ທ່ານຢາກອອກໄປຈາກສະພາບທີ່ຕິດພັນກັນລະຫວ່າງຝຣັ່ງກັບອາຟຣິກາ ໂດຍ ການຫັນໄປຫາປະເທດທີ່ໃຊ້ພາສາຝຣັ່ງ ເຊັນ ຣວັນດາ ແລະອາຟຣິກາໃຕ້,” ນັ້ນຄືຄໍາເວົ້າຂອງທ່ານໂດຍອ້າງອີງໃສ່ໂຍງໃຍທີ່ສັບສົນຫຍຸ້ງຍາກທາງດ້ານທຸລະກິດແລະຜົນປະໂຫຍດດ້ານການເມືອງກັບບັນດາອານານິຄົມເກົ່າຂອງຝຣັ່ງ, ແຕ່ວ່າ ທ່ານກໍໄດ້ຈົມລົງໄປຢູ່ກັບບັນດາປະເທດທີ່ໃຊ້ພາສາຝຣັ່ງ.”

ບໍ່ສະນັ້ນແລ້ວ, ທ່ານມາກຣົງກ່າວ ໃນຂະນະທີ່ທ່ານຊອກຫາວິທີໃໝ່ໆ ແລະສະ ຖານທີ່ໃໝ່ໆ ເພື່ອໃຊ້ອິດທິພົນຂອງຝຣັ່ງຢູ່ໃນທະວີບດັ່ງກ່າວ. ຢູ່ໃນກອງປະຊຸມສຸດຍອດເດືອນພຶດສະພາຜ່ານມາ ທີ່ປາຣີນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ ບັນດາປະ ເທດຮັ່ງມີມາລົງທຶນຢ່າງໃຫຍ່ໃນການຟື້ນຕົວທາງເສດຖະກິດໃນອາຟຣິກາ ຈາກການລະບາດຂອງພະຍາດໂຄວິດ-19 ແລະໄດ້ເວົ້າຢໍ້າຄໍາຮຽກຮ້ອງຂອງວໍຊິງຕັນຄືນໃຫ້ຍົກເລີກສິດທິບັດສຳລັບການເຮັດຢາວັກຊິນໂຄວິດ-19 ນັ້ນ. ໂຄວິດ-19 ແມ່ນພະຍາດທີ່ເກີດຈາກໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ