ຈີນ ດຳເນີນຄະດີ ທ່ານ Xu Zhiyong ທະນາຍຄວາມ ສິດທິມະນຸດ (ວີດີໂອ)

ທະນາຍຄວາມ ສິດທິມະນຸດ ທ່ານ Xu Zhiyong ໃນກອງປະຊຸມ ທີ່ກຸງປັກກິ່ງ ປະເທດຈີນ

ທະນາຍຄວາມ ສິດທິ​ມະນຸດຊາວຈີນ​ ທີ່​ມີ​ຊື່​ສຽງຄົນນຶ່ງ ທີ່​ໄດ້
ປຸກລະດົມ ຕໍ່ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​
ໄດ້ຂຶ້ນ​ສານ​ໃນ​ວັນ​ພຸດ​ມື້​ນີ້ ໃນ​ອັນ​ທີ່​ພວກ​ຕິຕຽນລັດຖະບານ​
ເອີ້ນ​ວ່າເປັນ​ສ່ວນ​ນຶ່ງ​ຂອງກຸງ​ປັກ​ກິ່ງທີ່​ພະຍາຍາມ​ຈະ​ປິດ​ສຽງ
ຜູ້ກ່ຽວ.

ທ່ານ Xu Zhiyong ​ແມ່ນ​ຜູ້​ສ້າງ​ຕັ້ງ​ ຂະບວນການເພື່ອພົນລະ
​ເມືອງ​ໃໝ່ ຊຶ່ງເປັນອົງການ​ລະດັບຮາກ​ຫຍ້າ​ ເພື່ອສ້າງ​ຄວາມ​
ເຂົ້າ​ໃຈ​ກ່ຽວກັບ​ໜ້າ​ທີ່​ພົນລະ​ເມືອງ ທີ່​ຮຽກຮ້ອງ​ຕ້ອງການ
ໃຫ້ບັນດາ​ເຈົ້າ​ໜ້າ​ທີ່ຈີນ​ ​ເປີດ​ເຜີຍ​ຊັບ​ສົມບັດຂອງພວກເຂົາເຈົ້າ
​ແລະ​ຊຸກຍູ້​ໃຫ້​ມີ​ການ​ສຶກສາ​ທີ່​ເທົ່າ​ທຽ​ມກັນ.

ທະນາຍຄວາມ​ໄວ 40 ປີທ່ານນີ້ ​ໄດ້​ຖືກ​ຈັບ​ກຸມ ​ໃນ​ເດືອນສິງຫາ ​ໃນ​ຂໍ້​ຫາ “ສ້າງ​ຄວາມ​ວຸ້ນ
​ວາຍ​ແລະລົບ​ກວນ​ຄວາມເປັນລະບຽບຂອງສັງຄົມ.”
ທ່ານ​ມີບົດບາດສຳຄັນໃນ​ການ
ຈັດຕັ້ງການ​ປະຊຸມ​ແບບ​ນ້ອຍໆ​ຂອງ​ນັກ​ເຄື່ອນ​ໄຫ​ວ ​ແລະ​ຕິ​ຕຽນ​ລັດຖະບານ ທາງ​ອິນ​ເຕີ​ແນັຕ.

ຕໍາຫຼວດແລະພວກອັນທະພານທີ່ປະກົດວ່າໄດ້ຮັບການສະໜັບສະໜຸນໂດຍເຈົ້າໜ້າທີ່ນັ້ນ
ໄດ້ ທີ່ກີດ​ກັນ​ບໍ່​ໃຫ້​ພວກ​ນັກ​ຂ່າວ​ເຂົ້າ​ໃກ້​ກັບ​ສານ ບ່ອນ​ທີ່ ທ່ານ Xu ຖືກດໍາ​ເນີນ​ຄະດີ​ນັ້ນ. ​
ໄດ້​ມີ​ການ​ກີດ​ກັນ​ບໍ່​ໃຫ້​ພວກ​ນັກ​ການ​ທູດ​ທັງຫຼາຍ​ເຂົ້າ​ຮ່ວ​ມ​ການ​ດຳເນີນ​ຄະດີ​ໃນ​ຄັ້ງ​ນີ້​ນໍາ.

​ເຖິງ​ຢ່າງ​ນັ້ນ​ກໍ​ເທາະ ​ໄດ້​ມີ​ພວກ​ສະໜັບສະໜູນ​ທ່ານ Xu ຮວມຕົວ​ກັນ​ຢູ່​ຂ້າງ​ນອກ​ສານ​
ຮວມ ທັງ ທ່ານ Zhu Jiaqi ຈາກເຂດ Tianjin ທີ່ເອີ້ນການດໍາ​ເນີນຄະດີ​ໃນຄັ້ງ​ນີ້ ວ່າ
ບໍ່​ຍຸຕິ​ທໍາ ນັ້ນ.

ທ່ານເວົ້າວ່າ “ການດໍາ​ເນີນຄະດີ​ໃນຄັ້ງນີ້​ແມ່ນ​ເປັນຄະດີ​ລັບ ຊຶ່ງ​ນີ້​ແມ່ນ​ກີດ​ກັນ​ບໍ່​ໃຫ້​ປະຊາ
ຊົນ​ຊາບ​ເຖິງເລື່ອງ​ລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງການດຳເນີນຄະດີ ​ແລະ​ບໍ່​ໃຫ້​ຊາບ
​ເຖິງຜົນ​ສະຫຼຸບ​ຂອງ​ຄະດີ. ຜົນ​ອອກ​ມາ​ຂອງຄະດີ​ດັ່ງກ່າວ​ນີ້ ຈະ​ບໍ່​ມີ​ຄວາມ​ຍຸຕິ​ທໍາ​ເລີຍ.

ທ່ານ Zhang Qingfang ທະນາຍຄວາມ​ຂອງ​ທ່ານ Xu ກ່າວ​ວ່າ​ ລູກ​ຄວາມ​ຂອງ​ລາວ
ປະຕິ​ເສດ​ທີ່​ຈະຕໍ່ສູ້ປ້ອງ​ຕົວ​ເອງ ​ແລະ​ປິດ​ປາກ​ງຽບ ຊຶ່ງ​ເປັນວິທີ​ນຶ່ງ​ເພື່ອປະທ້ວງ​ຕໍ່​ການ
ດໍາ​ເນີນຄະດີ​ ໃນຄັ້ງ​ນີ້.

Your browser doesn’t support HTML5

CHINA TRIAL