ຊາວອາເມຣິກັນ ຕຽມຊົມ ການແຂ່ງຂັນ Super Bowl ວັນອາທິດມື້ນີ້

ທ້າວ Ron (ຊ້າຍ) ແລະນາງ Tammy Chu ຈາກນະຄອນ Boston ກຳລັງກວດເບິ່ງ ຕາຕະລາງທີ່ນັ່ງ ຫຼັງຈາກທີ່ໄດ້ຮັບ ປີ້ເຂົ້າຊົມ Super Bowl ຈາກຫ້ອງການຈຳໜ່າຍປີ້, ວັນທີ 31 ມັງກອນ 2015, ໃນນະຄອນ Phoenix ລັດ Arizona.

ວັນ​ອາທິດ​ມື້​ນີ້ ເທົ່າ​ກັບ​ເປັນ​ວັນ​ບຸນ​ຢ່າງ​ບໍ່​ເປັນ​ທາງ​ການ ຢູ່​ໃນ
​ສະຫະລັດ ​ຊຶ່ງຊາວ​ອາ​ເມ​ຣິກັນຫຼາຍໆລ້ານຄົນ ຈະພາກັນ​ເຕົ້າ​
ໂຮມ​ຢູ່​ໜ້າ​ຈໍ​ໂທລະ​ພາບ​ ​ເພື່ອ​ຊົມ​ການ​ແຂ່ງຂັນ​ຊິງ​ຊະນະ​ເ​ລີດ
​ປະຈຳ​ປີ​ ຂອງສະຫະພັນ​ກິລາ​ຟຸດ​ບອລ​ແຫ່ງ​ຊາດ ຫຼື
Super Bowl ນັ້ນ.

​ການ​ແຂ່ງ​ຂັນດັ່ງກ່າວ​ ​ແມ່ນ​ເປັນ​ເຫດການຖ່າຍ​ທອດ​ທາງ​
ໂທລະພາບ ທີ່​ມີ​ຄົນ​ເບິ່ງຫຼາຍທີ່ສຸດ ​ໃນ​ແຕ່ລະ​ປີ​ ຢູ່​ສະຫະລັດ
​ໂດຍ​ມີ​ອີກຫຼາຍລ້ານຄົນ​ຮ່ວມ​ຊົມ ຢູ່​ໃນ​ເຂດຕ່າງໆ​ໃນ​ທົ່ວ​ໂລກ.

ການ​ແຂ່ງ​ຂັນ​ຂອງປີ​ນີ້ ​ແມ່ນ​ຄັ້ງທີ 49 ໂດຍມີ ທີມປ້ອງ​ກັນ​ແຊັມປີ​ກາຍ​ນີ້ Seattle Seahawks ຈາກ ​ລັດ​ Washington ທາງ​ຝັ່ງ​ປາຊີ​ຟິກ ​ປະຊັນກັບ ທີ​ມ New England Patriots ​ແຊັມສາມ​ສະ​ໄໝ ຈາກລັດ​ Massachusetts ທາງ​ຝັ່ງ​ແອດ​ແລນ​ຕິກ ອີກ​ຟາກ​ນຶ່ງ​ຂອງ​ປະ​ເທດ​.

ວີດີໂອ ກ່ຽວກັບການໂຄສະນາສິນຄ້າໃນລະຫວ່າງການແຂ່ງຂັນ Super Bowl :

Your browser doesn’t support HTML5

Super Bowl Ads Compete for Eyes on TV, Web


ທີ​ມ Patriots ກຳລັງ​ທຳ​ສະຖິຕິ ​ໃນ​ການເຂົ້າແຂ່ງ​ຂັນ Super Bowl ເປັນຄັ້ງທີ 8.

ຄ່າ​ປີ້​ເຂົ້າຊົມ​ການ​ແຂ່ງຂັນ​ຂອງ​ທາງ​ການ ​ແມ່ນ ລະຫວ່າງ 800 ຫາ 1,900 ດອນ​ລ່າ
​ແຕ່​ຫາກ​ວ່າ ເກືອບ​ວ່າ​ບໍ່​ສາມາດ​ຈະຫາຊື້​ໄດ້​ໃນ​ລາຄາ​ດັ່ງກ່າວ. ບັນດາບໍລິສັດນາຍ​ໜ້າ ຈຳໜ່າຍ​ປີ້ ​ໃນລາຄາຫຼາຍພັນ​ດອນ​ລ່າ ຕໍ່​ປີ້​ນຶ່ງ ​ໃນ​ຊ່ວງ​ເວລາບໍ່​ເທົ່​າໃດ​ຊົ່ວ​ໂມງ ກ່ອນ​ໜ້າ
ການ​ແຂ່ງຂັນ​ ທີ່​ຈະ​ມີ​ຂຶ້ນ ​ໃນ​ເວລາ 23 ​ໂມງ​ 30 ​ແລງ​ມື້​ນີ້ ຕາມເວລາສາກົນ ຄື​ອີກ​ປະມານ
11 ຊົ່ວ​ໂມງ​ຂ້າງ​ໜ້າ ຊຶ່ງ​ໃນ​ເມືອງ​ລາວ ​ແມ່ນ​ກົງ​ກັບ 6:30 ​ເຊົ້າ​ວັນ​ຈັນ.

Your browser doesn’t support HTML5

SUPERBOWL PREVIEW VIDEO