ຊາວ​ອາ​ເມຣິກັນ ພາກັນ​ສະ​ເຫຼີ​ມສະຫຼອງ ວັນ Martin Luther King ເພື່ອເປັນກຽດໃຫ້ທ່ານ

ຝູງຊົນຈຳນວນຫຼວງຫຼາຍ ທີ່ ມະຫາວິທະຍາໄລ ນາໆຊາດ Florida ໂບກສະບັດມື ໃນການສວນສະໜາມ ເພື່ອເປັນກຽດ ໃຫ້ Dr. Martin Luther King Jr. ໃນເມືອງ Liberty, ນະຄອນ Miami,16 ມັງກອນ 2017.

ດັ່ງ​ທີ່​ພວກ​ເຂົາ​ເຈົ້າ ​ພາກັນ​ສະຫຼອງ ​ໃນ​ທຸກໆ​ປີ ​ໃນ​ວັນ​ຈັນທີ 3 ຂອງ​ເດືອນ​ມັງກອນ
ຊາວ​ອາ​ເມຣິກັນ ​ແມ່ນ​ພາກັນ​ສະ​ເຫຼີ​ມສະຫຼອງຄຸນງາມຄວາມດີ​ ຊຶ່ງ​ເປັນມໍລະດົກຕົກ ທອດຂອງ​ ທ່ານ Martin Luther King Jr., ຜູ້ນຳສິດທິ​ພົນລະ​ເມືອງ​ຄົນສຳຄັນ​ຂອງ​
ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ທີ່​ໄດ້​ຖືກ​ສັງຫານ​ໃນ​ປີ 1968 ນັ້ນ.

ຝູງຊົນທີ່ເປັນນັກເຄື່ອນໄຫວ ພາກັນ ເດີນສວນສະໜາມ ເພື່ອຖືເປັນກຽດໃຫ້ແດ່ ທ່ານ Martin Luther King Jr. ໃນນະຄອນ Washington, D.C., 14 ມັງກອນ, 2017.

​ໃນ​ທົ່ວ​ປະ​ເທດ ​ໄດ້​ມີການ​ເດີນ​ສວນສະໜາມ ກິດຈະກຳ​ຕ່າງໆ​ນາໆ ​ໃນ​ຊຸມ​ຊົນ ​ແລະ ໂຄງການ​ຊ່ອຍ​ເຫຼືອ​ປະຊາ​ຄົມ​ຕ່າງໆ ​ໄດ້​ຖືກ​ຈັດ​ຂຶ້ນ ​ເພື່ອ​ເປັນກຽດ ​ໃຫ້​ແກ່​ຄຸນ​ພໍ່​ຂອງສາ
ສະໜາ ຄຣິສ ນິກາຍ Baptist ຜູ້​ຊຶ່ງ​ໄດ້​ຮັບ​ລາງວັນ Nobel ຂະ​ແໜງ​ສັນຕິພາບໃນ​ປີ
1964 ຍ້ອນ​ການ​ສົ່ງ​ເສີມ ຊຸກຍູ້ການ​ປະ​ທ້ວງ​ແບບ​ບໍ່ໃຊ້​ຄວາມ​ຮຸ​ນ​ແຮງ ຂອງ​ເພິ່ນ.

ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານ ທ່ານ​ນາງ Coretta Scoot King ຄັ້ງ​ນຶ່ງ​ເຄີຍ​ໄດ້​ຂຽນ​ບົດ​ຄວາມ​ ກ່ຽວ​ກັບ​ວັນ​ພັກ​ສະ​ເຫຼີ​ມສະຫຼອງ​ມູນມໍລະດົກ ຂອງ​ຊາຍ​ຜູ້​ນຶ່ງ ທີ່​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ຫວັງ ​
ແລະ​ຮຳບາດ​ແຜ​ຂອງ​ຊາວ​ອາ​ເມຣິກັນ. ທ່ານ​ນາງ​ຍັງ​ໄດ້​ເນັ້ນ​ເຖິງຄຸນຄ່າ​ ທີ່​ທ່ານ​ໄດ້​ສັ່ງສອນ
ຜ່ານ​ການ​ເປັນ​ແບບຢ່າງ​ທີ່​ດີ ດ້ວຍ​ການ​ສະໜັບ​ສະ​ໜຸນ ຄວາມ​ຈິງ ຄວາມ​ຍຸຕິ​ມຳ ​ກຽດ​ສັກ​ສີ ມະນຸດ​ສຳ​ພັນ ແລະການ​ໃຫ້​ບໍລິການ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ King III ພົບປະແບບ 'ສ້າງສັນ' ກັບທ່ານ Trump

Your browser doesn’t support HTML5

Martin Luther King Jr.'s Son on 'Constructive' Meeting with Trump