ການສະເຫລີມສະຫລອງ ວັນນັກລົບເກົ່າ ໃນສະຫະ ລັດ, ວັນທີ 11 ພະຈິກ

Mahant Trikaal Bhawanta, leader of the first group of women sadhvi, or Hindu holy women, performs evening rituals on the banks of River Yamuna in Allahabad, India.

ຊາວອາເມຣິກັນຢູ່ຕ່າງປະເທດ ພາກັນຍ່າງຜ່ານໄມ້ກາງເຂນທີ່ລຽນກັນເປັນແຖວ ຫລັງພິທີວາງພວງມາລາ  ທີ່ຂຸມ​ຝັງ​ສົບ​ຂອງ​ທະຫານ​ນີລະນາມ ​ທີ່​ສຸສານ​ອາເມຣິກັນ ທີ່ຊານເມືອງ Taguig, ທາງພາກຕາເວັນອອກຂອງ ນະຄອນຫລວງມະນີລາ, ປະເທດຟີລິບປິນ, ເພື່ອລະນຶກເຖິງ​ວັນນັກ​ລົບ​ເກົ່າ ໃນວັນທີ 11 ພະຈິກ 2012.

ທ່ານ Joseph Manning (ຂວາ) ຈາກເມືອງ Raynham ຂອງລັດມັດຊາຈູເຊັດ, ແລະລູກຊາຍຂອງລາວ, ທ້າວ Joey ອາຍຸ 6 ປີ ຊຶ່ງເປັນສະມາຊິກເຍົາວະຊົນລູກເສືອຜູ້ນຶ່ງ ເອົາທຸງອາເມຣິກັນໄປປັກໃສ່ຂຸມ​ຝັງ​ສົບ​ຂອງ​ທະຫານ​ນີລະນາມ ​ທີ່​ສຸສານແຫ່ງຊາດ​ອາເມຣິກັນ ທີ່ເມືອງ Bourne ຂອງລັດ ມັດຊາຈູເຊັດ ໃນວັນທີ 10 ພະຈິກ 2012.

ໃນວັນເສົາ ທີ 10 ພະຈິກ 2012 ສະມາຊິກຂອງວິທະຍາຄານທະຫານ Riverside ຈາກເມືອງ Gainesville ຂອງລັດຈໍເຈຍ ພາການຍ່າງເປັນຂະບວນໄປຕາມຖະໜົນ Baker ໃນໂອກາດເດີນສວນສະໜາມ ສະເຫລີມສະຫລອງວັນນັກລົບເກົ່າ ຄັ້ງທີ 31 ທີ່ເມືອງ Atlanta.

ໃນວັນທີ 10 ພະຈິກ 2012 ທ່ານ Jimmy Bacolo (ຂວາ) ຈາກເກາະ Staten ຂອງລັດນີວຢອກ, ຊຶ່ງເປັນສະມາຊິກຜູ້ນຶ່ງຂອງນັກລົບເກົ່າ ທີ່ລົບເສິກໃນຕ່າງປະເທດຫລາຍໆບັ້ນ ຢູ່ Red Hook, ເມືອງ Brooklyn ຂອງລັດນີວຢອກ ເຂົ້າຮ່ວມພິທີສະເຫລີມສະຫລອງວັນນັກລົບເກົ່າ ທີ່ອານຸສາວະລີເຫດການວັນທີ 11 ເດືອນກັນຍາ, ໃນນະຄອນນີວຢອກ. (AP)

ໃນວັນທີ 10 ພະຈິກ 2012 ທ່ານ Kevin Carpenter ຈາກ Chapter 82 ຂອງນັກລົບເກົ່າອາເມຣິກັນ ໃນປາງສົງຄາມຫວຽດນາມ ຈາກຄາວຕີ Nassau, ຜູກໂບສີເຫລືອງ ໃສ່ຕົ້ນໄມ້ ທີ່ລອດພົ້ນຈາກການໂຈມຕີ  ທີ່ອານຸສາວະລີເຫດການວັນທີ 11 ເດືອນກັນຍາ, ໃນນະຄອນນີວຢອກ ເພື່ອເປັນການລະນຶກເຖິງວັນນັກລົບເກົ່າ. (AP)