ຜົນການເລືອກຕັ້ງຂັ້ນຕົ້ນຊີ້ໃຫ້ເຫັນວ່າ ການເລືອກຕັ້ງປະທານາທິບໍດີສະຫະລັດປີ 2024 ຈະເປັນການແຂ່ງຂັນຄືນໃນປີ 2020 ລະຫວ່າງ ທ່ານໂຈ ໄບເດັນ ແລະ ທ່ານດໍໂນລ ທຣໍາ, ໂດຍຜູ້ມີສິດລົງຄະແນນສຽງ ຈະທໍາການເລືອກເອົາຜູ້ທີ່ຈະເປັນປະທານາທິບໍດີທີ່ ມີອາຍຸສູງສຸດຂອງປະເທດຄື ທ່ານ ໄບເດັນ ຫຼື ປະທານາທິບໍດີອາຍຸສູງສຸດອັນດັບສອງຂອງພວກເຂົາເຈົ້າ, ທ່ານ ທຣໍາ.
ຜູ້ມີສິດລົງຄະແນນສຽງຫຼາຍຄົນ ພາກັນບໍ່ພໍໃຈກັບໂຕເລືອກດັ່ງກ່າວ, ເຊິ່ງການສຳຫຼວດຄວາມຄິດເຫັນຂອງ ABC News/Ipsos ໃນຕົ້ນເດືອນນີ້ພົບວ່າ ຊາວອາເມຣິກັນ 59 ເປີເຊັນຄິດວ່າ ຜູ້ຖືກສະເໜີຊື່ທັງສອງທ່ານ ມີອາຍຸເກີນກວ່າທີ່ຈະຮັບໃຊ້ອີກສະໄໝນຶ່ງ.
ແຟ້ມ-ປະທານາທິບໍດີ ໂຈ ໄບເດັນ ລໍຖ້າກ່າວຄໍາປາໄສ ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຢືນຄຽງຂ້າງທ່ານ ຢູ່ສະຖານທີ່ໂຄສະນາຫາສຽງໃຫຍ່ຂອງທ່ານ ໃນນະຄອນວີລມິງຕັນ, ລັດເດລາແວ, ວັນທີ 3 ກຸມພາ 2024.
ທ່ານຊາຣ໌ ບູລລັອກ (Charles Bullock) ນັກລັດຖະສາດຈາກມະຫາວິທະຍາ ໄລຈໍເຈຍ ກ່າວຕໍ່ VOA ວ່າ "ທຸກໆການສະແດງອອກ ເບິ່ງຄືວ່າ ຊາວອາເມຣິກັນສ່ວນໃຫຍ່ ບໍ່ໄດ້ລໍຖ້າການເລືອກຕັ້ງປີ 2020 ຄືນໃໝ່. ຖ້າຝ່າຍໃດນຶ່ງ ສາ ມາດນຳສະເໜີບຸກຄົນທີ່ມີຄຸນນະພາບ ແລະມີອາຍຸທີ່ຍັງໜຸ່ມກວ່ານີ້, ຜູ້ຖືກແຕ່ງ ຕັ້ງນັ້ນ ຈະຊະນະແບບສະບາຍ."
ຜູ້ເປັນແມ່ ທີ່ເປັນປະຊາຊົນຈາກລັດຄອນເນັກຕິກັດ ນາງຣີເບກກ້າ ເອີຣູເທຍ (Rebecca Urrutia) ເຫັນດີກັບຄວາມຄິດນີ້.
ນາງກ່າວວ່າ “ອາຍຸຂອງຜູ້ລົງສະໝັກຂອງພວກເຮົາແມ່ນສິ່ງທີ່ສ້າງຄວາມກັງວົນ ທີ່ສຸດ. ມັນສະແດງໃຫ້ເຫັນວ່າ ລະບົບສອງພັກຂອງພວກເຮົາໄດ້ພັງທະລາຍລົງ ແລະຖືກໄໝ້ໄປໝົດເລີຍ.
ແຟ້ມຮູບ-ຜູ້ລົງແຂ່ງຂັນຈາກພັກຣີພັບບຣິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ, ເຂົ້າຮ່ວມບ່ອນຊຸມນຸມຫາສຽງ ໃນເມືອງນ້ອຍໆວໍເຕີຝອດ (Waterford), ລັດມິຊິກັນ, ວັນທີ 17 ກຸມພາ 2024.
ນາງກ່າວຕື່ມວ່າ "ພວກເຮົາກໍາລັງລົງຄະແນນສຽງ ສໍາລັບຜູ້ຊາຍສອງຄົນ ທີ່ມີອາຍຸລະຫວ່າງ 80 ປີຊັ້ນບໍ? ຫຼື ພວກເຮົາກໍາລັງລົງຄະແນນສຽງໃຫ້ປະຊາຊົນທີ່ພວກເຂົາເຈົ້າເລືອກໃຫ້ເປັນຮອງປະທານາທິບໍດີ? ໂອກາດທີ່ເພິ່ນຈະບໍ່ສາມາດສໍາເລັດອາຍຸການເຮັດວຽກຂອງພວກເພິ່ນໄດ້ຍ້ອນໂຣກສະໝອງເສື່ອມ, ມີອາຍຸ ສູງແລ້ວ ຫຼື ເຫດຜົນດ້ານສຸຂະພາບອື່ນໆ ເຊິ່ງມັນເປັນບາງສິ່ງທີ່ຍາກຈະເຊື່ອໄດ້. ບາງສິ່ງໃນລະບົບຂອງພວກເຮົາແມ່ນເພພັງລົງແລ້ວ, ແລະພວກເຮົາຈໍາເປັນຕ້ອງໄດ້ແກ້ໄຂ."