ປະທານາທິບໍດີໄບເດັນ ກ່າວວ່າ ຈູດິດ ວາຍສະໄຕນ໌ ຄົນອາເມຣິກັນ ໄດ້ຖືກຂ້າຕາຍ ໃນລະຫວ່າງການໂຈມຕີ ຂອງກຸ່ມຮາມາສ ຕໍ່ອິສຣາແອລ

  • ວີໂອເອ

ຮູບຖ່າຍທີ່ບໍ່ມີວັນທີ ຈາກຄອບຄົວ ວາຍສະໄຕນ໌ ແລະຮັກໄກ ສະແດງໃຫ້ເຫັນນາງຈູດິດ(ຊ້າຍ) ແລະທ່ານກາດ ຮັກກາຍ ສາມີຂອງນາງ. ນາງ ຈູດິດ ວານສະໄຕນ໌ ເຊິ່ງຄິດວ່າຖືກຈັບເປັນໂຕປະກັນໃນເຂດກາຊາ ຖືກປະກາດວ່າເສຍຊີວິດ ໃນວັນທີ 28 ທັນວາ 2023.ເຈົ້າໜ້າທີ່ກ່າວວ່າ ທັງສອງ ຖືກຂ້າຕາຍໃນການໂຈມຕີຂອງກຸ່ມຮາມາສ ໃນວັນທີ 7 ຕຸລາ.

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ ຊາວອາເມຣິກັນ ທ່ານນາງ ຈູດິດ ວາຍສະໄຕ​ນ໌ (Judith Weinstein) ໄດ້ຖືກກຸ່ມຮາມາສຂ້າຕາຍ ໃນວັນ ທີ 7 ຕຸລາ ເວລາກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ບຸກໂຈມຕີອິສຣາແອລ. ໃນເບື້ອງຕົ້ນ, ເຊື່ອກັນວ່າ ທ່ານນາງ ວາຍສະໄຕ​ນ໌ ໄດ້ຖືກກຸ່ມຮາມາສ ລັກພາຕົວໄປ.

ທ່ານ ໄບເດັນ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ຂ້າພະ​ເຈົ້າ​ຂໍຢືນຢັນ​ອີກເທື່ອນຶ່ງໃນ​ຄຳ​ໝັ້ນ​ສັນຍາ​ທີ່​ພວກ​ເຮົາ​ໄດ້​ໃຫ້​ໄວ້ກັບທຸກໆ​ຄອບຄົວ​ຂອງ​ຜູ້​ທີ່​ຍັງ​ຖືກ​ຈັບ​ເປັນ​ຕົວ​ປະກັນວ່າ ພວກ​ເຮົາ​ຈະ​ບໍ່​ຢຸດເຮັດວຽກ ​ເພື່ອນຳເອົາ​ພວກ​ເຂົາ​ເຈົ້າ​ກັບ​ບ້ານ.

ທ່ານນາງວາຍສະໄຕ​ນ໌ ມີອາຍຸ 70 ປີ. ສາມີຂອງທ່ານນາງ,​ ທ່ານ ກາດ ຮັກກາຍ (Gad Haggai), ໄດ້ຖືກຂ້າຕາຍໃນມື້ດຽວກັນ, ທ່ານໄບເດັນ ກ່າວໃນອາທິດທີ່ຜ່ານມາ. ເຊິ່ງລາວມີອາຍຸ 73 ປີ.

ທ່ານ ໄບເດັນ ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ “​ຄວາມໂສກເສົ້າທີ່ຄ່ອຍໆປາກົດຂຶ້ນ ​ໄດ້​ບາດ​ເລິກລົງໄປ ​ເຊິ່ງ​ເກີດຂຶ້ນຫຼັງຈາກ​ຂ່າວ​ໃນ​ອາ​ທິດ​ທີ່ຜ່ານ​ມາ ​ທີ່​ເຊື່ອ​ກັນ​ວ່າ ສາ​ມີ​ທີ່ແສນ​ຮັກ​ຂອງທ່ານນາງ ຈູດິດ, ທ່ານກາດ ຮັກກາຍ ໄດ້ຖືກ​ຂ້າ​ຕາຍ​ໂດຍ ກຸ່ມຮາມາສ,”.

ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ໃນ​ວັນ​ທີ 7 ຕຸ​ລາ​, ປະ​ມານ 1,200 ຄົນ​ໄດ້ຖືກຂ້າຕາຍ ​ແລະ 240 ຖືກ​ຈັບໂຕໄປເປັນຕົວປະກັນໃນເຂດກາຊາ, ອີງຕາມຂໍ້ມູນຂອງອິສຣາແອລ. ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ ກຸ່ມຮາມາສ, ການ​ຖະຫຼົ່ມເຂດກາຊາ​ຂອງ​ອິ​ສ​ຣາ​ແອລ​ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ກວ່າ 21,000 ຄົນ, ອີງຕາມ​ຂໍ້ມູນຂອງກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຢູ່​ເຂດ ກາຊາ.

​ໂຄສົກ​ລັດຖະບານ​ອິສຣາ​ແອ​ລ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ໃນ​ບັນດາ​ຕົວ​ປະກັນ​ທີ່ກຸ່ມ ຮາມາສ ຈັບໂຕໄປ, 110 ຄົນ​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ລະຫວ່າງ​ການ​ຢຸດ​ຍິງ​ໃນ​ທ້າຍ​ເດືອນ​ພະຈິກ​ທີ່ຜ່ານ​ມາ ​ແລະ​ອີກ 23 ຄົນ​ໄດ້​ຖືກ​ປະ​ກາດ​ວ່າ​ເສຍ​ຊີວິດໂດຍບໍ່ມີການປາກົດໂຕ.

​ຕົວ​ປະກັນ​ 3 ຄົນ ໄດ້​ຖືກ​ທະຫານ​ອິສຣາ​ແອລ ​ສັງຫານ​ໂດຍບໍ່ໄດ້ຕັ້ງໃຈ.

ອ່ານຂ່າວນີ້ເປັນພາສາອັງກິດ