ນັກລອຍນ້ຳອາເມຣິກັນ ທ້າວ James Feigen ໄດ້ຕົກລົງທີ່ຈະຈ່າຍເງິນໃຫ້ແກ່ອົງການໆກຸສົນຢູ່ບຣາຊີລ ເກືອບ 11,000 ໂດລາ ເພື່ອຕົກລົງແກ້ໄຂບັນຫາໃນພາກສ່ວນຂອງລາວ ກ່ຽວກັບຂ່າວນອງນັນ ໃນການປຸ້ນຈີ້ ທີ່ການແຂ່ງຂັນກິລາໂອລິມປິກຢູ່ນະຄອນຣິໂອ ເພື່ອອະນຸຍາດໃຫ້ຜູ້ກ່ຽວເດີນທາງກັບຄືນມາສະຫະລັດໄດ້.
ທະນາຍຄວາມຂອງທ້າວ Feigen ໄດ້ປະກາດໃນຕອນເຊົ້າວັນສຸກມື້ນີ້ ຫຼັງຈາກໄດ້ພົບປະເປັນເວລາຍືດຍາວກັບລັດຖະບານແລະເຈົ້າໜ້າທີ່ທາງກົດໝາຍຢູ່ທີ່ນະຄອນຣິໂອ.
ນັກລອຍນ້ຳໂອລິມປິກອາເມຣິກັນ ທ້າວ Gunnar Bentz ແລະທ້າວ Jack Conger ຍ່າງຢູ່ໃນບໍລິເວນທີ່ຈະຂຶ້ນເຮືອບິນ
ສ່ວນນັກລອຍນ້ຳອາເມຣິກັນອີກ 3 ຄົນ ທີ່ພົວພັນກັບຂ່າວການປຸ້ນຈີ້ທີ່ບໍ່ຖືກຕ້ອງນັ້ນແມ່ນເດີນທາງກັບຄືນສະຫະລັດໝົດແລ້ວ.
ຕຳຫຼວດບຣາຊີລກ່າວວ່າ ຕົນພວມພິຈາລະນາ ຈະກ່າວຫາຕໍ່ພວກນັກລອຍນ້ຳທີ່ໄດ້ພາ ກັນທຳລາຍຊັບສິນ ແລະໃຫ້ການທີ່ບໍ່ຖືກຕ້ອງ ຫລັງຈາກພວກນັກລອຍນ້ຳ ຍອມຮັບວ່າ ເສກສັນປັ້ນເລື້ອງຂຶ້ນ ກ່ຽວກັບການຖືກປຸ້ນຈີ້ດ້ວຍປາຍປືນ.
ທ້າວ Ryan Lochte, Jack Conger, Gunnar Bentz ແລະທ້າວ Feigen ໄດ້ບອກຕຳຫຼວດວ່າ ເຂົາເຈົ້າຖືກຈີ້ດ້ວຍອາວຸດປືນ ໃນຕອນເຊົ້າວັນອາທິດ ໃນລະຫວ່າງທີ່ພວມກັບຈາກໄປງານພາຕີ້ ຢູ່ນອກຄຸ້ມບ້ານໂອລິມປິກ ໃນນະຄອນ Rio de Janeiro.
ຮູບຝາຫ້ອງນ້ຳຢູ່ປ້ຳນ້ຳມັນ ບ່ອນທີ່ພວກນັກລອຍນ້ຳອາເມຣິກັນ ຖືກກ່າວຫາ ໂດຍພະນັກງານທີ່ນັນວ່າ ໄດ້ສ້າງຄວາມເສຍຫາຍ ຢູ່ນະຄອນ Rio de Janeiro (18 ສິງຫາ 2016)
ແຕ່ນັກລອຍນ້ຳ 2 ຄົນ ຄືທ້າວ Conger ແລະທ້າວ Bentz ຍອມຮັບວ່າພວກຕົນໄດ້ສ້າງເລື້ອງຂຶ້ນຫລັງຈາກເຂົາເຈົ້າໄດ້ຖືກຄວບຄຸມໂຕໄວ້ທີ່ສະໜາມບິນໃນຂະນະທີ່ພະຍາຍາມເດີນທາງກັບຄືນມາຍັງສະຫະລັດ. ບຸກຄົນທັງສອງໄດ້ເດີນທາງໂດຍເຮືອບິນ ກັບຄືນສະ ຫະລັດ ໃນຕອນເດິກ ຂອງຄືນວັນພະຫັດ ຫລັງຈາກໄດ້ຖືກສອບປາກຄຳໂດຍເຈົ້າໜ້າທີ່. ທ້າວ Lochte ໄດ້ເດີນທາງກັບມາສະຫະລັດໃນມື້ວັນຈັນກ່ອນທີ່ຂ່າວເລື້ອງນີ້ຈະປາກົດອອກມາ.
ຄະນະກຳມະການກິລາໂອລິມປິກຂອງສະຫະລັດໄດ້ຂໍຂະມາໂທດຕໍ່ບຣາຊີລໃນການກ່າວອ້າງທີ່ບໍ່ຖືກຕ້ອງກ່ຽວກັບພວກນັກກິລາຖືກປຸ້ນ.
Your browser doesn’t support HTML5
Rio Robbery