ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຮຽກຮ້ອງໃຫ້ ປະທານາທິບໍດີ ເທີກີ ທ່ານ
ຣີເຊັບ ໄຕຢິບ ເອີດວານ ໃຫ້ປ່ອຍໂຕ ຄຸນພໍ່ ອາເມຣິກັນ ຜູ້ທີ່ໄດ້ຖືກຄຸກ ມາເປັນເວລາ
ສອງປີແລ້ວ ໃນຂະນະທີ່ລໍຖ້າ ການດຳເນີນຄະດີ ໃນຂໍ້ຫາການກໍ່ການຮ້າຍ.
ໃນວັນພຸດວານນີ້ ສານຂອງເທີກີ ແຫ່ງນຶ່ງ ໄດ້ສັ່ງໃຫ້ ຄຸນພໍ່ ແອນດຣູ ບຣັນສັນ ຈຳຄຸກຢູ່
ຄືເກົ່າ ຈົນກວ່າ ຈະມີການພິຈາລະນາຄະດີ ຄັ້ງຕໍ່ໄປ ໃນວັນທີ 12 ເດືອນຕຸລາ. ຄຸນພໍ່
ບຣັນສັນ ໄດ້ຖືກຈັບກຸມໃນປີ 2016 ແລະໄດ້ຖືກກ່າວຫາວ່າ ໃຫ້ການສະໜັບສະໜຸນ
ພວກທີ່ເຫຼື້ອມໃສຕໍ່ ທ່ານ ເຟຕູລລາ ກູເລັນ ນັກສອນສາສະໜາຊາວເທີກີ ທີ່ມີຫ້ອງການ
ຕັ້ງຢູ່ໃນສະຫະລັດ ຜູ້ທີ່ໄດ້ຖືກ ອັງກາຣາ ຖິ້ມໂທດໃສ່ ໃນການກໍ່ລັດຖະປະຫານ ຕໍ່ຕ້ານ
ປະທານາທິບໍດີ ເອີດວານ. ຄຸນພໍ່ ບຣັນສັນ ຍັງໄດ້ຖືກກ່າວຫາວ່າ ໃຫ້ການຊ່ອຍເຫຼືອ
ແກ່ ກຸ່ມກະບົດນອກກົດໝາຍ ຊາວເຄີດ ຫຼື PKK.
A total disgrace that Turkey will not release a respected U.S. Pastor, Andrew Brunson, from prison. He has been held hostage far too long. @RT_Erdogan should do something to free this wonderful Christian husband & father. He has done nothing wrong, and his family needs him!
— Donald J. Trump (@realDonaldTrump) July 19, 2018
ທ່ານທຣຳ ໄດ້ເອີ້ນການສືບຕໍ່ຄຸມຂັງ ຄຸນພໍ່ ບຣັນສັນ ນັ້ນວ່າ “ຄວາມອັບອາຍຂາຍໜ້າ
ຢ່າງສິ້ນເຊີງ” ຢູ່ໃນ ຂໍ້ຄວາມທີ່ຂຽນລົງທາງທວີດເຕີ ເມື່ອບໍ່ເທົ່າໃດຊົ່ວ ໂມງ ຫຼັງຈາກ
ສານ ໄດ້ຮັບຟັງຄຳໃຫ້ການ. ທ່ານປະທານາທິບໍດີໄດ້ຂຽນລົງທວີດເຕີ ອີກວ່າ “ທ່ານ
ບຣັນສັນ ໄດ້ຖືກຈັບເປັນໂຕປະກັນ ມາໄດ້ຍາວນານເກີນໄປແລ້ວ. ທ່ານ ຣີເຊັບ
ໄຕຢິບ ເອີດວານ ຄວນເຮັດສິ່ງໃດສິ່ງນຶ່ງ ເພື່ອໃຫ້ອິດສະລະ ແກ່ຜູ້ນັບຖືສາສາໜາ
ຄຣິສຕຽນ ທີ່ເປັນສາມີ ແລະພໍ່ ທີ່ດີ ທ່ານນີ້. ເພິ່ນບໍ່ໄດ້ເຮັດຫຍັງຜິດ ແລະ ຄອບຄົວ
ຂອງເພິ່ນ ຕ້ອງການເພິ່ນ.”
ມີລາຍງານວ່າ ທ່ານທຣຳ ໄດ້ຍົກເອົາເລື້ອງຄຸນພໍ່ບຣັນສັນ ຂຶ້ນມາໂອ້ລົມ ໃນລະຫວ່າງ
ການໂທລະສັບ ຫາຄູ່ຕຳແໜ່ງຂອງທ່ານຝ່າຍເທີກີ.
ໃນຂະນະທີ່ກ່າວຕໍ່ບັນດານັກຂ່າວ ຢູ່ນອກສານ ທ່ານ ຟີລລິຟ ໂຄສເນັຕ ອຸປະທູດ
ສະຫະລັດ ປະຈຳເທີກີ ໄດ້ສະແດງຄວາມເສຍໃຈ ກັບຄຳຕັດສິນຂອງສານ.
ທ່ານ ໂຄສເນັຕ ໄດ້ກ່າວວ່າ “ຂ້າພະເຈົ້າ ອ່ານຂໍ້ກ່າວຫາ ແລະຂ້າພະເຈົ້າໄດ້ເຂົ້າຮ່ວມ
ໃນການພິຈາລະນາຄະດີ 3 ຄັ້ງ. ຂ້າພະເຈົ້າບໍ່ເຊື່ອເລີຍວ່າ ມີສິ່ງໃດ ບົ່ງໃຫ້ເຫັນວ່າ
ຄຸນພໍ່ ບຣັນສັນ ມີຄວາມຜິດ ຕໍ່ການກະທຳໃດໆ ທີ່ເປັນອາຊະຍາກຳ ແລະ ການເຄື່ອນ
ໄຫວກໍ່ການຮ້າຍ. ລັດຖະບານຂອງພວກເຮົາ ຍັງຄົງມີຄວາມເປັນຫ່ວງ ຢ່າງເລິກເຊິ່ງ
ກ່ຽວກັບຖານະຂອງເພິ່ນ ພ້ອມກັນນັ້ນ ຖານະ ຂອງຊາວອາເມຣິກັນ ຄົນອື່ນໆ ແລະ
ພວກພະນັກງານໃນທ້ອງຖິ່ນ ຄົນເທີກີ ຂອງສະຖານກົງສຸນ ສະຫະລັດ ຜູ້ທີ່ໄດ້ຖືກ
ຄວບຄຸມ ພາຍໃຕ້ ກົດລະບຽບສຸກເສີນຂອງປະເທດ.”
ທ່ານ ໂຄສເນັຕ ກ່າວກ່ອນໜ້າທີ່ສານຈະຕັດສິນ ເຊິ່ງທ່ານໄດ້ເຕືອນ ເຖິງຜົນກະທົບ
ທີ່ຈະເກີດຂຶ້ນຂອງຄະດີ ທີ່ເສຍຫາຍ ຕໍ່ສາຍສຳພັນລະຫວ່າງສະຫະລັດ ແລະ ເທີກີ.