ທ່ານ ແກຣມ ​​​​​​ນັກ​ສອນສາສະໜາ​ຄຣິດ ທີ່ມີ ອິດທິພົນທີ່ສຸດ ​​ເຖິງ​ແກ່​ມໍລະນະ​ກຳ ຮວມອາຍຸ ໄດ້ 99 ປີ

ພາບຂອງທ່ານ ບິລລີ ແກຣມ (Billy Graham) ນັກ​ສອນ ສາສະໜາ​ຄຣິດ ອາຍຸ 92 ປີ, ໃຫ້ສຳພາດ ທີ່ສຳນັກງານໃຫຍ່ ສະມາຄົມ ສອນສາສະໜາ ທີ່ນະຄອນ Charlotte, ລັດ Carolina ​ເໜືອ, 20 ທັນວາ 2010.

ນັກ​ສອນສາສະໜາ​ຄຣິດຊາວ​ອາ​ເມຣິກັນ ທ່ານ Billy Graham ທີ່​ຖືກ​ມອງ​ກັນ​ວ່າ ​
ເປັນນັກ​ສອນ​ສາສະໜາ​ ທີ່ມີອິດທິພົນທີ່ສຸດ ​ໃນ​ສັດຕະວັດ​ທີ 20 ​ໄດ້​ເຖິງ​ແກ່​ມໍລະນະ​ກຳ
ແລ້ວ ​ຮວມອາຍຸໄດ້ 99 ປີ ​ໃນວັນ​ພຸດ​ວານ​ນີ້.

ທ່ານ Graham ​ໄດ້ລົ້ມປ່ວຍ​ ​ມາໄດ້ຫຼາຍປີ​ແລ້ວ​ແລະ​ເສຍ​ຊີວິດ​ ​ທີ່​ບ້ານ​ຂອງ​ທ່ານ
​ໃນ​ເມືອງ Montreat ລັດ Carolina ​ເໜືອ. ທ່ານ​ບໍ່​ຄ່ອຍໄດ້ປາກົດຕົວ ໃນທີ່​ສາທາລະນະ​ມາໄດ້ດົນນານແລ້ວ ​ເຖິງ​ແມ່ນ​ວ່າທ່ານ​ໄດ້​ໄປຮ່ວມ​ໃນ​ພິທີ​ສະຫຼອງວັນເກີດຄົບຮອບ 95 ປີ
​ໃນ​ເດືອນ​ພະຈິກ ປີ 2013 ນັ້ນ.

ນັກສອນສາສະໜາຄຣິດຊາວອາເມຣິກັນ ທ່ານບິລລີ ແກຣມ (Billy Graham) ກ່າວຕໍ່ຊາວຣັດເຊຍ ທີ່ນັບຖືສາສະໜາ Orthodox ທີ່ໂບດ Holy Ascension ໃນເມືອງ Novosibirsk, ຣັດເຊຍ, ກັນຍາ 1984.

ທ່ານ Graham ​ແມ່ນ​ເປັນ​ຜູ້​ທີ່​ຖື​ຄຳ​ພີ Bible ​ໂບກສະ​ບັດ​ຢູ່​ເທິງ​ຫົວ​ຂອງ​ທ່ານ​ໃນ​ເວລາທີ່
​ທ່ານ​ສິດສອນ​ ຕໍ່​ພວກ​ຜູ້​ຄົນ​ຫຼາຍ​ກວ່າ 200 ລ້ານ​ຄົນ ​ໃນ​ 185 ປະ​ເທດແລະໃນດິນແດນ
ຕ່າງໆ. ທ່ານ​ໄດ້​ຈັດໃຫ້ມີການ​ໂ​ຮມຊຸມນຸມ​ທີ່​ຍິ່ງ​ໃຫຍ່ ທີ່ເອີ້​ນວ່າ ການເທດສະໜາຂອງ
ທ່ານບິລລີ ແກຣມ ຫຼື Billy Graham Crusades ທີ່​ມີ​ຜູ້​ຄົນ​ເຂົ້າ​ຮ່ວມ​ຫຼາຍ​ພັນໆ​ຄົນ​ແລະ
ເຂົ້າ​ເຖິງ​ຜູ້​ຄົນ​ຈຳນວນ​ຫຼາຍ​ລ້ານ​ຄົນ ທາງ​ໂທລະພາບ ວິທະຍຸ ​ແລະ​ດາວ​ທຽມ. ​ໃນ​ຊ່ວງ 7
ທົດ​ສະ​ວັດ ຂອງ​ການເທດສະໜາສັ່ງສອນນັ້ນ. ທ່ານ Graham ໄດ້​ປະກາດ​ອອກ​ໄປ​ວ່າ
ຄວາມ​ເຊື່ອ​ແລະ​ການ​ຍອມຮັບ​ໃນພະ​ເຍຊູ​ຄຣິດ ແມ່ນ​ພຽງ​ຄຳ​ຕອບດຽວ ຕໍ່​ບັນຫາ​ຕ່າງໆ
​ນາໆ​ຂອງ​ມວນມະນຸດ​ເຮົາ.

ທ່ານ Graham ​ແມ່ນໄດ້ທຳການເທດສະໜາແບບ Crusades ຂອງທ່ານ​ໃນ​ທຸກໆ
ທະວີບ ນອກຈາກຂົ້ວ​ໂລກໃຕ້. ທ່ານ​ໄດ້​ສິດສອນ​ໃນ​ບັນດາ​ປະ​ເທດ​ກຸ່ມ​ໂຊ​ຫວຽດ
ກ່ອນ​ການ​ສິ້ນ​ສຸດລົງ​ຂອງ​ລະບອບ​ການ​ປົກຄອງ​ຄອມມິວນິດ. ​ໃນ​ລະ​ດູ​ໜາວ​ຂອງ​ປີ
1994 ທ່ານ Graham ໄດ້​ສິດສອນ​ໃນ​ປະ​ເທດ​ຈີນແລະ​ເກົາຫຼີ​ເໜືອ ບ່ອນ​ທີ່​ທ່ານ
​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ທາງ​ການ​ເມືອງ​ແລະ​ທາງ​ສາສະໜາຂອງປະ​ເທດ​ດັ່ງກ່າວ.
ຜົນ​ສະຫຼຸບ​ຂອງ​ການ​ເດີນທາງຂອງ​ທ່ານ​ໃນ​ທົ່ວ​ໂລກນັ້ນ ກໍ​ແມ່ນວ່າ ທ່ານ​ຄື​ຜູ້ສອນ
​ສາສະໜາ​ຊາວ​ອາ​ເມຣິກັນ ທີ່​ຍິ່ງ​ໃຫຍ່ສຳຄັນເປັນ ​ແບບຢ່າງ ທີ່​ສາມາດ​ສະຫຼຸບ​ໄດ້​ວ່າ
ສາສະໜາ​ຄຣິດ ບໍ່​ໄດ້​ສະ​ເພາະ​ເຈາະ​ຈົງເປັນສາສະໜາຂອງປະເທດຕາ​ເວັນ​ຕົກ
ອີກ​ຕໍ່ແລ້​ວ.

ສາສະໜາ​ດັ່ງກ່າວ ​ແມ່ນ​ເຂັ້ມ​ແຂງ ​ໃນ​ອາ​ຟຣິກາ ​ແລະ​ອາ​ເມຣິກາລາ​ຕິນ ​ແລະ​ເອ​ເຊຍ
ກວ່າ​ໃນ​ຢູ​ໂຣບມາເຖິງປັດຈຸບັນ. ​ໃນ​ຢູ​ໂຣບ ​ຍັງ​ເອີ້ນກັນ​ວ່າ ເປັນສາສະໜາຄຣິດ ຫຼື Christianity, ​ແຕ່​ວ່າ ບໍ່​ໄດ້​ມີ​ຄວາມ​ແຂງ​ແກ່ນ ​ແລະ​ອຳນາດຫຍັງຫຼາຍ. ຂ້າພະ​ເຈົ້າ​
ເຄີຍຢູ່​ທີ່​ນະ​ຄອນ​ໂຣມ ​ແລະ​ໄດ້​ໂອ້​ລົມກັບ​ພະ​ສັນ​ຕະປະ​ປາ ກ່ຽວ​ກັບ​ເລື່ອງ​ນີ້, ​
ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ທ່ານ​ຈະ​ເຫັນ​ພ້ອມ​ນຳຊີວິດ​ອັນ​ແທ້​ຈິງ​ຂອງ Christianity ​
ໃນ​ປັດຈຸບັນ​ນີ້ ​ແມ່ນ​ແບບ​ໃນ​ອັນ​ທີ່​ຂ້າພະ​ເຈົ້າ ເອີ້ນ​ວ່າ ໂລກ​ທີ 3,”
ນັ້ນຄືຄຳເວົ້າຂອງ​
ທ່ານ Graham ​ໄດ້​ກ່າວໄວ້.

ນັກສອນສາສະໜາຄຣິດຊາວອາເມຣິກັນ ນິກາຍ Evangelist ທ່ານບິລລີ ແກຣມ (Billy Graham), ເຫັນຢູ່ກັບພັນລະຍາ ທ່ານນາງ Ruth, ຕອນທີ່ໄປເຖິງນະຄອນລອນດອນ, 6 ມິຖຸນາ 1959.


​ນັກສອນສາສະໜາແກຣມ ແມ່ນ​ເປັນ​ທີ່​ປຶກສາ​ທາງ​ຈິດ​ໃຈ ​ແລະ​ເປັນ​ທີ່ຄຸ້ນເຄີຍ​ຂອງ​ທຸກໆປະທານາທິບໍດີສະຫະລັດ ນັບ​ຕັ້ງ​ແຕ່ ທ່ານ ​ແຮຣີ ທຣູແມນ (Harry Truman) ​
ໃນ​ຊຸມ​ປີ 1940 ​ເຖິງ​ທ່ານ ບາຣັກ ​ໂອ​ບາ​ມາ ​ໃນ​ສັດຕະວັດ​ທີ 20, ທ່ານ Graham ​
ແມ່ນ​ໄດ້​ຖືກ​ເຊື້ອ​ເຊີນໃຫ້​ໄປ​ພາວະນາ​ແລະເທດສະໜາ ​ໃນ​ງານເທດສະການ​ຕ່າງ​ໆ
ໃນລະດັບ​ປະ​ເທດ ຂອງ​ສະຫະລັດ ​ເຊັ່ນພິທີການສາບານ​ຕົວເຂົ້າ​ຮັບ​ຕຳ​ແໜ່​ງ​ປະທານາທິບໍດີທັງຫຼາຍ​.

ອະດີດ​ປະທານາທິບໍດີ George H. W. Bush ​ເອີ້ນ​ທ່ານ​ວ່າ “​ແມ່ນ​ເປັນ​ຜູ້​ສອນ​
ສາສະໜາ​ອາ​ເມຣິກັນ.”
ລູກ​ຊາຍ​ຂອງ​ທ່ານ ກໍ​ຄື ປະທານາທິບໍດີ George W. Bush
ກໍ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ເລີກ​ດື່ມສຸລາ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ Graham ​
ແລ້ວ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະມວນພາບ: Billy Graham

American Christian Evangelist Billy Graham 1918-2018