ພຸດທະສາສະໜາ ນັບມື້ເຕີບໃຫຍ່ຂຶ້ນ ຢູ່ໃນສະຫະລັດ (ເບິ່ງວີດີໂອລາວ/ອັງກິດ ເພື່ອຮຽນພາສາໄປພ້ອມ)

  • ດາຣາ ບັກຄໍາ

ເນນ 31 ອົງ ກໍາລັງເຂົ້າຮັບການສິດສອນຫລັກທໍາຂອງພຸດທະສາສະໜາ ທີ່ວັດ Hsi Lai ໃນ Los Angeles ລັດ California, ເດືອນກໍລະກົດ 2011.

ການ​ສະ​ເດັດ​ມາ​ຢ້ຽມຢາມ​ສະຫະລັດ​ຂອງ​ອົງ​ດາ​ໄລ ລາ​ມະ ​ເມື່ອຕົ້ນ​ເດືອນ​ນີ້ ​ໄດ້​ດຶງ​ຄວາມ​ສົນ​ໃຈ​ໄປ​ໃສ່​ສາສະໜາ​ພຸດຢູ່​ໃນ​ອາ​ເມຣິກາ ທີ່​ກໍາລັງ​ເຕີບ​ ໃຫຍ່​ຂະຫຍາຍຕົວ​ຂຶ້ນນັບ​ມື້ ​ເນຶ່ອງ ຈາກ​ການ​ຫລັ່ງ​ໄຫ​ລ​ເຂົ້າມາຢູ່​ໃນ​ສະຫະລັດ​ຂອງ​ພວກ​ຊາວເອ​ເຊຍ ​ແລະ​ການ​ຫັນປ່ຽນ​​ໄປ​ນັບຖື ສາສະໜາ​ຂອງ​ຊາວ​ຕາ​ເວັນ​ຕົກ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike O’Sullivan ລາຍ​ງານ​ຈາກ​ລອສ ​ແອ​ນ​ເຈີ​ເລ​ສ ລັດ​ຄາ​ລິ​ຟໍ​ເນຍ ​ວ່າ ພຸດ​ທະ​ສາສະໜາ​ໃນອາ​ເມ​ຣິກາກໍ​ຍັງ​ສະ​ຫງວນໄວ້​ ຊຶ່ງ​ລັກສະ​ນະເອ​ເຊຍ​ຂອງ​ຕົນນັ້ນ​ຢູ່ ​ແຕ່​ວ່າ​ໃນ​ຂະນະ​ດຽວ​ກັນ ກໍ​​ປັບ​ປ່ຽນ​​ໃຫ້​ເຂົ້າ​ກັບ​ແນວທາງ​ຂອງຕາ​ເວັນ​ຕົກ. ດາຣາມີ​​ລາຍ​ລະອຽດ​ຂອງ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ເພື່ອຮຽນຟັງ/ອ່ານພາສາອັງກິດໄປພ້ອມ:

ຟັງລາຍງານພາສາລາວ:

ຕາມ​ຫລັກ​ຂອງ​ສາສະໜາພຸດ​ມະຫາຍານ ທີ່​ປະຕິບັດ​ກັນ​ເປັນ​ສ່ວນ​ໃຫຍ່​ ຢູ່ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ນັ້ນ ພວກເດັກ​ຊາຍ​ອາຍຸ 5 ຫາ 14 ປີ ຕ້ອງ​ໄດ້ແຖ​ຫົວເພື່ອ​ກຽມ​ຕົວບວດ​ເນນ ຈໍາ​ສິນ​ເປັນ​ເວລາ​ຫ້າ​ວັນ. ພິທີ​ຂອງ​ການ​ໄດ້​ເຂົ້າມາບ​ວດນີ້ ແມ່ນເພື່ອໃຫ້ພວກ​ເຂົາ​ເຈົ້າໄດ້ ​ເລີ້ມ​ຮຽນ​ຮູ້​ຫລັກ​ທໍາ ຫລື​ການສິດສອນ​ຂອງສາສະໜາ​ພຸດ ​ແລະ​ໃຫ້ມີ​ໂອກາດ​ໄດ້​ສໍາຜັດ​ກັບ ​ຊີວິດຂອງພະ​ເປັນ​ເວລາສັ້ນໆ. ທີ່​ວັດຊີ ຫລາຍ (Hsi Lai) ​ໃນ​ນະຄອນ Los Angeles ພວກ​ອອກ​ຕົນ​ຍາດ​ໂຍມທີ່​ໄປ​ວັດ​ນີ້ ສ່ວນ​ໃຫຍ່ແມ່ນ​ຊາວອະ​ເມຣິກັນ​ເຊື້ອສາຍຈີນ ​ແຕ່​ພວກ​ເດັກ​ນ້ອຍ​ເຫລົ່າ​ນີ້​ໄດ້​ຮັບ​ການ​ສິດ​ສອນຫລັກ​ທໍາ​ ເປັນພາສາ​ອັງກິດ.

ອາຈານ ມຽວ ຊີ (Miao Hsi) ຜູ້​ອໍານວຍ​ການ​ຝ່າຍ​ເຜີຍ​ແຜ່​ສາສະໜາ​ພຸດ ທີ່​ເກີດ​ຢູ່ຮົງ​ກົງ
ອະທິບາຍ​ວ່າ ສາສະໜາພຸ​ດໃນອາ​ເມ​ຣິກາ​ແມ່ນແຕກ​ຕ່າງ​ກັນ ​ໄປ​ຕາມ​ປະ​ເພນີ​ວັດທະນະ​ທໍາ
​ຂອງຊົນ​ຊາດ​. ອາຈານ​ ມຽວ ຊີ ກ່າວ​ວ່າ:

“ດ້ວຍ​ເຫດນັ້ນ​ຫລ່ະ ຈຶ່ງ​ມີ​ຊາວ​ພຸດ​ຈີນ ຊາວ​ພຸດ​ທິ​ເບ​ດ ຊາວ​ພຸດ​ຍີ່​ປຸ່ນ ​ແລະຊາວ​ພຸ​ດ
ຊາດອື່ນໆ. ​ແຕ່​ວ່າ​ ໃນ​ປັດຈຸບັນ​ນີ້ ​ຂ້າພະ​ເຈົ້າຄິດ​ວ່າ ມີສາສະໜາ​ພຸດອາ​ເມຣິກັນ​
ໃນຮູບໃດ​ຮູບນຶ່ງ ໂຜ່​ຂຶ້ນ​ມາເຊັ່ນ​ກັນ.”

ພຣະອາຈານ ກູ​ຊາ​ລາ ພິກ​ຊູ (Kusala Bhikshu) ທີ່​ເກີດ​ຢູ່​ສະຫະລັດ​ແລະ​ປະ​ຈໍາ​ຢູ່ທີ່​
ສູນວິປັດສະນາສາສະໜາ​ພຸ​ດນາໆຊາດ ​ໃນ​ Los Angeles ກ່າວ​ວ່າ ສາສະໜາ​ພຸດ​ມີ
​ປະວັດ​ອັນ​ຍາວນານ​ຢູ່ໃນ​ສະຫະລັດ. ​ເພີ່ນ​ກ່າວ​ຕໍ່​ໄປ​ວ່າ:

“ແລະ​ບັດ​ນີ້​ ສາສະໜາ​ພຸດແມ່ນໄດ້​ຝັງ​ຮາກເລິກ​ລົງໄປຢູ່​ໃນ​ດິນແດນ​ຂອງອາ​ເມຣິກາ​
ແລ້ວ. ສະ​ນັ້ນ ຈຶ່ງ​ມີພວກ​ຄົນ​ຄື​ກັນກັບ​ອາດຕະມາ​ ທີ່​ເກີດ​ຢູ່​ໃນ​ລັດ​ໄອ​ໂອວາ ຜູ້​ຄົນ​ທີ່​
ເກີດ​ຢູ່ອາ​ເມ​ຣິກາ ທີ່​ຫັນປ່ຽນ​ມາ​ນັບຖືສາສະໜາ​ພຸດ ບາງ​ຄົນ​ກໍ​ບວດ​ເປັນ​ພະ ຫລື​
ແມ່​ຊີ ​ແລະ​ກໍ​ໄດ້​ນໍາ​ເອົາ​ຫລັກທໍາ​ຄໍາ​ສັ່ງສອນ​ຂອງສາສະໜາ​ພຸດ​ ອອກ​ໄປ​ເຜີຍ​ແຜ່
​ໃຫ້​ຊາວ​ອາ​ເມ​ຣິກັນ​ ທົ່ວ​ໄປໄດ້ຮູ້.”

ໃນ​ປັດຈຸບັນ​ນີ້ ອົງ​ດາ​ໄລ ລາ​ມະ ຄົງ​ຈະ​ເປັນ​ພະທີ່​ຮູ້​ຈັກ​ກັນ​ດີ​ທີ່ສຸດ​ຢູ່​ໃນ​ທົ່ວ​ໂລກ ​ແລະພະ​ອົງ​ຊົງໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ກວ້າງຂວາງໃນ​ພວກ​ຄົນ​ອາ​ເມຣິກັນ​ທັງຫລາຍ ​ແລະຊົງ​ໄດ້​ດຶງ​ດູດພວກ​ນັບຖື​ພະ​ອົງ​ທີ່​ມີ​ຊື່​ສຽງຫລາຍ​ຄົນ ​ໂຮມ​ທັງນັກສະ​ແດງ​ຮູບ​ເງົາຊື່​ດັງ Richard Gere. ຄໍາ​ກ່າວ​ຂອງ​ພະ​ອົງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນໃຈເພື່ອນ​ມະນຸດນັ້ນ ​ໄດ້​ດຶງ ດູດເອົາຊາວ​ອະ​ເມຣິກັນ​ຄົນອື່ນໆນໍາ.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ ຫລືຄລິກບ່ອນ wmv ຫລື mp4 ຂ້າງເທິງຂວາມື

ປັດຈຸບັນ​ນີ້ ມີ​ວັດສາສະໜາ​ພຸດ​ທິ​ເບ​ດຢູ່​ທົ່ວ​ສະຫະລັດ. ວັດ​ນຶ່ງ​ທີ່​ຕັ້ງ​ຢູ່​ນອກ​ເມືອງ Redding ຢູ່​ທາງ​ພາກ​ເໜືອ​ຂອງ​ລັດ​ແຄ​ລິ​ຟໍ​ເນຍ ເປັນ​ທັງສູນ​ກາງ​ສິດສອນ​ແລະ​ວິປັດສະນາ​. ພະອາ ຈານ ກູ​ຊາ​ລາ ພິກ​ຊູ ກ່າວ​ວ່າ ສູນກາງຂອງ​ທ່ານ​ທີ່ນະຄອນ Los Angeles ນັ້ນ ​ໄດ້​ນໍາ​ເອົາ​ສາສະໜາ​ພຸດ​ຈາກ ຫລາຍ​ແຫ່ງ ມາ​ລວມກັນ. ຄືທ່ານ​ໄດ້ສຶກສາຮຽນ​ຮູ້​ຫລັກ​ທໍາ​ນໍາ​ອາຈານ​ຜູ້​ນຶ່ງ​ຈາກ​ປະ​ເທດ​ສີ​ລັງກາ ​ແລະ​ໄດ້​ບວດ​ຕາມປະ​ເພນີ​ຂອງ​ຊາວ​ຫວຽດນາມ. ສູນ​ກາງ​ວິປັດສະນາ​ຂອງ​ທ່ານ ແມ່ນ​ພະຈາກ​ຫວຽດນາມອົງ​ນຶ່ງ​ເປັນ​ຜູ້ກໍ່​ຕັ້ງຂຶ້ນມາ ​ແລະ​ຕັ້ງ​ຢູ່​ໃນຄຸ້ມ​ ຂອງ​ຊາວອາ​ເມຣິກັນ​ ເຊື້ອສາຍເກົາຫລີ.

ເນນນ້ອຍ ທີ່ວັດ Hsi Lai ໃນນະຄອນ ລອສ ແອນຈີແລສ ລັດແຄລິຟໍເນຍ, ເດືອນກໍລະກົດ 2011.

ທ່ານໃຫ້​ຂໍ້​ສັງ​ເກດວ່າ​ ຄໍາ​ສັ່ງສອນ​ທີ່ປ່ຽມລົ້ນ
ໄປດ້ວຍຫລັກ​ທໍາ​ທີ່​ດີໆຂອງ​ ສາ​ສະໜາ​ພຸດ​ ​ແມ່ນ​ແຕກ​ຕ່າງ​ກັນ​ໄປ ຈາກ​ປະ​ເພນີ​ນຶ່ງ​ໄປ​ຫາ​ອີກປະ​ເພນີ ນຶ່ງ. ຢູ່​ທີ່​ວັດ ຊີ ຫລາຍ ​ແຫ່ງ​ນີ້ ພວກ​ເຂົາ​ເຈົ້າກ່າວ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ແຕກ​ຕ່າງຫລາກ​ຫລາຍກໍຕາມ ​ແຕ່​ແກ່ນ​ແທ້​ຂອງ​ຫລັກ​ທໍາ​ຄໍາ​ສັ່ງສອນ​ນັ້ນ ​ກໍແມ່ນ​ອັນ​ດຽວກັນ ນັ້ນ​ກໍ​ຄື ການເຄົາລົບ​ນັບຖື​ປະ​ເພນີ ຄວາມ​ຕ້ອງການ​ທີ່​ຈະ​ປັບ​ໃຫ້ເຂົ້າ ກັບຫລັກການ​ອະ​ເມຣິກັນ ​ແລະ​ສ​ະ​ແຫວ​ງ ຫາຄວາມ​ສາມັກຄີກົມກຽວກັນ ໃນ​ພວກ​ໝູ່​ຄົນ​ຈາກ​ທຸກໆ​ສາສະໜາ. ອາຈານ ມຽວ ຊີ ກ່າວ​ວ່າ:

“ທຸກໆ​ສັບພະສິ່ງທັງຫລາຍ​ແມ່ນ​ເຊຶ່ອມ​ໂຍງ​ຫາ​ກັນ ມັນ​ເໝືອນ​ກັນ​ກັບ​ວ່າພວກ​ເຮົາ​ເຊຶ່ອມ
​ໂຍງ​ເຂົ້າ​ກັບໂລກ​ນີ້. ດັ່ງ​ນັ້ນ ​ຂ້າພະ​ເຈົ້າ​ຈຶ່ງຄິດ​ວ່າ ພວກ​ເຮົາ​ຄວນ​ຈະ​ທໍາງານໄປ​ສູ່​ຄວາມ
ສາມັກຄີປອງດອງກັນ ຄວາມສາມັກຄີກົມກຽວ ແລະສັນຕິພາບ ​ແມ່ນເປັນຈຸດທີ່ພວກ
ເຮົາທັງໝົດຄວນຈະພະຍາຍາມມຸ່ງ​ໜ້າໄປເຖິງ​ໃຫ້​ໄດ້.”

ພວກ​ຊາວ​ພຸດ​ທັງຫລາ​ຍກ່າວ​ວ່າ ມີ​ສະພານ​ທີ່​ເຊຶ່ອມໂຍງ​ຊາວ​ພຸດ​ອະ​ເມຣິກັນທີ່ມາຈາກຫລາຍ
ເຊື້ອຊາດນັ້ນ ຊຶ່ງ​ກໍ​ຄື​ພວກເດັກນ້ອຍທີ່​ເກີດ​ຢູ່​ໃນ​ອະ​ເມຣິກາ ທີ່​ນັບຖືສາສະໜາພຸດຮ່ວມ​ກັນ
​ແລະ​ປະຕິບັດ​ວັດທະນະ​ທໍາອາ​ເມຣິກັນຮ່ວມ​ກັນ ​ໂດຍ​ບໍ່​ກ່ຽວ​ກັບວ່າ​ພວກ​ພໍ່​ແມ່ຂອງ​ພວກ​ເຂົາ
​ເຈົ້າ​ເກີດ​ຢູ່​ແຫ່ງ​ຫົນ​ໃດ.

ເບິ່ງວີດີໂອລາຍງານພາສາອັງກິດໂດຍເຕັມ: