ສະຫະລັດ ສະຫຼອງ ວັນຊາດ ທີ 4 ກໍລະກົດ ຄົບຮອບ 238 ປີ (ວີດີໂອ)

ຢູ່ທົ່ວສະຫະລັດ ​ໃນວັນ​ສຸກ​ມື້​ນີ້ ຊາວ​ອ​າ​ເມຣິກັນ ພາກັນ​ສະຫລອງ​
ບຸນວັນຊາດ​ຄົບຮອບ 238 ປີ ທີ່​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ໄດ້​ຮັບ​ເອກ​
ກະລາດ​ຈາກ ອັງ​ກິດ ດ້ວຍ​ການ​ເດີນ​ສວນສະໜາມ ປິກ​ນິກ ຈູດ​
ບັ້ງໄຟ​ດອກ ການສະແດງຄວາມສາ ມາດໃນການຂີ່ມ້າ ​ແລະ​ເບິ່ງ
​ການສະ​ແດງ​ດົນຕີ.

ການ​ສະຫລອງ​ບຸນວັນ​ຊາດ ທີ 4 ກໍລະກົດ ທີ່ນະຄອນຫລວງ ວໍ​ຊິງ
ຕັນ ແມ່ນ ຮວມທັງ​ການສະ​ແດງ​ເປັນ​ບັນດາ​ອະດີດປະທານາທິບໍ
ດີ ທີ່ມີຄວາມສຳຄັນໃນ​ປະ ຫວັດສາດ ​ເຊັ່ນທ່ານ Thomas Jefferson ທ່ານ Benjamin Franklin ​ແລະທ່ານ John Adams ຜູ້​ທີ່​ຈະ​ມາ​ອ່ານ​ຄຳ​ປະກາດ​ເອກ​ກະລາດ.

Your browser doesn’t support HTML5

US INDEPENDENCE DAY VO

​ໃນ​ຕອນ​ແລງວັນ​ສຸກ​ມື້​ນີ້ ຈະ​ມີ​ການຈູດ​ບັ້ງ​ໄຟ​ດອກ ​ແລະ​ສະ​ແດງ​ຄອນ​ເສີດ ທີ່​ສະໜາມ​
ຫລວງ​ແຫ່ງ​ຊາດ. ສຳລັບຄອນ​ເສີດນັ້ນແມ່ນຈະມີ​ດາຣານັກ​ຮ້ອງແລະ ວົງດົນຕີດັງໆມາ
ຮ່ວມ ເຊັ່ນ Frankie Valli, Patti Labelle, Michael McDanold, the Muppet ​ແລະ
ຄະນະ​ວົງ​ດົນຕີ​ Symphony Orchestra ​ແຫ່ງ​ຊາດ.

​ເຖິງ​ຢ່າງໃດ​ກໍ​ດີ ດິນ​ຟ້າ​ອາກາດ​ອາດ​ຈະ​ເຮັດ​ໃຫ້​ແຜນການຂອງຊາວອາເມຣິກັນ ຫຼາຍໆ
ລ້ານຄົນເຕັມໄປດ້ວຍຄວາມຊຸ່ມຊື່ນ ໃນ​ຂະນະ​ທີ່ລົມພາຍຸເຮີຣິເຄນ Arthur ກຳລັງ​ມຸ້​ງໜ້າ​ຂຶ້ນເໜືອ ໄປຕາມເຂດແຄມ​ຝັ່ງ​ທະເລກ້ຳຕາ​ເວັນ​ອອກຂອງ ສະຫະລັດ.

​ມັນເປັນເລື່ອງທີ່ປະຫລາດດີ ທີ່ຄຳ​ປະກາດເອກ​ກະລາດ ໄດ້ຮ່າງ​ຂຶ້ນ ໂດຍ​ຜູ້ທີ່​ເປັນເຈົ້າ​ຂອງ
ທາດ ອາຍຸ 32 ປີ ທ່ານ Thomas Jefferson ຜູ້ຊຶ່ງໃນເວລາ ຕໍ່ມາ ​ໄດ້​ເປັນປະທານາທິບໍດີ
ຄົນ​ທີ​ສາມ​ຂອງສະຫະລັດ.

Your browser doesn’t support HTML5

Re-enactors Celebrate African-American Contribution to US Civil War