ຟາມແຂ້ຢູ່ສະຫະລັດ ປ້ອນໜັງແຂ້ ໃຫ້ບໍລິສັດຜະລິດກະເປົາ ຍີ່ຫໍ້ລາຄາແພງ

ຫລັງຈາກທີ່ຖືກຊ່ວຍໄວ້ ບໍ່ໃຫ້ສູນພັນ ບັດນີ້ ແຂ້ພັນອາເມຣິກັນ ແມ່ນອອກແມ່ແຜ່ລູກ ຢ່າງຫລວງຫລາຍ ຢູ່ໃນບ່ອນຢູ່ທໍາມະຊາດຂອງມັນ ກໍຄື ຫ້ວຍຄອງໜອງບຶງ ໃນພາກຕາເວັນອອກ ສຽງໃຕ້ຂອງສະຫະລັດ ຈົນດຽວນີ້ ການຄ້າໜັງແຂ້ ບໍ່ເປັນການຜິດກົດໝາຍຕໍ່ໄປແລ້ວ.. (Courtesy Mark Glass)

ພວກແຂ້ນ້ອຍໆ ທີ່ຫາກໍອອກມາຈາກໄຂ່ ໂດຍທົ່ວໄປແລ້ວ ແມ່ນຈະໂຕຍາວ ປະມານ 15 ຫາ 20 ຊັງຕີແມັດ. (Courtesy Mark Glass)

ແຂ້ນ້ອນໆໂຕນີ້ ທີ່ກໍາລັງຈະແຕກອອກມາຈາກໄຂ່ ແມ່ນລວມຢູ່ໃນຈໍານວນແຂ້ ນຶ່ງແສນໂຕ ທີ່ມີຢູ່ໃນຟາມແຂ້ ຂອງ Mark Glass ຊຶ່ງໃນທີ່ສຸດ ກໍຈະຖືກຂ້າເພື່ອເອົາ ຊີ້ນແລະໜັງ ສົ່ງອອກຂາຍ. (VOA/P. Graitcer)

ໄຂ່ແຂ້ ແມ່ນຈະເອົາໄປຟັກໄວ້ ໃນຖາດພະລາສຕິກ ທີ່ຟາມຂອງ Mark Glass. (VOA/P. Graitcer)

ແຂ້ນ້ອຍຈະເລີ້ມອອກມາຈາກໄຂ່ ໃນຊ່ວງທ້າຍລະດູຮ້ອນ. (VOA/P. Graitcer)

ພວກແຂ້ນ້ອຍ ທີ່ຫາກໍອອກມາຈາກໄຂ່ ຢູ່ຟາມຂອງ Mark Glass ໃນເມືອງ Camilla, ລັດຈໍເຈຍ. (Courtesy Mark Glass)

ແຂ້ນ້ອຍໂຕນຶ່ງ ທີ່ຫາກໍແຕກ ອອກມາຈາກໄຂ່. (Courtesy Mark Glass)

ໜັງແຂ້ທີ່ກຽມຈະສົ່ງອອກສູ່ຕະຫລາດ ເພື່ອເອົາໄປເຮັດກະເປົາ ສາຍໂມງ ຫລືເກີບ.(Courtesy Mark Glass)

ຊີ້ນແຂ້ທີ່ແຊບທີ່ສຸດ ແມ່ນມາຈາກຫາງຂອງມັນ. (Courtesy Mark Glass)

ຊີ້ນແຂ້ ມີທາດຄໍແລສເຕີຣອລ ໜ້ອຍກ່ວາຊີ້ນໄກ່ ທີ່ລ້ຽງຢູ່ພາຍໃນປະເທດ ແລະເປັນຊີ້ນທີ່ນິຍົມກັນໃຊ້ ຫລາຍທີ່ສຸດ ໃນການປະກອບອາຫານ Cajun ຫລືອາຫານປະຈໍາພາກໃຕ້ຂອງສະຫະລັດ . (Courtesy Mark Glass)

ჩიკაგო, ილინოისი