ບໍ່ດົນຫຼັງຈາກປະທານາທິບໍດີ ດໍໂນລ ທຣໍາ ໄດ້ສິ້ນສຸດ ການກ່າວຄຳປາໄສ ທີ່ອອກອາ
ກາດເປັນເວລາເຈັດນາທີໃນວັນສຸກວານນີ້ ການປະກາດການເລີ້ມການໂຈມຕີທາງອາ
ກາດທີ່ແມ່ນຍຳ ໃສ່ສະຖານທີ່ຕ່າງໆຂອງລັດຖະບານຊີເຣຍທີ່ພົວ ພັນກັບການພັດທະ
ນາອາວຸດເຄມີ ກໍໄດ້ມີຂຶ້ນ ໂດຍທີ່ສຽງລະເບີດຂະໜາດແຮງ ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ນະຄອນຫຼວງດາມາສກັສ.
ແສງຂອງລູກສອນໄຟ ທີ່ເຫັນຢູ່ທ້ອງຟ້າ ໃນນະຄອນດາມາສກັສ ທີ 14 ເມສາ 2018.
ທຳນຽບຫ້າແຈກ່າວວ່າ ຮວມຢູ່ໃນບ່ອນທີ່ຖືກໂຈມຕີ ໃນການປະຕິບັດງານແບບມີການ
ປະສານງານກັນ ໂດຍກຳລັງ ສະຫະລັດ ຝຣັ່ງ ແລະອັງກິດ ບໍ່ດົນກ່ອນພິທີສູດມົນ ໃນ
ຕອນເຊົ້າມືດນັ້ນ ແມ່ນສູນກາງຄົ້ນຄວ້າວິທະຍາສາດ ທີ່ຕັ້ງຢູ່ໃນ ເຂດຊານເມືອງຂອງ
ນະຄອນຫຼວງຊີເຣຍ ສາງອາວຸດເຄມີ ໃກ້ໆກັບເມືອງໂຮມ ແລະກອງບັນຊາການແຫ່ງນຶ່ງທີ່ຕັ້ງຢູ່ໃກ້ຄຽງ.
Your browser doesn’t support HTML5
U.S. Defense Secretary Mattis Briefs Reporters in Syria Strikes
ນອກນັ້ນຍັງມີລາຍງານຈາກບັນດານັກເຄື່ອນໄຫວການເມືອງທີ່ກ່າວວ່າ ກອງພົນ ລົດ
ຖັງທີ 4 ຊຶ່ງເປັນກອງທະຫານເກັ່ງທີ່ສຸດ ບັນຊາການໂດຍນ້ອງຊາຍຂອງປະ ທານາທິ
ບໍດີບາຊາ ອາລ-ອາຊາດ ຄືທ່ານມາເຮີ ອາລ-ອາຊາດ ພ້ອມດ້ວຍກອງ ພັນພິເສດ ຣີພັບບລີກັນກາດ ກໍໄດ້ຖືກໂຈມຕີເຊັ່ນກັນ. ແຕ່ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ກຳລັງເຫຼົ່າ
ນີ້ໄດ້ຖືກໂຈມຕີ ໂດຍເຮືອບິນທີ່ມີຄົນຂັບ ແລະລູກສອນໄຟຄຣູສ ຂອງຝຣັ່ງແລະອັງກິດ
ແທນທີ່ຈະແມ່ນຂອງກອງທັບສະຫະລັດ.
Your browser doesn’t support HTML5
President Trump Announces Strikes Against Syria
ຈາກທັດສະນະຂອງພວກທີ່ໄດ້ຮັບການໂຈມຕີໃນການປະຕິບັດງານນຶ່ງຄືນແລ້ວນັ້ນ
ການຕອບທາງທະຫານ ໂດຍບັນດາມະຫາອຳນາດຕາເວັນຕົກ ອາດເບິ່ງຄືວ່າທຸກ
ຢ່າງແຕ່ມີການຢັ້ງມືໄວ້.
US, France and Britain Hit Syrian Chemical Facilities
ການໂຈມຕີ ແມ່ນມີຈຸດປະສົງ ທີ່ຈະສະແດງໃຫ້ເຫັນ ເຖິງການຕັດສິນໃຈ ທ່າມກາງໃນ
ອັນທີ່ປະທານາທິບໍດີທຣໍາເອີ້ນວ່າ ເປັນການລະເມີດເລື້ອຍມາຕໍ່ກົດໝາຍສາກົນໂດຍ
ອາຊາດ ທີ່ຮ້າຍແຮງກວ່າໃນປີກາຍ ເວລາສະຫະລັດໄດ້ຍິງລູກສອນໄຟຄຣູສ 58 ລູກ
ເຂົ້າໃສ່ຊີເຣຍ ເພື່ອຕອບໂຕ້ຕໍ່ອັນທີ່ປາກົດວ່າແມ່ນການໂຈມຕີດ້ວຍອາວຸດເຄມີ ຂອງ
ກຳລັງລັດຖະບານ ໃສ່ເມືອງທີ່ພວກຕໍ່ຕ້ານລັດຖະບານ ຄວບຄຸມຢູ່ ໃນພາກເໜືອຂອງ
ປະເທດ.
ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ນາຍພົນໂຈເຊັບ ດັນຝອດ ກ່າວຕໍ່ບັນດານັກຂ່າວທີີ່ ທຳນຽບຫ້າແຈ.
ເທື່ອນີ້ ແມ່ນປະມານສອງເທົ່າຂອງຈຳນວນລູກສອນໄຟຄຣູສ ທີ່ໄດ້ຍິງໂດຍສະຫະລັດ
ໃນການຕອບໂຕ້ຕໍ່ການໂຈມຕີດ້ວຍອາວຸດເຄມີ ເມື່ອວັນເສົາແລ້ວໂດຍລັດຖະບານອາ
ຊາດ ໃສ່ເມືອງດູມາ ທີ່ຢູ່ໃນເຂດຊານເມືອງ ຂອງນະຄອນຫຼວງດາມາສກັສ ທີ່ເຮັດໃຫ້
ຢ່າງໜ້ອຍ 40 ຄົນເສຍຊີວິດ ແລະຫລາຍຮ້ອຍຄົນໄດ້ຮັບບາດເຈັບ.