ການໂຮມຊຸມນຸມ ປະທ້ວງ ຂອງ ອົງການ ພປລ ທີ່ນະຄອນ ອັດແລນຕາ ລັດຈໍເຈຍ

ອົງການ ພັນທະມິດ ເພື່ອປະຊາທິປະໄຕໃນລາວ ເຕົ້າໂຮມກັນ ທີ່ ນະຄອນ ອັດແລນຕາ ລັດ ຈໍເຈຍ

ໃນ​ລາຍການ​ຊີວິດ​ຊາວ​ລາວ ແລງ​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ
​ນຳ​ເອົາ​ການ​ສຳ​ພາດກັບ ດຣ ບຸນ​ທອນ ຈັນທະ​ລາ​ວົງ ວີ​ເຊີ
ປະທານ ອົງການ​ພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ
​ພ້ອມ​ດ້ວຍ ສະມາຊິກ ທ່ານ​ວິສະນຸ ຄຳ​ຜຸຍ ຈາກ ​ລັດ
Alabama. ການ​ເຕົ້າ​ໂຮມ​ຊຸມນຸມ​ປະ​ທ້ວງ ​ໃນ​ວັນ​ເສົາ​ທີ່
10​ ​ເດືອນ​ພຶດສະພາ ທີ່​ຜ່ານ​ມາ​ ໄດ້​ຮຽກຮ້ອງ​ໄປ​ຍັງ ​ລັດ
ຖະບາ​ນ ສປປ ລາວ ເລື້ອງ​ການລະ​ເມີດ​ສິດທິ​ມະນຸດ ສິດ
ທິພົນ​ລ​ະເມືອງ ສິດທິ​ໃນ​ການ​ປາກ​ເວົ້າ ການ​ຊຸມນຸມ ​ການ​
ອອກ​ຂ່າວ ການ​ຄ້າ​ມະນຸດ ​ແລະ​ການ​ສໍ້ລາດ​ບັງ​ຫລວງ​
ເຫລົ່າ​ນີ້​ເປັນ​ຕົ້ນຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳເອົາ​ບົດ​ສຳພາດ​
ດັ່ງກ່າວມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ດຣ ບຸນທອນ ຈັນທະລາວົງ ວີເຊີ (ຊ້າຍ ກຳລັງກ່າວ)


ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ດຣ ບຸນ​ທອນ ຈັນທະ​ລາ​ວົງ
ວີ​ເຊີ ​ເປັນປະທານ ອົງການພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​
ໃນ​ລາວ (ພປລ) ຫລື Alliance for Democracy in Laos
​ ຊຶ່ງ​ເປັນຂະ​ບວນການ ດ້ານ​ການ​ເມືອງ​ຢູ່​ນອກ​ ​ແລະໃນປະ​
ເທດລາວ. ພປລ ເປັນປາກ​ກະບອກ​ສຽງ​ ໃຫ້​ແກ່ ປະຊາຊົນ​
ລາວ ຜູ້ທີ່​ບໍ່​ມີ​ສິດປາກເວົ້າ ​ແລະ​ເປັນອົງການ​ທີ່ຕິດຕາມ ​ເບິ່ງ
ສະພາບການເມືອງ ເສດຖະກິດ ສິດ​ທິມະນຸດ ແລະ​ການດຳ
ລົງ​ຊີວິດ​ຢູ່​ໃນ ສປປ ລາວ ຢ່າງ​ໃກ້​ຊິດ.

ໃນ​ຕົ້ນປີ 2015 ຈະ​ມາ​ເຖິງ​ນີ້ ອົງການ​ພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ​ຈະ​ເຂົ້າ
​ຮ່ວມ​ລາຍ​ງານ ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ ນະຄອນ​ເຈ​ນີວາ ປະ​ເທດ​ ສະ
​ວິສ​ເຊີ​ແລນ. ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ເສົາ ທີ 10 ​ເດືອນ​ພຶດສະພາ​ ທີ່​ຜ່ານ​ມາ​ນີ້ ອົງການ
ພັນທະ​ມິດ ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ພ້ອມ​ດ້ວຍ​ສະມາຊິກ ຈາກໃກ້​ແລະ​ໄກ ໄດ້​ເຕົ້າ
​ໂຮມ​ຊຸມນຸມ​ກັນ ຢູ່ ນະຄອນ​ Atlanta ລັດ Georgia. ​ວີ​ໂອ​ເອ ​ໄດ້​ຕິດຕາມ​ສຳພາດ​ເຖິງ​
ຈຸດ ປະສົງຂອງການ​ເຕົ້າ​ໂຮ​ມຂອງ ອົງການພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ວ່າ​
ເຂົາ​ເຈົ້າ​ມີ​ຈຸດປະສົງ ​ແລະ​ເປົ້າ​ໝາຍ​ຫຍັງ ​ຊຶ່ງ ທ່ານ​ນາງ ດຣ ຈັນທອນ ຈັນ​ທະລາ​ວົງ
​ວີ​ເຊີ ​ໄດ້ເຫລົ່າ​ສູ່ຟັງດັງ​ນີ້:

ດຣ ບຸນທອນ ຈັນທະລາວົງ


Your browser doesn’t support HTML5

ຟັງການສຳພາດ ດຣ ບຸນທອນ ຈັນທະລາວົງ 1





ການ​ເຕົ້າ​ໂຮມ​ຂອງ​ ອົງການ​ພັນທະ​ມິດ ​ເພື່ອ​ປະຊາທິປະໄຕ​ໃນ​ລາວ ຄັ້ງ​ນີ້ມີຫລາຍ​ໜ້າ
​ຫລາຍ​ຕາ ທີ່​ໄດ້​ເດີນທາງ​ມາ​ຈາກ​ເມືອງ ​ແລະ​ລັດ​ຕ່າງໆ. ສຳລັບ​ລາຍການ​ຕ່າງໆ​ຂອງ​
ການ​ພົບ​ປະກັນຄັ້ງ​ນີ້ Dr. Bounthone ​ໄດ້​ເຫລົ່າສູ່​ຟັງວ່າ:

ທ່ານນາງ ດຣ ບຸນທອນ ຈັນລະລາວົງ ວີເຊີ ແລະຄະນະ


Your browser doesn’t support HTML5

ຟັງການສຳພາດ ດຣ ບຸນທອນ ຈັນທະລາວົງ 2





ທ່ານ ພໍ​ບອກໄດ້​ບໍ່​ວ່າ ​ການ​ເຄຶ່ອນ​ໄຫວ​ຂອງ ອົງການ​ພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ທີ່​ໄດ້​ປະ​ຕິ​ບັດ​ງານມາ​ເຖິງປັດຈຸ​ບັນ​ນີ້ມີ​ຜົນໜ້ອຍ​ຫລາຍ​ປານ​ໃດ?

ພິທີບາສີ ສູ່ຂວັນ


Your browser doesn’t support HTML5

ຟັງການສຳພາດ ດຣ ບຸນທອນ ຈັນທະລາວົງ 3




ນັບ​ແຕ່​ອົງການ​ພັນທະ​ມິດ​ ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ​ໄດ້​ຕັ້ງ​ຂື້ນ​ມາ ​ທ່ານເຫັນ​ວ່າ ມີ
ຄວາມ​ກ້າວໜ້າ​ຢ່າງ​ໃດ ​ກ່ຽວກັບ​ການ​ນຳພາ​ຂອງ​ທ່ານ?

ຄະນະສະມາຊິກ ອົງການພັນທະມິດ ເພຶ່ອປະຊາທິປະໄຕໃນລາວ

Your browser doesn’t support HTML5

ຟັງການສຳພາດ ດຣ ບຸນທອນ ຈັນທະລາວົງ 4





ສ່ວນທ່ານ​ວິ​ສະ​ນຸ ຄຳ​ຜຸຍ ກໍ​ແມ່ນ​ຄະນະ​ກຳມະການຜູ້​ນຶ່ງ ທີ່ໄດ້ເ​ດີ​ນທາງ​ມາ​ຈາກ ​ເມືອງ Irwin ລັດ Alabama ພາ​ກໃຕ້​ຂອງ ສະຫະລັດ. ​ທ່ານ​ເປັນ​ນັກທຸລະ​ກິດ ທີ່​ປະສົບຜົນ
ສຳ​ເລັດ​ຄົນ​ນຶ່ງ ທີ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່ ອົງການ​ພັນທະ​ມິດ ​ເພຶ່ອປະຊາທິປະ
​ໄຕ​ໃນ​ລາວ. ທ່ານ​ໄດ້ໂອ້ລົ​ມກັບ ວີ​ໂອ​ເອ ວ່າ :

ຟັງການສຳພາດ ທ່ານວິສະນຸ ຄຳຜຸຍ


Your browser doesn’t support HTML5

ຟັງການສຳພາດ ທ່ານວິສະນຸ ຄຳຜຸຍ





ນັ້ນ​ແມ່ນ​ລາຍ​ງານ ແລະການ​ສຳພາດ ກ່ຽວກັບ​ອົງການ​ພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນລາວ. ​ແລງ​ວັນ​ພະຫັດໜ້າ ວີ​ໂອ​ເອ ​ຈະ​ນຳ​ເອົາລາຍການຊິວິດ​ຊາວ​ລາວເລື້ອງໃໝ່
ມາສະເໜີ​ທ່ານ. ​ໂປດຕິດຕາມ​ຮັບ​ຟັງ