ມືປືນ ທີ່ຍິງສັງຫານ ນັກຂ່າວ ໂທລະພາບ ເອີ້ນ​ຕົນ​ເອງ​ວ່າ ​ເປັນມະນຸດ​​ ອັນຕະລາຍ

ອະດີດນັກຂ່າວໂທລະພາບ ນາຍ Vester Flanagan ຍິງ ອະດີດເພື່ອນຮ່ວມງານ ນາງ Alison Parker ແລະ ທ້າວ Adam Ward ໃນຂະນະທີ່ສົ່ງຂໍ້ຄວາມຜ່ານທາງ Tweeter ສົດໆ ຕໍ່ປະສົບການ ແລະ ໄດ້ບັນຖຶກວີດີໂອ ທີ່ຕົນ ໄດ້ນຳໄປລົງເຜີຍແຜ່ ໃນ Facebook.

ຊາຍ​ຜູ້ນຶ່ງ ​ທີ່ປາກົດວ່າ ຍິງ​ນັກ​ຂ່າວ​ໂທລະພາບ​ສອງ​ຄົນ ​ເສຍ​ຊີວິດ
​ໃນ​ລະຫວ່າງ​ທີ່ ​ພວກ​ເຂົາ​ຖ່າ​ຍທອດ ອອກ​ອາກາດສົດ ​ໃນ​ວັນ​ພຸດ
​ວານ​ນີ້ ໄດ້​ສົ່ງຖະແຫຼງການຍາວ 2​3 ໜ້າ ​ໄປ​ຍັງ​ຕາ​ໜ່າງຂ່າວ
​ແຫ່ງ​ຊາດ ​ເຊິ່ງຜູ້ກ່ຽວເອີ້ນ​ຕົນ​ເອງ​ວ່າ “​ເປັນມະນຸດທີ່ອັນຕະລາຍ
ຄົນ​ໜຶ່ງ.”

​ເຈົ້າໜ້າ​ທີ່ ກ່າວ​ວ່າ ນາຍ Vester Flanagan ອະດີດ​ພະນັກງານ
ຂອງສະຖານີ​ໂທລະ​ພາບ​ ລັດ​ເວີ​ຈີ​ເນຍ WDBJ ບ່ອນທີ່ຜູ້ຍິງ ​ແລະ
ຜູ້​ຊາຍ ທີ່ຖືກຍິງຕາຍ​ ​ເຮັດ​ວຽກ​ຢູ່​ເ​ຊັ່ນ​ກັນ ​ໄດ້​ຍິງ​ຕົວ​ເອງ ​ໃນ​ເວລາ
​ປະ​ເຊີນ​ໜ້າ​ກັບ​ເຈົ້າໜ້າ​ທີ່​ຕຳຫຼວດ ຢູ່​ເທິງທາງຫຼວງສາຍນຶ່ງ ນອກ​
ນະຄອນ ຫຼວງວໍ​ຊິງ​ຕັນ. ນາຍ Flanagan ​ເສຍ​ຊີວິດ ສອງ​ສາມ​ຊົ່ວ​ໂມງ​ຕໍ່​ມາ ຢູ່​ທີ່​ໂຮງໝໍ​ໃນ​ທ້ອງ​ຖິ່ນ.

ພາບຖ່າຍ ຈາກເວັບໄຊ້ ຂອງສະຖານີ ໂທລະພາບ WDBJ-TV ສະແດງໃຫ້ເຫັນພາບຂອງສອງນັກຂ່າວ ທີ່ຖືກຍິງເສຍຊີວິດ ຄືນາງ Alison Parker ແລະ ທ້າວ Adam Ward, ວັນທີ 26 ສິງຫາ 2015.

ຖະແຫລງການ ທີ່​ນາຍ Flanagan ​ໄດ້​ສົ່ງ​ໄປ ​ໃຫ້ ລາຍການຂ່າວ ABC News ​ໄດ້​ລະບຸ
​ລາຍ​ລະ​ອຽດຕ່າງໆ ຂອງ​ນາຍ Flanagan ທີ່​ມີການກ່າວ​ຫາວ່າ ລາວໄດ້​ຖືກ​ຈຳ​ແນກ​
ຍ້ອນວ່າ ລາວ​ເປັນ​ກະ​ເທີຍ ​ແລະ ​ເປັນ​ອາ​ເມຣິກັນ​ເຊື້ອ​ສາຍອາ​ຟຣິກາ. ລາວ​ຖືກ​ໄລ່​ອອກ
​ຈາກ​ສະຖານີ ​ໂທລະ​ພາບ WDBJ ​ໃນ​ເມືອງ Roanoke ຂອງ​ລັດ Virginia ​ໃນ​ປີ 2013.
ລາວ​ຍັງ​ໄດ້​ຖືກ​ໄລ່​ອອກ​ຈາກ ສະຖານີ​ໂທລະພາບ ລັດ​ຟໍລິ​ດາ ອີກ​ດ້ວຍ ​ໃນ​ປີ 2000
ຫຼັງຈາກທີ່ມີການຮ້ອງທຸກ ກ່ຽວ​ກັບ​ພຶດຕິ​ກຳ​ຂອງ​ຜູ້ກ່ຽວ.

ນາຍ Flanagan ​ໄດ້​ບັນ​ລະຍາຍ​ເຖິງ ການ​ຍິງ​ສັງຫານ​ໝູ່​ເມື່ອ​ເດືອນ​ມິຖຸນາ ຢູ່​ທີ່ ​ໂບດ
​ອາ​ເມຣິກັນເຊື້ອສາຍອາຟຣິກາ ​ໃນ​ເມືອງ Charleston ລັດ South Carolina ​ວ່າ ເປັນ
“ຈຸດ​ພິກ​ປີ້ນ” ສຳ​ຫລັບການກະທຳຂອງ​ຜູ້ກ່ຽວ​ເອງ. ຖະແຫຼງການ ​ກ່າວ​ອີກ​ວ່າ “….ຂ້ອຍ​
ໄດ້​ເປັນມະນຸດ ທີ່​ອັນຕະລາຍມາ​ໄດ້​ໄລຍະ​ນຶ່ງ….ພຽງ​ລໍຖ້າ​ທີ່​ຈະ ​ແຕກ​ບູ້ມຂຶ້ນ!!!”

ພາບຖ່າຍຈາກຈໍພາບ ຂອງຄາດຕະກອນ ຜູ້ທຳການຍິງສັງຫານ ນັກຂ່າວສອງຄົນ.

ມື​ປືນ​ຄົນ​ດັ່ງກ່າວ ​ໄດ້​ເປີດ​ສາກ​ຍິງ ​ໃສ່​ນັກ​ຂ່າວ ນາງ Alison Parker ອາຍຸ 24 ປີ ​ແລະ
ມືກ້ອງຖ່າຍ​ພາບ ທ້າວ Adam Ward ອາຍຸ 27 ປີ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ກຳລັງ
ສຳ​ພາດ ຜູ້ນຳດ້ານ​ທຸລະ​ກິດ​ໃນ​ທ້ອງຖິ່ນ ຢູ່​ທີ່ Smith Mountanin Lake ​ໃກ້​ກັບ​ເມືອງ
Roanoke ທີ່​ຫ່າງ​ຈາກນະຄອນຫຼວງວໍ​ຊິງ​ຕັນ ໄປທາງກ້ຳຕາ​ເວັນ​ຕົກ​ສຽງ​ໃຕ້ ປະມານ
375 ກິ​ໂລ​ແມັດ.

ນາຍ Flanagan ຍັງ​ມີ​ຊື່​ເປັນທາງ​ການ ​ທີ່​ຮູ້ຈັກກັນ​ຄື ທ້າວ Brice Williams. ບັນຊີສື່​
ສັງຄົມ ສອງອັນ ທີ່​ເປັນ​ຂອງ​ຜູ້ກ່ຽວ ພາຍ​ໃຕ້ນາມແ​ຝງດັ່ງກ່າວ​ນັ້ນ ທີ່ຖືກນຳ​ໃຊ້ ​ເພື່ອເຜີ​ຍ​
ແຜ່​ຮູບ​ພາບຕ່າງໆ ຂອງ​ການ​ຍິງ​ສັງຫານ.

ລວມຢູ່ ​ໃນ​ພາບເຫຼົ່ານັ້ນ ວີ​ດີ​ໂອ​ອັນ​ນຶ່ງ ທີ່​ເບິ່ງໃນ​ທັດສະນະຂອງ​ຜູ້ຍິງແລ້ວ ສະ​ແດງໃຫ້ເຫັນ
ຜູ້​ກ່ຽວ ຍ່າງ​ເຂົ້າ​ໄປ​ຫາ ທິມງານ​ຂ່າວ ທີ່​ບໍ່​ຮູ້ສຶກ​ຕົວ​ນັ້ນ ​ແລ້ວ​ຍົກ​ປືນ​ຂຶ້ນ​ແນ​ໃສ່ ນາງ Parker ​
ແລະ ຍິງ​ສອງ​ສາມ​ນັດ. ນາງ​ລົ້ມກິ້ງລົງ ກ່ອນ​ໜ້າຈໍ​ພາບ​ຈະ​ມອດ​ໄປ ຕໍ່​ຈາກ​ນັ້ນ ສຽງ​ປືນ​ດັງ​ຂຶ້ນອີກຫຼາຍນັດ.

ນາງ Parker ​ແລະ ທ້າວ Ward ​ເສຍ​ຊີ​ວິດ​ຢູ່​ທີ່​ ສະຖານ​ທີ່ເກີດ​ເຫດ.

Your browser doesn’t support HTML5

US TV Crew Shot