ຈີນດໍາເນີນຄະດີ ລາຊາຄ້າຢາເສບຕິດ ທ້າວໜໍ່ຄຳ ຈາກລັດສານ

  • ໄພສານ ວໍຣະຈັກ

ນາຍໜໍ່ຄຳ ທີ່ຖືກຈັບຢູ່ລາວ ຖືກເຈົ້າໜ້າທີ່ຈີນ ຄວບຄຸມໂຕໄປ ຫລັງຈາກເຈົ້າໜ້າທີ່ລາວ ມອບໂຕຜູ້ກ່ຽວ ໃຫ້ທາງການຈີນ.

ລາຊາຄ້າຢາເສບຕິດຈາກລັດສານ ທີ່ສົງໄສກັນວ່າ ເປັນຜູ້ຢູ່
ເບື້ອງຫຼັງການສັງຫານລູກເຮືອຈີນ 13 ຄົນ ໃນບໍລິເວນແມ່ນໍ້າ
ຂອງໃນເຂດສາມຫຼ່ຽມຄຳ ເມື່ອປີກາຍນີ້ ໄດ້ປະຕິເສດວ່າ ຕົນ
ບໍ່ມີສ່ວນພົວພັນໃນການໂຈມຕີດັ່ງກ່າວ ໃນຄໍາໃຫ້ການຕໍ່ສານ
ທີ່ແຂວງຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ.

ລາຍງານຂ່າວຂອງສື່ມວນຊົນຈີນແຈ້ງວ່າ ຄະນະໄອຍະການ
ທີ່ນະຄອນຄຸນໝິງໄດ້ກ່າວຫາທ້າວໜໍ່ຄຳ ແລະຜູ້ສົມຮູ້ຮ່ວມຄິດ
ອີກ 5 ຄົນ ຊຶ່ງເປັນຊາວຕ່າງປະເທດທັງໝົດນັ້ນວ່າ ທໍາການ
ຄາດຕະກຳ ຄ້າຢາເສບຕິດ ລັກພາໂຕ ແລະຈີ້ເຮືອ.

ແຕ່ໃນການໃຫ້ການຕໍ່ສານປະຊາຊົນຊັ້ນກາງໃນວັນພະຫັດ
ມື້ນີ້ ທ້າວໜໍ່ຄຳໄດ້ ປະຕິເສດວ່າລາວບໍ່ໄດ້ເປັນ ທັງຜູ້ວາງແຜນ ຫຼືຜູ້ສັ່ງການໃນການໂຈມຕີທີ່ເຮັດ ໃຫ້ລູກເຮືອຈີນເສຍຊີວິດໃນເດືອນຕຸລາ ປີກາຍນັ້ນ.

ທ້າວໜໍ່ຄຳ ຊຶ່ງໄດ້ຮັບສາລະພາບໃນການສັງຫານລູກເຮືອຈີນ ກ່ອນໜ້ານັ້ນ ໃນການໃຫ້
ສຳພາດຕໍ່ສື່ມວນຊົນກ່ອນການດຳເນີນຄະດີນັ້ນ ໄດ້ຖອນຄຳສາລະພາບ ໂດຍກ່າວຕໍ່
ສານວ່າລາວບໍ່ໄດ້ຮູ້ຂ່າວກ່ຽວກັບເລື່ອງນີ້ໃນເວລາທີ່ເກີດເຫດແຕ່ ມາຮູ້ເລື່ອງໃນຕອນຫຼັງ.

ອົງການຂ່າວຂອງຈີນໄດ້ອ້າງຄຳເວົ້າຂອງທ່ານ Liu Yeujin ຜູ້ອຳນວຍການໜ່ວຍຕໍ່ຕ້ານ
ຢາເສບຕິດຂອງກະຊວງຮັກສາຄວາມສະຫງົບຈີນ ທີ່ກ່າວວ່າ ເຖິງ ແມ່ນທ້າວໜໍ່ຄຳໄດ້
ຖອນຄຳສາລະພາບກໍຈິງ ແຕ່ມັນກໍຈະບໍ່ປ່ຽນແປງຂໍ້ເທັດຈິງຂອງຄະດີນີ້ ຍ້ອນມີຫຼັກຖານ
ຢ່າງຈະແຈ້ງ.

ທ້າວໜໍ່ຄຳ ຊຶ່ງເປັນພົນລະເມືອງຂອງມຽນມາ ອາຍຸ 44 ປີ ໄດ້ຖືກເຈົ້າໜ້າທີ່ລາວຈັບໄດ້
ແລະຖືກສົ່ງໂຕໄປໃຫ້ຈີນໃນເດືອນພຶດສະພາປີກາຍນີ້ ໃນການປະຕິບັດງານຮ່ວມກັນ
ລະຫວ່າງເຈົ້າໜ້າທີ່ຕຳຫຼວດລາວ ໄທ ແລະຈີນ.

ລາຍງານຂ່າວຍັງແຈ້ງໃຫ້ຊາບວ່າ ຜູ້ຕ້ອງສົງໄສ 3 ຄົນ ເປັນຄົນສັນຊາດມຽນ ມາ ຜູ້ນຶ່ງ
ເປັນໄທ ຄົນນຶ່ງເປັນລາວ ສ່ວນຜູ້ທີ 6 ບໍ່ໄດ້ລະບຸວ່າເປັນສັນຊາດໃດ. ການພິຈາລະນາ
ຄະດີນີ້ຈະດຳເນີນໄປເປັນເວລາສາມມື້ ຈົນຮອດວັນເສົາ. ນອກ ຈາກຍາດພີ່ນ້ອງຂອງ
ລູກເຮືອຈີນ 13 ຄົນແລ້ວ ຍັງມີເຈົ້າໜ້າທີ່ຈາກສະຖານທູດ ຂອງປະເທດທີ່ມີຈຳເລີຍ
ເຂົ້າຮ່ວມນຳ ແລະທາງການໄທແລະລາວກໍໄດ້ສົ່ງບຸກ ຄົນກ່ຽວຂ້ອງ ໄປໃຫ້ການນຳດ້ວຍ.