ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ບອສຕັນ ມີຊື່ ໃນບັນຊີ ກໍ່ການຮ້າຍ (ສະໄລດ໌)

ຜູ້ເປັນອ້າຍ Tamerlan Tsanaev (ຊ້າຍ) ອາຍຸ 26 ປີ ແລະນ້ອງ ຊາຍ Dzhokhar Tsarnaev ອາຍຸ 19 ປີ

​ເຈົ້າໜ້າ​ທີ່​ສະຫະລັດ​ເວົ້າ​ວ່າ ຜູ້ເປັນ​ອ້າຍ​ ຂອງ​ສອງອ້າຍນ້ອງ​ທີ່​ສົງໄສ​ວ່າ​ເປັນ​ຜູ້​ວາງ​ລະ​ເບີດຢູ່​ໃນ​ງານ​ແຂ່ງ​ຂັນ​ແລ່ນ​ທົນ​ມາ​ຣາທອນ​ທີ່​ນະຄອນບອສຕັນ ​ແມ່ນ​ໄດ້​ຖືກ​ຈົດຊື່ເຂົ້າ​ໄວ້ ​ໃນ​ບັນຊີ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ໃນ​ທ້າຍ​ປີ 2011.

​ເຈົ້າໜ້າ​ທີ່​ເວົ້າ​ອີກ​ວ່າ ອົງການ​ສືບ​ລັບ ຊີໄອ​ເອ ສະຫະລັດ ​ໄດ້​ຖືກ​ຮ້ອງ​ຂໍ ​ໃຫ້​ເອົາ​ຊື່​ຂອງ​ທ້າວ Tamerlan Tsarnaev ​ໃສ່​ໃນ​ບັນຊີ​ດັ່ງກ່າວຫຼັງຈາກ ​ໄດ້​ມີ​ການຕິດ​ຕໍ່​ໂດຍ​ລັດຖະບານຣັດ​ເຊຍ ທີ່​ມີ​ຄວາມ​ເປັນ​ຫ່ວງ​ວ່າ​ຜູ້ກ່ຽວໄດ້​ ກາຍ​ເປັນ​ສະມາຊິກ​ຫົວ​ຮຸນ​ແຮງ​ອິສລາມ​ແລ້ວ.

ນອກ​ນີ້ Moscow ຍັງ​ໄດ້​ອອກ​ຄໍາ​ເຕືອນ​ທໍານອງ​ດຽວ​ກັນຕໍ່​ອົງການ​ສັນຕິບານກາງຂອງ​ ສະຫະລັດ ຫຼື FBI ກ່ຽວ​ກັບ​ກໍລະນີ​ທ້າວ Tamerlan Tsamaev ​ໃນຕົ້ນ​ປີ 2011. ​ເຈົ້າ ໜ້າ​ທີ່​ເວົ້າ​ອີກ​ວ່າທາງ​ການ FBI ກໍ​ທໍ​າ ການ​ສືບສວນ ​ແຕ່​ໃນ​ທີ່​ສຸດ​ກໍ​ສະ​ລຸ​ບວ່າ ຜູ້ກ່ຽວ​ບໍ່​ມີ​ພິດ​ໄພ​ໃດໆ.

ບັນດາ​ສະມາຊິກ​ສະພາ​ສະຫະລັດ ​ໄດ້​ສະ​ແດງຄວາມ​ເປັນ​ກ່ຽວ​ກັບ​ວ່າ​ຂໍ້​ມູນ​ທີ່​ແບ່ງ​ປັນ​ກັນ​ລະຫວ່າງເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ ແລະ​ບັນດາ​ອົງກາ ສືບລັບ ລຸນຫຼັງ​ເຫດການ ​ລະ​ເບີດ​ສອງ​ບັ້ນ​ຕິດ​ກັນ​ໃນ​ວັນ​ທີ 15 ​ເມສາ​ຜ່ານ​ມາ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ສາມ​ຄົນ ​ແລະ​ບາດ​ເຈັບ​ອີກ 264 ຄົນ ​ໂຮມ​ທັງຢ່າງ​ໜ້ອຍ 14 ຄົນ ທີ່​ຂາ​ແຂນ​ຂາດ.

ບັນດາ​ນັກ​ສືບສວນ​ເວົ້າ​ວ່າ ທ້າວ Tamerlan ​ໄວ 26 ປີ ​ແລະ​ນ້ອງ​ຊາຍ Dzhokar ​ໄວ 19 ປີ ​ໄດ້​ວາງ​ລະ​ເບີດໄວ້ ຢູ່​ໃກ້​ບໍລິ​ເວນ​ເສັ້ນ​ໄຊ​ຂອງ​ການ​ແຂ່ງຂັນ​ແ​ລ່ນທົນ​ມາຣາທອນ. ທ້າວ Tamerlan ຖືກ​ຍິງ​ຕາຍ​ໃນ​ການ​ຍິງ ຕໍ່ສູ້​ກັບ​ເຈົ້າໜ້າ​ທີ່​ຕໍາຫຼວດ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ​ສ່ວນ​ທ້າວ Dzhokhar ຖືກ​ຈັບ​ຕົວ​ໄດ້​ມື້​ນຶ່ງ​ຕໍ່​ມາ.

ປະມວນພາບ ກ່ຽວກັບ ຜູ້ຕ້ອງສົງໄສ ວາງລະເບີດ ທີ່ບອສຕັນ