ເລີ້ມການຍົກຍ້າຍ ພົນລະເຮືອນ ອອກຈາກ ເມືອງ Aleppo ຄືນໃໝ່

ພວກນັກລົບຕໍ່ຕ້ານລັດຖະບານ ພາກັນນັ່ງຢູ່ບ່ອນຊາກຫັກພັງ ແລະລໍຖ້າການຍົກຍ້າຍອອກ ຈາກເຂດຍຶດຄອງຂອງເຂົາເຈົ້າ ຢູ່ທາງພາກຕາເວັນອອກຂອງເມືອງ Aleppo ປະເທດ Syria 16 ທັນວາ 2016.

ຂໍ້​ຕົກລົງ​ໄດ້​ບັນລຸ​ໃນ​ວັນ​ເສົາ​ມື້​ນີ້ ທີ່​ຈະ​ເລີ້ມ​ຍົກຍ້າຍ​ຊາວ​ຊີ​ເຣຍ ຢູ່​ພາກ​ຕາ​ເວັນ​ອອກ
​ຂອງ​ເມືອງ Aleppo. ການ​ຍົກຍ້າຍ​ໄດ້​ຖືກ​ຍົກ​ເລີກ​ໃນ​ວັນ​ສຸກ​ວານ​ນີ້ ​ເນື່ອງ​ຈາກການ​ຮຽກຮ້ອງ​ຂອງ​ກຳລັງ​ສະໜັບສະໜູນລັດຖະບານ​ ຜູ້​ທີ່​ຕ້ອງການ​ຢາ​ກ​ໃຫ້​ສອງ​ໝູ່​ບ້ານ Foua ​ແລະ Kfarya ຍົກຍ້າຍ​ອອກ. ປະຊາກອນ​ທັງ​ສອງ​ໝູ່​ບ້ານ​ຈະ​ຮວມຢູ່​ໃນ​ການ​ຍົກຍ້າຍ​ຄັ້ງ​ໃຫຍ່ ທີ່ຍັງ​ບໍ່​ທັນ​ໄດ້​ເລີ້ມ​ຂຶ້ນເທື່ອ.

ລັດຖະບານ​ຊີ​ເຣຍ​ໄດ້​ລົບ​ລ້າງ​ການ​ຍົກຍ້າຍ​ ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ລະ​ເບີດ​ແຕກ ​ແລະ​ການ​ຍິງ​ກັນ ທີ່​ໄດ້​ຍິນ​ຢູ່​ໃນ​ເມືອງ Aleppo. ພວກ​ຕໍ່ຕ້ານ​ລັດຖະບານ ​ແ​ລະ​ກຳລັງ​ລັດຖະບານ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ ​ແລະ​ກັນ ​ວ່າລະເມີດ​ຂໍ້​ຕົກລົງ​ ທີ່​ບອບ​ບາງ ນັ້ນ.

ລັດຖະບານຊີ​ເຣຍ​ໄດ້​ສັ່ງ​ໃຫ້​ບັນດາ​ລົດ​ບັນທຸກ ​ແລະ​ລົດ​ເມ ທີ່​ໄດ້​ນຳເອົາພົນລະເຮືອນ ອອກໄປ​ຈາກ​ພາກສ່ວນ​ທີ່​ໝັ້ນ ​ຂອງພວກ​ຕໍ່ຕ້ານ​ຢູ່​ໃນ​ເມືອງ Aleppo ນັ້ນ ​ກັບ​ຄືນໄປ
​ໃນ​ຂະນະ​ທີ່​ພວກ​ທະຫານ​ພາກັນ​ຕັນ​ ຢູ່​ຕາມ​ທາງຮາ​ຍ​ເວ ທີ່​ໃຊ້​ໃນ​ການ​ຍົກຍ້າຍ.

Civilians Evacuated from Rebel-held Eastern Aleppo, Syria

​ເ​ທີ​ກີ ທີ່​ໄດ້​ພົວພັນ​ຢ່າງ​ເລິກ​ເຊິ່ງ ໃນ​ການ​ດຳ​ເນີນ​ສັນຕິພາບ ຢູ່ເມືອງ Aleppo ກ່າວ​ວ່າ ການ​ລົບ​ລ້າງ​ ການຍົກຍ້າຍພົນລະເຮືອນ ແມ່ນຖືກໂຈະໄວ້​ເປັນ​ທີ່ຊົ່ວຄາວ.

ລັດຖະບານ​ຊີ​ເຣຍກ່າວ​ວ່າ ພວກ​ຕໍ່ຕ້ານ​ລັດຖະບານ​ໄດ້​ລະເມີດຂໍ້​ຕົກລົງ ​ໂດຍ​ການ​ພະຍາຍາມ​ລັກ​ເອົາ​ອາວຸດ​ໜັກ ​ແລະ ເອົາພວກ​ໂຕປະກັນ​ອອກ​ຈາກ​ເມືອງ Aleppo​.
ພວກ​ຕໍ່ຕ້ານ​ລັດຖະບານໄດ້​ກ່າວ​ຫາ ວ່າ ການ​ລົບ​ລ້າງຍົກຍ້າຍ​ ຂອງລັດຖະບານ
ຊີເຣຍ ເປັນ​ການ​ກົດ​ດັນ​ເຂົາ​ເຈົ້າ ​ໃຫ້​ປ່ອຍ​ພົນລະ​ເຮືອນ​ ຈາກສອງ​ໝູ່​ບ້ານ Foua
​ແລະ Kyarya ທີ່ ຊາວ Shi’ite ອາໄສຢູ່ ຊຶ່ງລັດຖະບານຊີເຣຍ ເຂົ້າ​ຍຶດຄອງ ແຕ່
ປັດຈຸບັນ​ນີ້ ແມ່ນ​ຢູ່​ພາຍ​ໃຕ້​ການ​ຄຸ້ມຄອງໂດຍ​ພວກ​ຕໍ່ຕ້ານ.

Your browser doesn’t support HTML5

John Kerry: It's imperative that key partners do their part in Syria

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ