ແຜນຍົກຍ້າຍບັນດາພົນລະເຮືອນ ແລະພວກຕໍ່ຕ້ານລັດຖະບານອອກຈາກເມືອງ Aleppo ປະເທດຊີເຣຍ ໄດ້ລ້າຊ້າລົງໃນວັນພຸດມື້ນີ້ ແລະການຢຸດຍິງສູ້ລົບຢູ່ໃນເມືອງໄດ້ພັງທະລາຍລົງດ້ວຍການເລີ້ມສູ້ລົບກັນຄືນ ຢູ່ໃນເຂດຍຶດຄອງຂອງພວກຕໍ່ຕ້ານລັດຖະບານທີ່ຍັງເຫລືອຢູ່່ນັ້ນ.
ເມືອງ Aleppo ໄດ້ເປັນບ່ອນທີ່ຄວາມພະຍາຍາມຫລາຍໆຄັ້ງທີ່ຈະໃຫ້ມີການຢຸດສູ້ລົບກັນ ແລະໃຫ້ການຊ່ວຍເຫລືອແກ່ຫລາຍພັນຄົນທີ່ຕ້ອງການອາຫານ ແລະຢາປົວພະຍາດ. ແຕ່ການຊໍ້າແລ້ວຊໍ້າອີກຂອງການລິເລີ້ມ ຮວມທັງການໄກ່ເກ່ຍຢຸດຍິງໂດຍບັນດາປະເທດຕ່າງໆເຊັນວ່າ ຣັດເຊຍ ສະຫະລັດ ແລະເທິກີ ໄດ້ເປັນທີ່ລົ້ມແຫລວໄປ.
Your browser doesn’t support HTML5
Syria Aleppo Evaccuations
ຂໍ້ຕົກລົງຫຼ້າສຸດໄດ້ປະກາດໃນວັນອັງຄານວານນີ້ ດ້ວຍການຍົກຍ້າຍເທື່ອທຳອິດ ທີ່ຄາດວ່າຈະເລີ້ມຂຶ້ນໃນຕອນເຊົ້າວັນພຸດມື້ນີ້. ຕົກມາເຖິງຕອນທ່ຽງວັນພຸດ ພວກນັກເຄື່ອນໄຫວລາຍງານວ່າ ການໂຈມຕີໃສ່ເຂດພາກຕາເວັນອອກຂອງເມືອງ Aleppo ທີ່ຍັງຄວບຄຸມຢູ່ ໂດຍພວກຕໍ່ຕ້ານລັດຖະບານ ແລະຣັດເຊຍໄດ້ຖືກຖິ້ມໂທດໃສ່ພວກນັກລົບຝ່າຍຄ້ານ ວ່າທັບມ້າງການຢຸດຍິງໂດຍການໂຈມຕີທີ່ໝັ້ນຂອງລັດຖະບານຊີເຣຍ.
ລົດບັສລໍຖ້າການຂົນສົ່ງອົບພະຍົບອອກຈາກເຂດຕໍ່ຕ້ານລັດຖະບານ.
ອີງຕາມເອກອັກຄະລັດຖະທູດຣັດເຊຍປະຈຳສະຫະປະຊາຊາດ ທ່ານ Vitaly Churkin ແມ່ນວ່າແຜນການ ໄດ້ມີໄວ້ໃຫ້ແກ່ສ່ວນໃຫຍ່ຂອງພວກນັກລົບຝ່າຍຄ້ານ ລົບໜີໄປຈາກ Idlib ທີ່ເປັນເມືອງມີພົນລະເມືອງ 165,000 ຄົນຕັ້ງຢູ່ 60 ກິໂລແມດໄປທາງພາກຕາເວັນຕົກສຽງໃຕ້ຂອງເມືອງ Aleppo.
ແມ່ຍິງຊາວເລບານອນ ຈັບເຈ້ຍທີ່ມີຊື່ເມືອງ "Aleppo" ຂຽນເປັນພາສາອາຣັບ.
ທ່ານ Churkin ໄດ້ອະທິບາຍວ່າຂໍ້ຕົກລົງດັ່ງກ່າວເປັນອັນສິ້ນສຸດຂອງ “ສາກຂອງຄວາມຍາກລຳບາກທີ່ສຸດ” ສຳລັບເມືອງ Aleppo ແລະກ່າວວ່າລັດຖະບານຂອງທ່ານຫວັງວ່າ ຈະນຳພາໄປສູ່ “ການເລີ້ມເຈລະຈາການເມືອງຄືນໃໝ່.”
ຮູບພາບເຜີຍແຜ່ໂດຍອົງການຂ່າວ SAna ຂອງຊີເຣຍ ທີ່ເຫັນທະຫານຊີເຣຍແບກທະຫານໄດ້ຮັບບາດເຈັບ.
ຮອງນາຍົກລັດຖະມົນຕີເທິກີ ທ່ານ Mehmeet Simsek ກ່່າວຢູ່ໃນ Tweeter ວ່າ ປະເທດຂອງທ່ານຈະຕັ້ງຜາມເມືອງຂຶ້ນ ເພື່ອຮັບເອົາບັນດາອົບພະຍົບປະມານ 80,000 ຄົນທີ່ຫລົບໜີມາຈາກເມືອງ Aleppo.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Syrian Rebels Reach Evacuation Deal for Aleppo