ກຸ່ມຫົວຮຸນແຮງ al-Shabab ທີ່ໄດ້ອ້າງເອົາຄວາມຮັບຜິດຊອບ
ຕໍ່ການສັງຫານ 148 ຄົນຢູ່ທີ່ມະຫາວິທະຍາໄລເຄນຢາ ໃນວັນ
ພະຫັດທີ່ຜ່ານມານັ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ “ຈະມີການນອງ
ເລືອດອີກ.”
ຖະແຫລງການຂອງກຸ່ມ al-Shabab ໃນວັນເສົາມື້ນີ້ ກ່າວວ່າ
“ບໍ່ມີມາດຕະ ການລະມັດລະວັງ ຫລືຄວາມປອດໄພໃດໆ ທີ່ຈະ
ໃຫ້ການຄຳ້ປະກັນຕໍ່ຄວາມປອດໄພຂອງທ່ານ ຂັດຂວາງຕໍ່ການ
ໂຈມຕີຄັ້ງໃໝ່ ຫລືປ້ອງກັນການນອງເລືອດ ບໍ່ໃຫ້ເກີດຂື້ນຢູ່ໃນ
ເມືອງຕ່າງໆຂອງທ່ານ.” ຖະແຫລງການທີ່ໃຊ້ຄຳເວົ້າແບບຮຸນ
ແຮງຈັດ ກ່າວຕໍ່ໄປອີກວ່າ ເມືອງຕ່າງໆຂອງເຄນຢາ ຈະ "ມີແຕ່ເລືອດສີແດງ.”
ໃນຕອນແລງວັນສຸກວານນີ້ ລັດຖະມົນຕີກະຊວງພາຍໃນເຄນຢາທ່ານ Joseph
Nkaissery ກ່າວວ່າ ຜູ້ຕ້ອງສົງໄສຢ່າງໜ້ອຍສາມຄົນໄດ້ຖືກຈັບ ໃນການພົວ ພັນກັບ
ການໂຈມຕີ ທີ່ມະຫາວິທະຍາໄລ.
ທ່ານ Nkaissery ກ່າວວ່າ “ມີຈຳນວນນຶ່ງໄດ້ຖືກຈັບມື້ນີ້ ໃນຂະນະທີ່ເຮົາກໍາ ລັງລົມກັນ
ຢູ່ໃນຕອນແລງມື້ນີ້ ພວກເຮົາຍັງໄດ້ຈັບອີກສາມຄົນ ແລະຂ້າພະເຈົ້າຄິດວ່າ ຈຳນວນ
ໂຕເລກຈະເພີ້ມຂື້ນເຖິງປະມານຫ້າຄົນ ແຕ່ວ່າພວກເຮົາຈະໃຫ້ຢືນຢັນກ່ຽວກັບເລື້ອງນີ້
ເວລາໃດເຮົາມີລາຍລະອຽດເພີ້ມເຕີມ. ດັ່ງທີ່ທ່ານຮູ້ ການປະຕິບັດງານດັ່ງກ່າວຈະດຳເນີນຕໍ່ໄປເລື້ອຍໆ.”
Your browser doesn’t support HTML5
ບັນດາເຈົ້າໜ້າທີ່ເລີ້ມຍ້າຍບັນດາຊາກສົບຂອງພວກນັກຮຽນຫຼາຍໆຄົນທີ່ໄດ້ຖືກສັງ
ຫານ ໂດຍພວກຫົວຮຸນແຮງລັດອິສລາມ ຢູ່ທີ່ມະຫາວິທະຍາໄລ Garissa ໄປຍັງ
ນະຄອນຫລວງເພື່ອທຳການສັນລະສູດ.
ບັນດາຄອບຄົວ ໄດ້ເຕົ້າໂຮມກັນຢູ່ທີ່ນະຄອນຫລວງ Nirobi ໃນວັນສຸກວານນີ້ ຫລັງ
ຈາກການໂຈມຕີຢູ່ມະຫາວິທະຍາໄລ ທີ່ເຮັດໃຫ້ 148 ຄົນເສຍຊີວິດ ພ້ອມດ້ວຍຜູ້
ໂຈມຕີສີ່ຄົນ.
Your browser doesn’t support HTML5