ກຸ່ມ al-Shabab ໂຈມຕີ ລົດເມໂດຍສານ ຂອງ ສປຊ ເຮັດໃຫ້ 7 ຄົນເສຍຊີວິດ

ຮູບນີ້ ແມ່ນມາຈາກພາບວີດີໂອ ຂອງເຫດການ ຫຼັງຈາກ ມີການໂຈມຕີດ້ວຍລະເບີດ ຕໍ່ລົດຕູ້ ທີ່ກຳລັງນຳສົ່ງ ພະນັກງານອົງການສະຫະປະຊາຊາດ ໃນເມືອງ Garowe ຂອງເຂດ Puntland ຊຶ່ງເປັນເຂດທີ່ປົກຄອງຕົນເອງ ທາງພາກເໜືອຂອງ ໂຊມາເລຍ, ວັນທີ 20 ເມສາ 2015.

ພວກກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບສຳ​ຫລັບການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ບັ້ນນຶ່ງ ​ໃນ​ວັນ​ຈັນ
​ມື້​ນີ້ ຕໍ່​ລົດ​ເມໂດຍສານ​ ຂອງ​ອົງການສະຫະ​ປະຊາ​ຊາດ ຢູ່​ທາ​ງ
ພາກ​ເໜືອ​ຂອງ​ໂຊ​ມາ​ເລຍ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ​ ຢ່າງ​ນ້ອຍ
7 ຄົນ.

ອົງການ​ກອງ​ທຶນ​ເດັກຂອງ​ສະຫະ​ປະຊາ​ຊາດ ຫລື UNICEF
ກ່າວ​ວ່າ ພະ​ນັກ​ງານ​ຂອງ​ຕົນ 4 ຄົນ​ເສຍ​ຊີວິດ ​ແລະ ອີກ 4 ຄົນ
​ມີ​ອາການສາ​ຫັດ ຫລັງ​ຈາກ​ການ​ໂຈມ​ຕີ​ດັ່ງກ່າວ ຢູ່ເມືອງ
Garowe ​ໃນເຂດ Putland ຂອງ​ໂຊ​ມາ​ເລຍ ໃນ​ຂະນະ​ທີ່​
ພວກ​ເຂົາ​ເຈົ້າ​ກຳລັງ​ເດີນທາງ​ ຈາກ​ບ້ານ​ພັກ ​ໄປ​ຍັງ​ຫ້ອງການ.

ຜູ້ຕາງໜ້າ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ ປະຈຳ​ໂຊ​ມາ​ເລຍ ທ່ານ Nick Kay ​
ໄດ້​ປະນາມ​ການ​ໂຈມ​ຕີນັ້ນ ​ໂດຍ​ກ່າວຜ່ານ​ທາງ Twitter ​ວ່າ ທ່ານ “ຮູ້ສຶກ​ຕົກ​ໃຈ ​ແລະ​
ເສຍ​ໃຈ​ຢ່າງ​ທີ່​ສຸດ ​ກັບ​ການ​ສູນ​ເສຍ​ຊີວິດ.”

ການ​ວາງ​ລະ​ເບີດໃນ​ມື້​ນີ້ ແມ່ນ​ເປັນ​ການ​ໂຈມ​ຕີ ຄັ້ງທີ 3 ຂອງ​ກຸ່ມ al-Shabab ຕໍ່ພະນັກງານ​ ຂອງ​ອົງການສາກົນ ​ທີ່​ເຮັດ​ໃຫ້​ມີ​ການ​ເສຍ​ຊີວິດ ໃນ​ໄລຍະ 3 ມື້ ​ທີ່​ຜ່ານ​ມາ.

​ໃນ​ວັນ​ອາທິດ​ວານ​ນີ້ ພວກ​ຫົວ​ຮຸນ​ແຮງດັ່ງກ່າວ ​ໄດ້​ສັງຫານ ​ທະຫານ​ຮັກສາ​ສັນຕິພາບ​
ຂອງສະຫະພາບອາ​ຟຣິກາ ຈາກ​ປະ​ເທດ ບູຣຸນດີ ຈຳນວນ 3 ຄົນ ​ແລະ ເຮັດ​ໃຫ້​ທະຫານ
ຄົນ​ອື່ນໆ​ອີກຈຳນວນ​ນຶ່ງ​ ໄດ້ຮັບ​ບາດເຈັບ​ ໃນ​ເມືອງ Lego ຢູ່​ທາງ​ພາກ​ໃຕ້​ຂອງໂຊ​ມາ​ເລຍ.