ນັກຂ່າວ Al-Jazeera ລໍຖ້າ ອຸທອນຄະດີ ຢູ່ສານອີຈິບ ຫຼັງຈາກຈຳຄຸກມາ 1 ປີ

ນາຍ Baher Mohamed(ຊ້າຍ), ນາຍ Mohammed Fahmy(ກາງ) ແລະນາຍ Peter Greste(ຂວາ) ໄປປາກົດໂຕ ຢູ່ສານ ໃນລະຫວ່າງການດຳເນີນຄະດີເຂົາເຈົ້າ ທີ່ໄຄໂຣ, ອີຈິບ, ເມື່ອວັນທີ 31 ມີນາ 2014.

ພວກ​ນັກ​ຂ່າວ 3 ຄົນ​ຂອງ​ອົງການ​ຂ່າວ Al-Jazeera ​ທີ່ໄດ້​ຮັບ​
ໃຊ້​ໂທດ​ມາ​ເປັນ​ເວລາ 1 ປີ​ເຕັມ ​ໃນ​ວັນ​ຈັນ​ມື້​ນີ້ ນັບ​ແຕ່​ພວກ​ເຂົາ
​ເຈົ້າ​ໄດ້​ຖືກ​ຈັບ​ຢູ່​ອີ​ຈິບ ​ໃນ​ຂໍ້​ຫາ​ຖານ​ໃຫ້ການ​ສະໜັບສະໜຸນ
​ພັກພະລາດອນພາບ ​ທີ່​ຜິດ​ກົດໝາຍນັ້ນ ພາກັນລໍຖ້າ​ເວລາທີ່​
ພວກ​ເຂົາ​ເຈົ້າ​ຈະ​ໄດ້​ໄປ​ສານ​ໃນ​ວັນ​ພະຫັດສັບປະດາ​ນີ້ ​ເພື່ອ​ອຸ
ທອນຄະດີ​ຂອງ​ເຂົາ​ເຈົ້າ​.

ນາຍ Peter Greste ຊາວ​ອອສ​ເຕຣ​ເລຍ ​ແລະ​ນາຍ Mohamed
Fahmy ສັນຊາດ​ກາ​ນາ​ດາ​ເຊື້ອສາຍ​ອີ​ຈິບ ກຳລັງ​ຮັບໃຊ້​ໂທດ
​ຈຳ​ຄຸກ 7 ປີ ​ໃນ​ຂະນະ​ທີ່​ເພື່ອ​ນຮ່ວມ​ງານ​ຄົນ​ອີ​ຈິບ​ຂອງ​ເຂົາ​ເຈົ້າ
ທ້າວ Baher Mohamed ຮັບ​ໃຊ້​ໂທດ​ຈຳ​ຄຸກ 10 ປີ.

ນາຍ Michael ​ອ້າ​ຍຂອງ​ນາຍ Greste ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຄອບ
ຄົວ​ຂອງ​ລາວ​ຈະ​ຕ້ອງ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ການ​ອຸທອນ​ຈະ​ນຳ​ໄປ​ສູ່ ​ການ​ປ່ອຍ​ໂຕ​ພວກ
​ນັກ​ຂ່າວ​ເຫຼົ່າ​ນີ້.

ປະທານາທິບໍດີ Mohamed Fattah el-Sissi ​ແຫ່ງ​ອີ​ຈິບ ກ່າວ​ຫຼັງຈາກ​ພວກ​ນັກ​ຂ່າວ
​ຖືກ​ຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ເດືອນ​ກໍລະກົດ​ຜ່ານມາ​ວ່າ ຄຳ​ຕັດສິນ​ຂອງ​ສານຈະ​ຕ້ອງ
​ໄດ້​ຮັບ​ການ​ເຄົາລົບ​ນັບຖື ​ແລະ​ທ່ານ​ຈະ​ບໍ່​ເຂົ້າ​ແຊກ​ແຊງ​ໃນ​ເລື້ອງ​ນີ້.

ອົງການ​ຂ່າວ Al-Jazeera ​ໄດ້​ຢືນ​ຢັນ​ວ່າ ພວກ​ພະນັກງານ​ຂອງ​ຕົນ ​ພຽງ​ແຕ່​ປະຕິ​ບັດ​
ໜ້າ​ທີ່​ພາລະກິດ​ຂອງ​ເຂົາ​ເຈົ້າ​ ​ໃນ​ການລາຍ​ງານ​ຂ່າວ ເທົ່າ​ນັ້ນ​ ແລະ​ ​ເອີ້ນ​ຄຳ​ຕັດສິນ​
ຂອງ​ສານ​ຕໍ່​ພວກ​ນັກ​ຂ່າວ​ເຫຼົ່າ​ນີ້ ວ່າ “ໜ້າ​ຕົກ​ໃຈ​ເປັນ​ທີ່​ສຸດ.”

Your browser doesn’t support HTML5

egyptjournalists29december14