ນັກຂ່າວ Al Jazeera ຮຽກຮ້ອງ ໃຫ້ມີການ ອະໄພຍະໂທດ ໃນຄຳ ພິພາກສາ ຂອງ ອີຈິບ

ນັກຂ່າວໂທລະພາບ Al Jazeera Mohamed Fahmy, ຊ້າຍ, ແລະ Baher Mohamed, ທີສອງຈາກຊ້າຍ ລົມກັນກ່ອນການຟັງຄຳພິພາກສາທີ່ສານໃນນະຄອນຫຼວງ Cairo, ອີຈິບ. 29 ສິງຫາ, 2015.

ນັກ​ຂ່າວໂທລະ​ພາບ Al Jazeera ອອສເຕຣ​ເລຍ ທ້າວ Peter Greste ​ໄດ້​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ຄຳ​ຕັດສິນ​ລົງ​ໂທດ​ທີ່​ໄດ້​ກ່າວ​ຕໍ່​ລາວ ​ແລະ ​ເພື່ອນ​ຮ່ວມ​ງານ​ສອງ​ຄົນ​ໃນ​ວັນເສົາ​ວານ​ນີ້​ແມ່ນ “ການ​ກະ​ຕຸ້ນ​ທາງ​ດ້ານ​ການ​ເມືອງ.” ລາວກ່າວ​ວ່າ ປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah el-Sissi “ຕອນນີ້ ແມ່ນ​ເປັນ​ໂອກາດ​ທີ່​ຈະ​ລົບ​ລ້າງ​ຄວາມ​ບໍ່​ຍຸດຕິ​ທຳ”​ ​ແລະ ໃຫ້​ອາ​ໄພແກ່ນັກ​ຂ່າວ​ສາມ​ຄົນແລ້ວ.

ສາ​ນ ອີ​ຈິ​ບ ​ໄດ້​ພົ​ບວ່າ ນັກ​ຂ່າວ​ທັງ​ສາມ​ຄົນລວມມີ​ທ້າວ Peter Greste, ທ້າວ Mohamed Fahmy ສັນ​ຊາດ ກາ​ນາ​ດາ ​ແລະ ທ້າວ Baher Mohamed ສັນຊາດ ອີ​ຈິບ ມີ​ຄວາມ​ຜິ​ດ​ໃນ​ການ​ສະ​ໜັບສະ​ໜູນ​ການ​ ຕໍ່​ຕ້ານ​ຂອງ​ກຸ່ມ ມຸສລິ​ມພະລາດອນພາບ ​ແລະ ​ໄດ້ຕັດສິນ​ພວກ​ເຂົາຈຳ
​ຄຸ​ກສາມ​ປີ.​

​ໃນ​ຂະນະ​ທີ່​ທ້າວ Peter Greste ​ເດີນທາງ​ກັບ​ໄປ​ປະ​ເທດ ອອສ​ເຕຣ​ເລຍ ​ໃນ​ຕອນ​ຕົ້ນ​ຂອງ​ປີ​ນີ້, ທ້າວ Mohamed Fahmy ຍັງ​ສາມາດ​ຮັບ​ອິດສະຫຼະພາບ​ຈາກ​ການ​ປະກັນ​ຕົວ​ໃນ​ ອີຈິບ ຈົນ​ເຖິງ​ວັນ​ເສົາ ​ໃນ​ເວລາ​ທີ່​ພວກ​ເຂົາ​ຖືກຄວບ​ຄຸມ​ໂຕຢູ່.