ການເພີ້ມການໂຈມຕີທາງອາກາດ ການໄດ້ຮັບບາດເຈັບຕື່ມຂຶ້ນຂອງສະຫະລັດແລະການ ໄດ້ຮັບອຳນາດ ໃນຂອບເຂດທີ່ກວ້າງຂວາງຂຶ້ນ ຂອງກຳລັງທະຫານສະຫະລັດ ພວມເປີດເຜີຍໃຫ້ເຫັນ ເຖິງການພົວພັນຫຼາຍຂຶ້ນ ໃນການມີໜ້າທາງທະຫານຂອງສະຫະລັດໃນອັຟ ການິສຖານທັງໆທີ່ສະຫະລັດມີແຜນການທີ່ຈະຫລຸດກຳລັງທະຫານ ຢູ່ໃນປະເທດດັ່ງກ່າວ ລົງ ພາຍໃນທ້າຍປີນີ້.
ນາຍພົນຜູ້ບັນຊາການທະຫານສະຫະລັ ດໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ ວ່າກຳລັງຂອງທ່ານໄດ້ທຳການໂຈມຕີທາງອາກາດ 470 ຖ້ຽວເພື່ອສະໜັບສະໜຸນຄວາມພະຍາຍາມຂອງລັດຖະບານທີ່ຈະກຳຈັດພວກກະບົດແລະຜູ້ກໍ່ການຮ້າຍໃຫ້ໝົດໄປຈາກປະເທດດັ່ງກ່າວ.
ຄວາມຈິງແລ້ວ ໄດ້ມີການໃຊ້ລະເບີດເພີ້ມຂຶ້ນ ໃນການໂຈມຕີທາງອາກາດ ຢູ່ອັຟການິສ ຖານໃນອາທິດແລ້ວນີ້ຫຼາຍກວ່າອາທິດໃດໆຂອງປີ 2016 ອີງຕາມຄຳເວົ້າຂອງພັນໂທ Chris Karns ໂຄສົກກອງບັນຊາການ ກຳລັງທາງອາກາດສະຫະລັດ ໃນເຂດພາກຕາເວັນອອກກາງ ກ່າວຕໍ່ວີໂອເອ ໃນວັນພະຫັດວານນີ້. ຈຳນວນຂອງລະເບີດທີ່ຖິ້ມໃສ່ສັດ ຕູໃນລະຫວ່າງການໂຈມຕີ ແມ່ນເພີ້ມຂຶ້ນຫລາຍກວ່າ 80 ເປີເຊັນຈາກໄລຍະເຄິ່ງທຳອິດຂອງປີ 2015 ຫາເຄິ່ງທຳອິດ ຂອງປີ 2016 ອີງຕາມຂໍ້ມູນ ທີ່ນຳອອກເຜີຍແຜ່ໂດຍກອງ ທັບອາກາດສະຫະລັດ.
ນາຍພົນ John W. Nicholson ຜູ້ບັນຊາການ ກຳລັງສະຫະລັດ ແລະເນໂຕ້ ໃນອັຟການິສຖານ
ປະມານ 40 ເປີເຊັນຂອງການໂຈມຕີດັ່ງກ່າວແມ່ນໄດ້ມີຂຶ້ນພາຍໃຕ້ອຳນາດໃໝ່ທີ່ປະທາ ນາທິບໍດີມອບໝາຍໃຫ້ ໃນເດືອນແລ້ວນີ້ ເພື່ອສະໜັບສະໜຸນການດຳເນີນຄວາມພະຍາ ຍາມຂອງລັດຖະບານອັຟການິສຖານ ນັ້ນຄືຄຳເວົ້ານາຍພົນ John “Mick” Nicholson ກ່າວຜ່ານກອງປະຊຸມຖະແຫຼງຂ່າວທາງວີດີໂອຕໍ່ພວກນັກຂ່າວ ຈາກອັຟການິສຖານ ໃນວັນພະຫັດວານນີ້.
ທະຫານສະຫະລັດ ໃນອັຟການິສຖານ ເວລານີ້ ສາມາດໂຈມຕີພວກນັກລົບຕາລີບານໂດຍກົງ ເພື່ອຊ່ອຍກຳລັງອັຟການິສຖານໃຫ້ເປັນຝ່າຍໄດ້ປຽບທາງຍຸດທະສາດ. ກ່ອນໜ້ານີ້ ກຳລັງສະຫະລັດ ໄດ້ຮັບຄຳສັ່ງໃຫ້ໂຈມຕີ ພວກຕາລີບານໄດ້ ກໍຕໍ່ເມື່ອ ພວກເຂົາເຈົ້າຖືກໂຈມຕີຫຼືກຳລັງອັຟການິສຖານທີ່ເປັນພັນທະມິດພວມປະເຊີນໜ້າກັບການພ່າຍແພ້ທີ່ສຳຄັນ.
ການໂຈມຕີທາງອາກາດປະມານ 180 ຖ້ຽວແມ່ນເພື່ອສະໜັບສະໜຸນການປະຕິບັດງານ ຕໍ່ຕ້ານພວກກໍ່ການຮ້າຍຂອງສະຫະລັດຊຶ່ງໄດ້ແນເປົ້າໝາຍໃສ່ກຸ່ມກໍ່ການຮ້າຍອາລກາອີດາທີ່ຍັງເຫຼືອຢູ່ ທີ່ຕັ້ງຂອງພວກນັກລົບລັດອິສລາມບາງແຫ່ງແລະກຸ່ມກໍ່ການຮ້າຍອື່ນໆ.