ຊາຍໂຊມາເລຍ ທີ່ເສຍຊີວິດ ຍ້ອນລະເບີດ ໄດ້ຮັບເອົາ laptop ໜ່ວຍໜຶ່ງ ກ່ອນອອກເດີນທາງ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ໂຊມາລີ ກ່າວວ່າ ພວກ
ເຂົາເຈົ້າສາມາດລະບຸໄດ້ ຄົນທີ່ພວກເຂົາເຈົ້າ ເຊື່ອວ່າເປັນຜູ້ວາງ
ແຜນລະເບີດເຮືອບິນ ເຊິ່ງຕັ້ງໃຈທີ່ຈະເຮັດໃຫ້ເຮືອບິນ ຂອງສາຍ
ການບິນ Daallo ຕົກ ໃນສັບປະດາທີ່ຜ່ານມາ.

ເຈົ້າໜ້າທີ່ສືບລັບອາວຸໂສຄົນໜຶ່ງກ່າວຕໍ່ວີໂອເອພະແນກໂຊມາລີ
ໂດຍບໍ່ປະສົງອອກຊື່ ວ່າ ອົງການຮັກສາຄວາມປອດໄພ ຮູ້ຈັກໂຕ
ຜູ້ຕ້ອງສົງໄສ ແລະ ເປັນຜູ່ທີ່ພົວພັນ ຢ່າງນ້ອຍກັບກຸ່ມຫົວຮຸນແຮງ
ອີກກຸ່ມໜຶ່ງ ທີ່ບັນຊາການໂດຍພວກຫົວຮຸນແຮງ al-Shabab.

ເຈົ້າໜ້າທີ່ສືບລັບກ່າວວ່າ ຜູ້ຕ້ອງສົງໄສມີອາຍຸ 40 ປີ, ເຮັດທຸລະ
ກິດຂາຍໂທລະສັບມືຖື, ແວ່ນຕາ ແລະ ເສື້ອຜ້າ, ແລະ ໄດ້ໃຊ້ກິດຈະການຂອງລາວ ເພື່ອ
ປິດບັງການປະຕິບັດການໃຫ້ກັບພວກ al-Shabab. ເຈົ້າໜ້າທີ່ກ່າວວ່າ “ລາວບໍ່ໄດ້ຢູ່
ໃນຄຸກ, ລາວໄດ້ຫຼົບໜີອອກມາ, ພວກເຮົາໄດ້ຊາບວ່າ ຄັ້ງສຸດທ້າຍທີ່ໄດ້ພົບເຫັນລາວ
ແມ່ນຢູ່ເມືອງ Afgoya ໃນສັບປະດາທີ່ຜ່ານມາ.”

ເຊີນຊົມ: ວີດີໂອ ບັນທຶກພາບ ຊາຍຜູ້ວາງແຜນລະເບີດ ເຮືອບິນໂດຍສານ ໂຊມາເລຍ

Your browser doesn’t support HTML5

Somalia Video of Men with Suspected Bomb