ກອງທັບເຮືອສະຫະລັດ ໄດ້ສົ່ງທີມນັກຊ່ຽວຊານກູ້ໄພນໍ້າເລິກ ໄປຊອກຫາເຮືອບິນ
ຂົນສົ່ງ ທີ່ປະສົບອຸບັດຕິເຫດຕົກ ຢູ່ໃນເຂດພາກຕາເວັນຕົກຂອງມະຫາສະໝຸດປາ
ຊີຟິກ ໃນເດືອນພະຈິກຜ່ານມາ.
ກອງທັບເຮືອສະຫະລັດ ເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ ໃນຂະນະທີ່ "ບ່ອນຢູ່
ຫລ້າສຸດຂອງເຮືອບິນລໍາດັ່ງກ່າວ ຢູ່ເທິງໜ້ານໍ້າ ແມ່ນເປັນທີ່ຮູ້ກັນແລ້ວ ແຕ່ຄວາມເລິກ
ຂອງນໍ້າຢູ່ໃນບໍລິເວນດັ່ງກ່າວ ທີ່ເລິກກວ່າ 16,000 ຟິດ ແມ່ນເໜືອຄວາມສາມາດຂອງ
ໜ່ວຍກູ້ໄພທີ່ຈະກູ້ເອົາເຮືອບິນດັ່ງກ່າວໄດ້."
ມີ 8 ຄົນໄດ້ຮັບການຊ່ອຍຊີວິດໄວ້ໄດ້ ປະມານ 40 ນາທີຫລັງຈາກເຮືອບິນຕົກ ແຕ່ມີ
ທະຫານ 3 ຄົນຍັງຫາຍສາບສູນຢູ່.
ຖະແຫຼງການຂອງກອງທັບເຮືອກ່າວວ່າ “ໄດ້ມີການດຳເນີນທຸກຄວາມພະຍາຍາມເພື່ອ
ຊອກຫາພວກທະຫານທີ່ຫາຍສາບສູນ.”
ພວກນັກຊ່ຽວຊານດ້ານເກັບກູ້ ທີ່ສົ່ງໄປຈາກວໍຊິງຕັນ ແມ່ນຈະນຳພາໂດຍຄະນະກຳ
ກັບນຳການເກັບກູ້ ແລະດຳນ້ຳຂອງກອງທັບເຮືອ. ຄະນະດັ່ງກ່າວນີ້ ຈະຂຶ້ນເຮືອທີ່ຍີ່
ປຸ່ນແລະຫລັງຈາກນັ້ນກໍຈະເດີນທາງໄປຍັງບ່ອນເກີດເຫດ ທີ່ພວກເຂົາເຈົ້າຈະຊອກ
ຫາເຄື່ອງສົ່ງສັນຍານຂອງເຮືອບິນ.
ກອງທັບເຮືອກ່າວເພີ້ມວ່າ “ຖ້າຫາກການຊອກຫາໄດ້ຮັບຜົນສໍາເລັດ ຈະມີການໃຊ້
ເຄື່ອງກູ້ໄພເພີ້ມຕື່ມອີກ ເພື່ອສໍາຫຼວດກວດກາ ແລະກອບກູ້ເອົາເຮືອບິນດັ່ງກ່າວ.”
ກຳປັ່ນຂອງກອງທັບເຮືອສະຫະລັດ ແລະ ກໍ່າປັ່ນກຳລັງປ້ອງກັນໂຕທາງທະເລຂອງ
ຍີ່ປຸ່ນ 8 ລໍາ ແລະຝູງເຮືອບິນລົບເຮລິຄອບເຕີຈຳນວນສາມລໍາ ພ້ອມກັບເຮືອບິນລາດ
ຕະເວນທາງທະເລ ໄດ້ກວດເບິ່ງເນື້ອທີ່ພື້ນທະເລເກືອບຮອດ 1000 ຕາຕະລາງໄມລ໌
ໃນເດືອນພະຈິກຜ່ານມາ ເພື່ອຊອກຫາທະຫານ ທີ່ຍັງຫາຍສາບສູນຢູ່.
ກອງທັບເຮືອ ສະຫະລັດ ກ່າວວ່າ ເຮືອບິນສອງໝາກປິ່ນລຸ້ນ ຊີ 2 (C2)-ເອ ເກຣ
ຮ້າວນ໌ ໄດ້ຕົກລົງໃສ່ທະເລ ຢູ່ໃນໄລຍະປະມານ 925 ກິໂລແມັດ ທາງທິດຕາເວັນ
ອອກສຽງໃຕ້ຂອງເກາະ ໂອກີນາວາ ໃນຂະນະທີ່ມັນກຳລັງບິນປະຕິບັດພາລະກິດ
ຕາມປົກກະຕິ ໂດຍນຳເອົາຜູ້ໂດຍສານ ແລະເຄື່ອງຂອງ ຈາກຖານທັບສະຫະລັດ
ຢູ່ໃນຍີ່ປຸ່ນ ໄປຍັງ ກຳປັ່ນບັນທຸກເຮືອບິນ ຢູແອັສແອັສ ຣໍໂນລ ເຣແກັນ ນັ້ນ.
ອ່ານຂ່າວເລື່ອງນີ້ເພີ່ມເປັນພາສາອັງກິດ
Your browser doesn’t support HTML5
US Military Aircraft Carsh