ບັນດາທີມຊອກຄົ້ນ ແລະກູ້ໄພອິນໂດເນເຊຍ ໄດ້ຟື້ນການ
ຊອກຫາຊາກຫັກພັງຂອງເຮືອບິນໄອພົ່ນໂດຍສານຂອງສາຍ
ການບິນ Air Asia ທີ່ໄດ້ຫາຍສາບສູນໄປໃນວັນອາທິດແລ້ວ
ນີ້ ຫຼັງຈາກໄດ້ພົບເຫັນ “ຊິ້ນສ່ວນໃຫຍ່ໆ 5 ຊິ້ນ” ໃນທະເລ
Java ນັ້ນ.
ເຖິງຢ່າງໃດກໍດີ ການຊອກຄົ້ນຍັງສືບຕໍ່ ໄດ້ຮັບອຸບປະສັກຕ່າງໆ
ຍ້ອນດິນຟ້າອາກາດບໍ່ດີ. ພວກດຳນ້ຳຈຳເປັນຕ້ອງຖອຍກັບ ໃນ
ວັນອາທິດມື້ນີ້ ຫຼັງຈາກດຳລົງໄປເກືອບຮອດບ່ອນທີ່ສົງໄສວ່າ
ເຮືອບິນລຳນີ້ຕົກລົງນັ້ນ.
ຄວາມພະຍາຍາມໃນການຊອກຄົ້ນແລະກູ້ໄພ ໄດ້ຊັກຊ້າລົງຢ່າງຫຼວງຫຼາຍໃນຫວ່າງສອງ
ສາມມື້ຜ່ານມານີ້ ຍ້ອນຝົນຕົນໜັກ ແລະລົມແຮງ ທີ່ພາໃຫ້ເກີດຄື້ນຟອງສູງ ແລະກະແສ
ນ້ຳໄຫລແຮງ.
ພວກທີມກູ້ໄພຫວັງວ່າ ຈະໄປຮອດບ່ອນທີ່ພວກເຂົາເຈົ້າເຊື່ອວ່າເປັນລຳໂຕເຮືອບິນ ເພື່ອ
ນຳເອົາຊາກສົບພວກທີ່ເສຍຊີວິດອອກມາ ແລະເອົາເຄື່ອງບັນທຶກສຽງຖ້ຽວບິນ ອັນທີ່ເອີ້ນວ່າ “black boxes “ ທີ່ຕິດຕັ້ງໄວ້ ຢູ່ທາງຫາງຂອງເຮືອບິນນັ້ນ.
ບັນດາເຈົ້າໜ້າທີ່ອິນໂດເນເຊຍ ກ່າວວ່າ ມາຮອດປັດຈຸບັນນີ້ ໄດ້ດຶງສົບ ຂຶ້ນມາໄດ້ແລ້ວ 31 ສົບ ຫຼັງຈາກພົບເຫັນອີກສົບນຶ່ງໃນວັນອາທິດມື້ນີ້.
Your browser doesn’t support HTML5