ທ່ານນາງ ຄລິນຕັນ ເນັ້ນໜັກ ການຕໍ່ຕ້ານ ໂຣກເອດສ໌ ໃນການຢ້ຽມຢາມ ອາຟຣິກາ

ລັດຖະມົນຕີກະຊວງສາທາລະນະສຸກອາຟຣິກາໃຕ້ ທ່ານ Aaron Motsoaledi (ຊ້າຍ) ແລະລັດຖະມົນຕີການຕ່າງ ປະເທດສະຫະລັດ ທ່ານນາງ Hillary Clinton ພວມໂອ້ລົມກັບທ່ານນາງ Calesa Vinger ແລະທ່ານນາງ Lizette Monteith ກ່ຽວກັບເລື່ອງຟາມາຊີ ທີ່ຄລີນິກແຫ່ງນຶ່ງ ໃນເຂດຊານເມືອງ Delft South ຂອງນະ

ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ຮິ​ລ​ແລຣີ ຄລິນ​ຕັນ
​ໄດ້​ຮຽກຮ້ອງ​ໃຫ້​ທໍາຄວາມໝາຍ​ໝັ້ນ​ຕໍ່ການ​ປ້ອງ​ກັນເຊື້ອ​ເອັຈໄອ​
ວີ​ໂຣກ​ເອດສ໌ຄືນ​ໃໝ່ ​ໃນ​ລະຫວ່າງ​ການ​ຢ້ຽມຢາມຂົງ​ເຂດ​ອາ​ຟຣິ
ກາ​ຂອງ​ທ່ານນາງ​ໃນ​ເດືອນ​ນີ້.

ທ່ານນາງ​ໄດ້​ໄປ​ຢ້ຽມ​ສູນ​ກາງ​ກວດຫາເຊື້ອ​ເອັຈໄອ​ວີ​ປະ​ເທດ​ມາ
ລາ​ວີ ສະຖານຈ່າຍຢາ​ ARV ປ້ອງກັນເຊື້ອ​ໄວ​ຣັສ ບໍ່ໃຫ້ຄືນມາ
ໃໝ່ໃນ​ອ​າ​ຟຣິກາ​ໃຕ້ ​ແລະ​ສຸກສາລາ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ຢູການ
ດາ ຊຶ່ງ​ທັງ​ສາມ​ແຫ່ງ​ນີ້ແມ່ນເປັນໂຄງການ​ລິເລີ່​ມ ທີ່ໄດ້ຮັບ​ການ
​ສະໜັບ​ສະ​ໜຸນຈາກ​ສະຫະລັດ.

ຂົງ​ເຂດ​ອາ​ຟຣິກາ ​ໂດຍ​ສະ​ເພາະ ​ພາກ​ກາງ​ ແລະ​ພາກ​ໃຕ້ນັ້ນ
ຍັງ​ຄົງ​ເປັນ​ເຂດ​ ທີ່ມີຄົນ​ຕິດ​ເຊື້ອ​ເອັຈ​ໄອ​ວີໂຣກ​ເອດ​ສ໌ກັນ​ຫຼາຍ
ກ່ວາໃນເຂດອື່ນໆເຖິງ​ແມ່ນ​ມີໂອກາດໄດ້ຮັບ​ການ​ປິ່ນປົວຫຼາຍ
ຂຶ້ນ ​ແລະ​ອັດຕາ​ການ​ຕິດ​ເຊື້ອ​ລາຍ​ໃໝ່ ໂດຍ​ລວມ​ແລ້ວ ແມ່ນ
ໄດ້ລຸດ​ຕໍ່າລົງກໍ​ຕາມ.

ທ່ານ​ນາງຄລິນຕັນໄດ້ກ່າວ​ຊົມ​ເຊີຍການທໍາ​ຄວາມ​ກ້າວໜ້າ​
ໃນ​ເລຶ່ອງນີ້ຢູ່​ໃນ​ປະເທດ​ອາ​ຟຣິກາ​ໃຕ້ ບ່ອນ​ທີ່​ສະຫະລັດ​ໄດ້​
ໃຫ້​ງົບ​ປະມານ​ເພື່ອ​ປາບ​ປາມ​ເຊື້ອ​ເອັຈໄອ​ວີ​ໂຣກ​ເອດ​ສ໌ນີ້ຈໍ​າ
ນວນ 3200 ​ລ້ານ​ໂດ​ລາ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.

ທ່ານ​ນາງກ່າວ​ຕໍ່​ໄປວ່າ ​ຍ້ອນການດໍາເນີນຄວາມ​ພະຍາຍາມ
​ຮ່ວມ​ກັນແບບນີ້ ຫຼາຍລ້ານ​ຄົນ ​ຈຶ່ງໄດ້​ຮັບ​ການ​ປິ່ນປົວ ​ແລະ​
ການກວດ​ຫາ​ເຊື້ອ ​ແລະ​ອັດຕາ​ກໍລະນີລູກ​ຕິດເຊື້ອ​ຈາກ
​ແມ່​ນັ້ນ ກໍ​ລຸດ​ຕໍ່າລົງ​ຢ່າງ​ຫຼວງ​ຫຼາຍ. ທ່ານນາງກ່າວຕື່ມວ່າ:

“ຖ້າ​ພວກ​ເຮົາ​ຍ້ອນ​ຫຼັງ​ຄືນ​ໄປ​ເບິ່ງ​ຕອນ​ທີ່​ປະເທດອາ​ຟຣິກາ​ໃຕ້ເປັນຢູ່ ເມື່ອ​ສິບ​ປີກ່ອນນີ້ແລ້ວ ກໍຈະເຫັນວ່າ ຕົວ​ເລກເຫຼົ່ານີ້​ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ ກ້າວໜ້າ​ທີ່​ໂດດ​ເດັ່ນ. ໂຣກ​ເອດ​ສ໌ໃນຕອນນັ້ນ ຖື​ວ່າ​ເປັນ​ສະພາວະສຸກ​ເສີນລະ​ດັບ​ຊາດ​ຢ່າງ​ນຶ່ງ​ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ​ພວກເຮົາ​ໄດ້ມີຄວາມຈໍາເປັນຕ້ອງ ເພີ່ມ​ການ​ປິ່ນປົວ​ໃຫ້ຫຼາຍ​ຂຶ້ນ​ແລະ​ເບິ່ງ​ແຍງ​ສຸຂະພາບ​ແກ່​ປະຊາຊົນຫຼາຍ​ລ້ານ​
ຄົນ​
ໃຫ້ໄວ​ເທົ່າ​ທີ່​ຈະໄວໄດ້. ນັ້ນ​ຫຼະຄື​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໄດ້​ກະທໍາຮ່ວມ​ກັນ.
​ແຕ່​
ມາເວົ້າກັນ​ຢ່າງຊື່ສັດເຖາະ ພະຍາດ​ນີ້​ຍັງ​ອັນຕະລາຍ​ທີ່​ສຸດ ແລະກໍຍັງຕ້ອງ ການ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ​ຂອງ​ພວກ​ເຮົາ​ຢູ່.”

​ເຖິງ​ແມ່ນ​ອາຟຣິກາໃຕ້​ໄດ້​ສ້າງ​ຄວາມ​ກ້າວໜ້າ​ໃນ​ການ​ລຸດ​ອັດຕາ​ຄົນ​ຕິ​ດ​ເຊື້ອ​ລົງ​ໄປ​ກໍ​ຕາມ ແຕ່ກໍຍັງມີຊາວ​ອາ​ຟຣິກາ​ໃຕ້ ເຖິງ ​17.8 ​ເປີ​ເຊັນ​ ທີ່ກວດ​ພົບ​ວ່າ​ຕິດ​ເຊື້ອ​ເອັຈ​ໄອ​ວີ. ຕາມ​ທີ່​ອົງການສະຫະ​ປະຊາ​ຊາດ​ເວົ້າ​ນັ້ນ ກໍແມ່ນ​ວ່າ ອາ​ຟຣິກາ​ໃຕ້​ເປັນ​ແຫຼ່ງການ​ແຜ່​ລະບາດ​ຂອງ​ເຊື້ອ​ເອັຈໄອ​ວີ​ທີ່​ກວ້າງຂວາງ​ທີ່ສຸດ ຄືມີ​ປະຊາຊົນເຖິງ 5.6 ລ້ານ​ຄົນ​ ຕິດ​ເຊື້ອໂຣກນີ້.

ສະຫະລັດໄດ້ຈໍາກັດ ການໃຫ້ເງິນທຶນຊ່ວຍເຫລືອໃນການ​ປາບ​ປາມ​ເຊື້ອ​ເອັຈໄອ​ວີ​ໂຣກ​ເອດ​ສ໌​ແກ່ລັດຖະບານ​ອາ​ຟຣິກາ​ໃຕ້​ ໃນ​ສະ​ໄໝ​ການ​ປົກຄອງ​ ຂອງ​ອະດີດ​ປະທານາທິບໍດີ Thabo Mbeki ທີ່​ບໍ່​ຍອມ​ເຊື່ອ​ວ່າ​ເຊື້ອ​ເອັຈ​ໄອ​ວີ​ກັບ​ໂຣກ​ເອດ​ສ໌​ມີ​ຄວາມກ່ຽວ​ພັນ​ກັນ​ແລະ ກໍ​ບໍ່​ຍອມຮັບເອົາວິທີການ​ປິ່ນປົວ​ພະຍາດ​ດັ່ງກ່າວ​ ທີ່ສາກົນຮັບ​ຮູ້ນັ້ນ​ເລີຍ.

ການ​ເຂົ້າຫາ​ເຂົ້າ​ເຖິງ​ການ​ປິ່ນປົດການຕິດເຊື້ອໄວຣັສ​ນີ້ ​ໄດ້​ເປັນຫລັກສໍາຄັນ ຂອງ​ແຜນ ການ​ບັນ​ເທົາ​ໂຣກ​ເອດ​ສ໌ສຸກ​ເສີນ​ຂອງ​ປະທານາທິບໍດີ​ສະຫະລັດຫຼື PEPFAR ​ແລະ​ຂອງ​ການ​ລິ​ເລີ່ມ​ອື່ນໆໃນທົ່ວໂລກ​. ອົງການສະຫະປະຊາຊາດກ່າວວ່າ ​ເກືອບ​ວ່າ 40 ​ເປີເຊັນ ຂອງ​ຄົນ​ຕິດ​ເຊື້ອ​ເອັຈ​ໄອ​ວີ ​ທີ່ຢູ່ໃຕ້ເຂດ​ທ​ະ​ເລ​ຊາ​ຍຊາ​ຮາຣາລົງໄປ​ນັ້ນ ບັດ​ນີ້ ແມ່ນ​ໄດ້​ຮັບ​ການ​ປິ່ນປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ເອັຈ​ໄອ​ວີ​ ຊຶ່ງ​ເພີ່ມ​ຂຶ້ນຈາກ 2 ​ເປີ​ເຊັນ​ ໃນ​ປີ 2002.

ແນວ​ໃດ​ກໍ​ດີ ທ່ານ​ນາງຄລິນ​ຕັນ ​ເວົ້າຕື່ມ​ວ່າ ຜົນ​ສໍາ​ເລັດ​ດັ່ງ​ກ່າວນີ້​ ບໍ່​ຄວນຈະພາໃຫ້ມີ ຄວາມຮູ້ສຶກເຂົ້າໃຈ​ຜິດໆວ່າ​ມີຄວາມປອດໄພຈາກພະຍາດນີ້ແລ້ວ. ທ່ານ​ນາງ​ໄດ້​ກ່າວ ເຊ່ນນັ້ນ​ຢູ່​ອາ​ຟຣິກາໃຕ້ ພຽງ​ບໍ່​ເທົ່າ​ໃດ​ມື້​ ຫຼັງ​ຈາກ​ທ່ານ​ນາງ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ຢູ ການດາ ບ່ອນ​ທີ່​ມີ​ອັດຕາການ​ຕິດ​ເຊື້ອ​ເອັຈໄອວີ ໄດ້ຖີບຂຶ້ນ ຈາກ 6.4 ​ເປີ​ເຊັນ ​ໃນ​ປີ 2005 ​ເປັນ 7.3 ​ເປີ​ເຊັນ​ໃນ​ປີ 2011.

ທ່ານ​ນາງ​ກ່າວ​ວ່າ ນັ້ນແມ່ນ​ເປັນ​ສະຖິຕິ​ທີ່​ໜ້າຜິດ​ຫວັງ​ຫຼາຍສໍາລັບປະເທດ ທີ່ຄັ້ງ​ນຶ່ງ​ເຄີຍ ຖືກຍອມຮັບ​ວ່າ​ເປັນ​ຜູ້​ນໍາ​ໂລກ​ໃນ​ການ​ຕໍ່ສູ້ກັບ​ເຊື້ອ​ເອັຈ​ໄອ​ວີ​ໂຣກ​ເອດ​ສ໌. ລັດຖະມົນຕີ ການຕ່າງປະເທດສະຫະລັດກ່າວຢູ່ທີ່ນັ້ນວ່າ:

“ຂ້າພະ​ເຈົ້າມາ​ທີ່​ນີ້​ ຍ້ອນ​ວ່າ​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ເປັນ​ໄຍຫຼາຍຄືໃນ​ບໍ່​ເທົ່າ​ໃດ​ປີຜ່າ​ນມາ ລະດັບຄວາມ​ສົນໃຈ​ໃນ​ການ​ປ້ອງ​ກັນ​ເຊື້ອ​ໄວ​ຣັສດັ່ງກ່າວ ໄດ້​ຈາງ​ຫາຍ​ໄປແລະ​ຈໍານວນ​ຄົນ​ຕິດ​ເຊື້ອໄດ້ເພີ່ມ​ຂຶ້ນ​ອີກ. ປັດ​ຈຸ​ບັນ​ນີ້ຢູກດາ​ແມ່ນ ເປັນ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາ​ຕອນ​ໃຕ້ ທີ່​ມີ​ອັດຕາ​ຄົນ​ຕິ​
ເຊື້ອ​ເພີ່ມ​ຂຶ້ນ​ແທນ​ທີ່​ຈະ​ລຸດລົງ.”

ຊ່ຽວຊານ​ບາງ​ຄົນ​ໄດ້​ຖິ້ມ​ໂທດ​ໃສ່​ວິທີການອົດບໍ່ມີເພດສໍາພັນແບບບໍ່ເລືອກໜ້າແທນວິທີ​ການ​ປ້ອງ​ກັນ​ ວ່າເປັນສາເຫດທີ່ເຮັດ​ໃຫ້ມີການຖອຍຫຼັງ​ຢູ່ ຢູການດານັ້ນ.

ພ້ອມ​ນີ້ ທ່ານ​ນາງຄລິນ​ຕັນ ​ໄດ້​ຮັບ​ປາກວ່າ ຈະ​ເພີ່ມເງິນ​ໃຫ້​ອີກ 25 ລ້ານ​ໂດ​ລາ ເປັນ​ທຶນສໍາລັບວຽກງານປາບ​ປາມ​ເຊື້ອ​ເອັຈ​ໄອ​ວີ​ໂຣກເອດ​ສ໌ຢູ່​ທີ່ນັ້ນ ​ໂດຍ​ສະ​ເພາະ ​ເພື່ອ​ກໍາຈັດ​ການ​ຕິດແປດ​ຈາກ​ແມ່​ໄປຫາ​ລູກ​.

ທີ່​ອາ​ຟຣິກາ​ໃຕ້ ທ່ານ​ນາງຄລິນ​ຕັນ ​ໄດ້​ປະກາດ​ການ​ເລິ່ມຕົ້ນຂອງໄລຍະຂ້າມຜ່ານ ທີ່​ອາ​ຟຣິ
ກາ​ໃຕ້​ຈະ​ໄດ້​ຮັບ​ພາລະ​ແບກ​ຫາບ​ດ້ານ​ການເງິນ​ຫລາຍ​ກວ່າ​ເກົ່າ​ແລະບໍລິຫານ​ໂຄງການ​ປາບ​ປາມ​ເຊື້ອ​ເອັຈ​ໄອວີ​ໂຣກ​ເອດ​ສ໌ທີ່​ໂຄງການ PEPFAR ​ເປັນ​ຜູ້​ອຸບປະຖໍາ​ນັ້ນຊຶ່ງທ່ານ ນາງກ່າວວ່າ ​ເປັນ​ເທື່ອທໍາອິດທີ່ໂຄງການ​ເພັບ​ຟາ​ ປ່ອຍໃຫ້ປະເທດໃດນຶ່ງຮັບພາລະໄປ ​ແລະ​ມັນ​ກໍ​ເປັນຫລັກຖານ ແຫ່ງ​ຄວາມ​ກ້າວ​ໜ້າ​ ຂອງອາຟຣິກາໃຕ້. ທ່ານນາງຄລິນຕັນ ກ່າວຕໍ່ໄປວ່າ:

“ຢ່າງ​ໃດ​ກໍ​ດີ, ບາງ​ຄົນ​ອາດ​ໄດ້​ຍິນ​ວ່າ​ອາ​ຟຣິກາ​ໃຕ້​ກໍາລັງ​ນໍາໜ້າໃນ​ເລຶ່ອງນີ້ ​ແລະ​ພາກັນຄິດ​ວ່າ ນັ້ນ​ໝາຍ​ຄວາມ​ວ່າສະຫະລັດກໍ​າລັງເລິ່ມ​ຖອນໂຕອອກ​ໄປ. ດັ່ງ​ນັ້ນ​ຂ້າພະ​ເຈົ້າຂໍ​ເວົ້າ​ຢ່າງແຈ້ງ​ຂາວ​ສເພາະວ່າສະຫະລັດ​ຈະ​ບໍ່​ໄປ​ສ​. ພວກ​ເຮົາ​ຈະ​ສືບ​ຕໍ່​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດຂອງ​ທ່ານ​ຜ່ານໂຄງການ​ພັບ​ຟາ​ນີ້ຕໍ່​ໄປ ພວກ​ເຮົາ​ຈະຢູ່ຮ່ວ​ມ​ໃນໂຄງການນີ້ເປັນເວລາໄລຍະ​ຍາວ. ພະຍາດ​ນີ້​ ບໍ່ມີ​ພົມ​ແດນ ​ບໍ່ມີເຫດຜົນ​ ບໍ່​ຈໍາແນກເຊື້ອຊາດສາສະໜາ ​ເຜົ່າ​ພັນຫຼື​ເພດຍິງ​ເພດ​ຊາຍ. ມັນ​ເປັນເຊື້ອພະຍາດ ທີ່ທຸກໆຄົນມີໂອກາດ​ຕິດໄດ້ເທົ່າໆ​ກັນໝົດ ແລະສາມາດສັງ ຫານທຸກ​ຄົນ​ໄດ້ເທົ່າໆ​ກັນ.”

ທ່ານນາງຄລິນຕັນ ກ່າວໃນທີ່ສຸດວ່າ ວຽກງານນີ້ແລະ​ຄວາມ​ເປັນ​ພາຄີ​ກັນ​ນີ້ຈະ​ບໍ່ສິ້ນສຸດ ລົງຈົນ​ກວ່າ​ວ່າ​ທັງ​ໂລກ​ຈະ​ບັນລຸຜົນ​ໃນການສ້າງຄົນ​ລຸ້ນນຶ່ງ​ ທີ່​ປອດ​ໂຣກ​ເອດ​ສ໌ນັ້ນ​ເສຍ​ກ່ອນ.