ຜູ້ຊ່ອຍ ກ່າວວ່າ ປ. ໂອບາມາ ຮຽກຮ້ອງ ທ່ານ Trump ໃຫ້ກົດດັນຈີນ ເລື່ອງເກົາຫຼີເໜືອ

ປ. Barack Obama, ຂວາ, ຕ້ອນຮັບກັບທ່ານ Donald Trump ໃນພິທີສາບານຕົວ ດ້ານໜ້າຂອງລັດຖະສະພາ ໃນວໍຊີງຕັນ, 20 ມັງກອນ, 2017.

ອະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້ ​ໃຫ້​ຄຳແນະນຳຜູ້​ທີ່​ຈະ​ມາ​ຮັບ​ຕຳ​ແໜ່​ງ​ແທນ​ທ່ານກ່ອນ​ທີ່​ຈະ​ລົງ​ຈາກ​ອຳນາດ ເພື່ອ​ຊຸກຍູ້ໃຫ້​ຈີນ​ສະໜັບສະໜຸນ​ຫລາຍ​ຂຶ້ນ​ເພື່ອຄວາມ​ມັກ​ໃຫຍ່​ໄຝ່ສູງ​ໃນ​ການ​ຢາກ​ມີອາວຸດ​ນິວ​ເຄລຍຂອງເກົາຫຼີ​ເໜືອ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງລັດຖະບານ​ທ່ານບາຣັກ ​ໂອ​ບາ​ມາ ທີ່ຄຸ້ນ​ເຄີຍ​ກັບ​ເລື່ອງ​ນີ້.

​ໃນ​ການ​ພົບ​ປະ​ແບບ​ສ່ວນ​ຕົວ ​ໃກ້ໆ​ການ​ອອກ​ຈາກ​ຕຳ​ແໜ່​ງ​ຂອງທ່ານນັ້ນ ທ່ານ​ໂອ​ບາ​ມາ
​ໄດ້​ກ່າວ​ຢ້ຳ​ເຖິງຄວາມ​ຈຳ​ເປັນ ທີ່​ຈະແກ້​ໄຂ​ການຂົ່ມຂູ່​ຈາກອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ ຂອງເກົາຫຼີ​ເໜືອ ໃຫ້​ເປັນ​ບູລິມະ​ສິດ​ຕົ້ນຕໍ ​ແລະຊຸກ​ຍູ້ໃຫ້ ທ່ານ Donald Trump ຊຶ່ງ​ໃນ​ຕອນ​ນັ້ນ ຫາ​ກໍ​ໄດ້​ເປັນປະທານາທິບໍດີ​ທີ່ຖືກເລືອກ​ໃໝ່ ​ໃຫ້​ສືບ​ຕໍ່​ໃນຍຸດ​ທະ​ສາດ​ຂອງ​ການ​ເພີ້ມຄວາມ​ກົດ​ດັນ ​ຕໍ່​ທັງ​ເກົາຫຼີ​ເໜືອ ​ແລະ​ຈີນ ທີ່​ເປັນ​ພັນທະ​ມິດ ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ
​ຂອງ​ທ່ານ Jon Wolfsthal ໄດ້​ບອກ​ກັບ VOA ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້. ​ທ່ານ
Wolfsthal ​ໄດ້​ດຳ​ລົງ​ຕຳ​ແໜ່​ງ ມາ​ຈົນມາ​ຮອດ​ຊ່ວງ​ຫຼັງໆຂອງ​ລັດຖະບານທ່ານ​ໂອ​ບາ​ມາ
​ໃນ​ຖານະ​ເປັນ ຜູ້​ຊ່ອຍ​ພິ​ເສດ ​ແລະ​ເປັນ​ຜູ້ອຳນວຍການ​ໃນ​ສະ ພາຄວາມ​ໝັ້ນຄົງ​ແຫ່ງ​
ຊາດ ​ໃນ​ການ​ຄວບ​ຄຸມ​ອາວຸດ ​ແລະ​ຫ້າມແຜ່​ຜາຍ​ອາວຸດ​ນິວ ​ເຄລຍ.

ພາບຂອງການທົດລອງ ລູກສອນໄຟ Pukguksong-2, 13 ກຸມພາ, 2017.

“​ເຮັດ​ໃຫ້ເປັນ​ທີ່​ຈະ​ແຈ້ງ​ໃຫ້​ຈີນຮູ້​ເຖິງ​ການ​ສືບ​ຕໍ່​ປົກ​ປ້ອງ​ເກົາຫຼີ​ເໜືອ ​ແມ່ນ​ການ​ເລີ່​ມຕົ້ນ
​ທີ່​ບ່ອນ​ທຳລາຍ ຜົນ​ປະໂຫ​ຍດດ້ານ​ຄວາມ​ໝັ້ນຄົງຂອງ​ສະຫະລັດ​ ແລະ​ວ່າ ພວກ​ເຮົາ
​ຍ່ອມ​ຈະ​ເອົາ​ບາດກ້າວ​ເພີ່ມ​ຂຶ້ນ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ ​ໂດຍ ທີ່​ຈະ​ເປັນ​ການບ່ອນ​ທຳລາຍ ຕໍ່ຄວາມ​ປອດ​ໄພ​ຂອງ​ຈີນ ກໍ​ຄື ​ຍຸດ​ທະ​ສາດ ທີ່​ພວກ​ເຮົາ​ເຊື່ອ​ວ່າ ​
ໃຫ້​ດອກອອກ​ຜົນ,”
ນັ້ນຄື​ຄຳ​ເວົ້ຂອງທ່ານ Wolfsthal ​ຊຶ່ງ​ປະ​ຈຸ​ບັນ​ນີ້ ​ໄດ້ພົວພັນ​ກັບ ອົງການກອງ​ທຶນ​ສັນຕິພາບ​ສາກົນ Carnegie.

ອີງ​ຕາມທ່ານ Wolfsthal ຄະນະ​ຂອງທ່ານ​ໂອ​ບາ​ມາ ​ໄດ້​ສະ​ເໜີ 2 ທາງ​ເລືອກ ​ໃຫ້​ທ່ານ Trump ​ໃນ​ການຮັບ​ມືກັບ​ການ​ຂົ່ມຂູ່​ຂອງເກົາຫຼີ​ເໜືອ ຄື​ນຶ່ງ ຊອກ​ຫາ​ຊ່ອງ​ທາງໃນ​ການ​
ຢຸດໂຄງການອາວຸດ​ນິວ​ເຄລຍ​ແລະລູກ​ສອນ​ໄຟຂອງເກົາຫຼີ​ເໜືອ ​ໂດຍການພົວພັນ
ໂດ​ຍກົງ ​ແລະ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່ ເກົາຫຼີ​ເໜືອ ຜ່ານ​ທາງ​ຈີນ.

VOA ​ໄດ້​ຖາມ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ເຖິງຜົນ​ສະຫຼຸບເຖິງ​ທ່າ​ທີ​ຂອງລັດຖະບານ​
ຊຸດໃໝ່ ​ກ່ຽວ​ກັບເກົາຫຼີ​ເໜືອ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ໃດໆ​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພະນັກງານ ຢ່າງຜ່ານ ລໍ້ສົ່ງຖ່ານຫີນ ທີ່ນຳເຂົ້າຈາກເກົາຫຼີເໜືອ ທີ່ທ່າ Dandong ໃນຊາຍແດນຈີນ ທີ່ເມືອງ Dandong, ທັນວາ 7, 2010.